ຕອນເຊົ້າວັນທີ 23 ກໍລະກົດ 2021 ວິທະຍຸກະຈາຍສຽງແຫ່ງຊາດລາວ ຈັດພິທີປາຖະກະຖາເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ ແລະເອກະສານສໍາຄັນອື່ນໆຈໍານວນໜຶ່ງ ໂດຍການເຜີຍແຜ່ຂອງ ທ່ານ ໂພສີ ແກ້ວມະນີວົງ ກຳມະການ ຄະນະປະຈຳພັກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເລຂາພັກຮາກຖານ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວພ້ອມດ້ວຍຄະນະ.
ທ່ານ ໂພສີ ແກ້ວມະນີວົງ ໄດ້ເຜີຍແຜ່ເອກະສານມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊູມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ. ຊຶ່ງທ່ານໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃນໄລຍະ 5 ປີຜ່ານມາ ປະເທດເຮົາສາມາດຮັບປະກັນການຮັກສາສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ຮັບປະກັນວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດສັງຄົມໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ, ອົງການຈັດຕັ້ງພັກ-ລັດ ໄດ້ຮັບການປັບປຸງດີຂຶ້ນ ແລະອື່ນໆ. ພ້ອມນີ້ ທ່ານຍັງຍົກໃຫ້ເຫັນຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຖວທ ແລະ ຈຸດອ່ອນ ຂໍ້ຄົງຄ້າງທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂ.
ຈາກນັ້ນ ທ່ານ ວໍລະສັກ ປຣະວົງວຽງຄຳ ຮອງເລຂາຄະນະພັກຮາກຖານ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ເຜີຍແຜ່ສອງເອກະສານຄື: ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9, 2021-2025 ແລະ ແຜນພັດທະນາ 5 ປີ ຄັ້ງທີ 9 ຂອງອົງຄະນະພັກກະຊວງ ຖວທ, ສ່ວນ ທ່ານ ສັງຂານ ຈູມຄຳພັນ ຄະນະພັກຮາກຖານ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ເຜີຍແຜ່ເອກະສານວັນສ້າງຕັ້ງລັດຖະທຳມະນູນ ວັນທີ 15 ສິງຫາ ຄົບຮອບ 30 ປີ ແລະວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ, ການຈັດຕັ້ງເຊື່ອມຊືມເອກະສານສຳຄັນຄັ້ງນີ້ ເພື່ອໃຫ້ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກພາຍໃນວິທະຍຸກະຈາຍສຽງແຫ່ງຊາດລາວ ກຳໄດ້ເນື້ອໃນລາຍລະອຽດຂອງແຕ່ລະເອກະສານ ແລ້ວນຳໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຕົວຈິງໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້ໃນຕໍ່ໜ້າ.
Loading...