ສໍາມະນາກອນຈໍານວນ 11 ຄົນ ຈາກວິທະຍຸຄື້ນ FM 94,3 Mhz ໄດ້ເຂົ້າຮ່ວມເຝິກອົບຮົມກ່ຽວກັບເຕັກນິກກາຍເປັນໂຄສົກ-ນັກຈັດລາຍການວິທະຍຸ ແລະ ເຕັກນິກການນໍາໃຊ້ສື່ແບບໃຫມ່ ທີ່ວິທະຍຸກະຈາຍສຽງແຫ່ງຊາດ (ວສລ) ຈັດຂຶ້ນ ໃນວັນທີ 25 ມິຖຸນາ 2021.
ການເຝິກອົບຮົມຄັ້ງນີ້ ສໍາມະນາກອນໄດ້ຮຽນຮູ້ກ່ຽວ ກັບຫລັກການ ແລະ ທັກສະການເປັນໂຄສົກ/ນັກຈັດລາຍ ການວິທະຍຸ, ຫລັກການຂຽນຂ່າວ/ບົດປະກອບສຽງວິທະ ຍຸ, ທັກສະການອ່ານຂ່າວ ແລະ ບົດປະກອບສຽງວິທະຍຸ, ການຜະລິດສະປອດ, ການຈັດລາຍການສົດ, ການນໍາໃຊ້ສື່ໃຫມ່ເຂົ້າໃນການຈັດລາຍການວິທະຍຸ ແລະ ເຕັກນິກການນໍາໃຊ້ຫ້ອງອັດ-ຫ້ອງສົ່ງສຽງຂອງວິທະຍຸ ໂດຍມີວິທະຍາກອນຈາກ ວສລ ເປັນຜູ້ເຝິກອົບຮົມໃຫ້.
ໃຫ້ກຽດເຂົ້າຮ່ວມ ແລະ ກ່າວໄຂການເຝິກອົບຮົມໃນຄັ້ງນີ້ແມ່ນ ທ່ານ ວໍລະສັກ ປຣະວົງວຽງຄໍາ, ຮອງຜູ້ອຳ ນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດ.
Loading...