ລະຫວ່າງວັນທີ 11 ຫາ 12 ມັງກອນນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການ ເປັນປະທານຮ່ວມຂອງທ່ານ ສຸວັນ ວິໄລແສງ ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດລາວ ແລະທ່ານ ສັງຂານ ຈູມຄໍາພັນ ຮອງຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດລາວ ມີບັນດາຜູ້ອຳ ນວຍການ, ຮອງຜູ້ອຳ ນວຍການວິທະຍຸກະຈາຍສຽງຂອງບັນດາແຂວງໃນທົ່ວປະເທດ ແລະວິທະຍຸກອງທັບປະຊາຊົນລາວເຂົ້າຮ່ວມ. ໂດຍການສະໜັບສະໜູນຈາກອົງການອຸຍນິເຊັບ
ຈຸດປະສົງເພື່ອທົບທວນຄືນການຮ່ວມມືດ້ານວຽກງານຂ່າວ ແລະການລາຍງານຂ່າວລະຫວ່າງວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ທ້ອງຖິ່ນ ແນໃສ່ຍົກໃຫ້ເຫັນດ້ານດີ ແລະ ບັນດາຂໍ້ຄົງຄ້າງທີ່ຕ້ອງສືບຕໍ່ປັບປຸງແກ້ໄຂວຽກງານການລາຍງານຂ່າວຂອງທ້ອງຖີ່ນໃຫ້ດີຂື້ນກວ່າເກົ່າ.
ໂອກາດນີ້ທ່ານ ສຸວັນ ວິໄລແສງ, ຜູ້ອໍານວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດລາວ ຊີ້ໃຫ້ເຫັນວ່າ: ກອງປະຊຸມຄັ້ງນີ້ມີຄວາມສຳຄັນຫລາຍ ແລະເປັນໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ປຶກສາຫາລືສົນທະນາແລກປ່ຽນບົດຮຽນຊື່ງກັນ ແລະກັນ ແນໃສ່ເພື່ອປັບປຸງເນື້ອໃນຂ່າວ ແລະ ບົດຂອງສູນກາງ ແລະທ້ອງຖິ່ນໃຫ້ມີຄວາມເປັນເອກະພາບ ມີເນື້ອໃນອຸດົມສົມບູນ ແລະໜ້າສົນໃຈມີຫລາຍຮູບຫລາຍສີໃນການນຳສະເໜີຜ່ານສື່ເກົ່າ ແລະ ສື່ສັງຄົມອອນລາຍ.
ກອງປະຊຸມຄັ້ງນີ້ນອກຈາກແລກປ່ຽນການຮ່ວມມືດ້ານວຽກງານຂ່າວ, ວຽກ ງານບັນນາທິການ, ການປະສານງານລະຫວ່າງສູນກາງ ແລະທ້ອງຖີ່ນແລ້ວ ຍັງໄດ້ປຶກສາຫາລືກ່ຽວກັບລາຍການເປີດໃຈໄວໜຸ່ມຂອງທຸກສະຖານີທີ່ໄດ້ຮັບການສະໜັບສະໜູນຈາກອົງການຢູນິເຊັບ ເພື່ອເຮັດໃຫ້ລາຍການນີ້ມີປະສິດທິພາບກວ່າເກົ່າແລະມີຄວາມຍືນຍົງ ເພາະເປັນລາຍການທີ່ດີໃນການສຶກສາອົບຮົມເຍົາວະຊົນຊາວໜຸ່ມຊື່ງເປັນອານາຄົດຂອງຊາດ ພ້ອມນີ້ຍັງໄດ້ມອບໃບຍ້ອງຍໍໃຫ້ວິທະຍຸກະຈາຍສຽງບັນດາແຂວງ ແລະຫ້ອງການ ຖວທ ເມືອງທີ່ໄດ້ປະກອບສ່ວນລາຍງານຂ່າວໃຫ້ວິທະຍຸກະຈາຍສຽງແຫ່ງຊາດລາວໃນປີ 2021 ຜ່ານມາຕື່ມອີກ.
Loading...