ປັດຈຸບັນ ສັງຄົມລາວເຮົາພວມຢູ່ໃນຍຸກແຫ່ງເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄໝ ແລະ ພັດທະນາຢ່າງວ່ອງ ໄວ ຍ້ອນການສົ່ງຂໍ້ມູນຂ່າວສານ ມີຄວາມສະດວກສະບາຍ ແລະ ວ່ອງໄວ ໂດຍມີສື່ສັງຄົມອອນລາຍ ຫລື ສື່ໃໝ່ເປັນໂຕຂັບເຂື່ອນທີ່ສໍາຄັນ ຄືດັ່ງວ່າສາມາດຫຍໍ້ໂລກໝົດໜ່ວຍໃຫ້ແຄບລົງ ເຮັດໃຫ້ຄວາມຫ່າງໄກ ແລະ ຄວາມແຕກຕ່າງກັນດ້ານເວລາບໍ່ເປັນອຸປະສັກ ຫລື ຂໍ້ຈຳກັດໃນການສື່ສານລະ ຫວ່າງກັນ. ການເຂົ້າມາຂອງສື່ໃໝ່ ບໍ່ໄດ້ມີບົດບາດພຽງແຕ່ອຳນວຍຄວາມສະດວກຕໍ່ການໃຊ້ຊີວິດປະຈຳວັນເທົ່ານັ້ນ ແຕ່ຍັງມີບົດບາດໃນການປ່ຽນແປງພຶດຕິກຳຫລາຍຢ່າງຂອງຄົນໃນສັງຄົມ, ເຊີ່ງໜຶ່ງໃນນັ້ນ ແມ່ນພຶດຕິກໍາການບໍລິ ໂພກຂໍ້ມູນຂ່າວສານ ໄດ້ຫັນໄປສູ່ໂລກອອນລາຍນັບມື້ຫຼາຍຂຶ້ນ ເຮັດໃຫ້ມີຜົນກະທົບໂດຍກົງຢ່າງຫລີກຫລ່ຽງບໍ່ໄດ້ຕໍ່ສື່ດັ້ງເດີມ ຫລື ສື່ເກົ່າ ໂດຍສະເພາະແມ່ນສື່ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ວາລະສານ ເນື່ອງຈາກການບໍລິໂພກຂໍ້ມູນຂ່າວສານ ແລະ ການໂຄສະນາສິນຄ້າຜ່ານສື່ເຫລົ່ານີ້ນັບມື້ຫລຸດລົງ, ກົງກັນຂ້າມຄົນຫັນໄປບໍລິ ໂພກຂໍ້ມູນຂ່າວສານ ແລະ ໂຄສະນາສິນຄ້າຜ່ານສື່ໃໝ່ນັບມື້ເພີ່ມຂຶ້ນ.
ເວົ້າສະເພາະວິທະຍຸກະຈາຍສຽງຢູ່ລາວ ເຊີ່ງເປັນສື່ແບບດັ່ງເດີມ ບໍ່ວ່າຈະເປັນບັນ ດາວິທະຍຸກະຈາຍສຽງທັງຢູ່ສູນກາງ ແລະ ທ້ອງຖິ່ນ, ຫລາຍຄົນໂດຍສະເພາະຜູ້ທີ່ບໍ່ຄົ້ນຄິດລະອຽດ ຫລື ຜູ້ທີ່ມີແນວຄິດແບບເກົ່າແກ່ດັ້ງເດີມ ແລະ ບໍ່ພັດທະນາຕາມຍຸກຕາມສະໄໝ ຄົງຄິດວ່າ ການເຂົ້າມາຂອງສື່ໃໝ່ ຈະເຮັດໃຫ້ສື່ວິທະຍຸນັບມື້ຕາຍໄປຈາກສັງຄົມ. ແຕ່ໃນຄວາມເປັນຈິງແລ້ວ ວິທະຍຸກະຈາຍສຽງທັງຢູ່ສູນກາງ ແລະ ທ້ອງຖິ່ນຂອງລາວ ຕ່າງໄດ້ປັບປຸງຕົວເອງຄືນໃໝ່ທາງດ້ານເນື້ອໃນ ແລະ ຮູບແບບຂອງລາຍການຢ່າງຕໍ່ເນື່ອງ. ສິ່ງສໍາຄັນໄດ້ຫັນມານໍາໃຊ້ກົນລະຍຸດ: “ໜາມປັກ ເອົາໜາມບົ່ງ” ດ້ວຍການຫັນມານໍາໃຊ້ສື່ໃໝ່ເຂົ້າໃນການນໍາສະເໜີຂໍ້ມູນຂ່າວສານຜ່ານບັນດາລາຍການຂອງແຕ່ລະສະ ຖານີ ເຮັດໃຫ້ວິທະຍຸກະຈາຍສຽງຈາກເມື່ອກ່ອນທີ່ກະ ຈາຍສຽງຜ່ານຊ່ອງທາງອອນແອ ( on air ) ໄປສູ່ການກະ ຈາຍສຽງ ແລະ ພາບວິດີໂອ ຜ່ານສື່ໃໝ່ໃນຊ່ອງທາງອອນລາຍ ( on line ) ໂດຍສະເພາະການອອນລາຍຜ່ານເຟສບຸກໃນເວລາຈັດລາຍການ ເຮັດໃຫ້ຜູ້ຟັງສາມາດເຫັນ ແລະ ສື່ສານກັບບັນດາໂຄສົກທີ່ກຳລັງດໍາເນີນລາຍການຕ່າງໆ ໄດ້ຢ່າງສະດວກສະບາຍ ເຊີ່ງຕ່າງຈາກເມື່ອກ່ອນທີ່ໄດ້ຍິນໂຄສົກດໍາເນີນລາຍການອອນອາກາດທາງວິທະຍຸເທົ່ານັ້ນ. ນອກຈາກນີ້ ວິທະຍຸແຫ່ງ ໄດ້ສ້າງເວັບໄຊ, ເຟສບຸກ, ຢູທູບ ແລະ ອື່ນໆ ເປັນຂອງຕົນເອງ ເພື່ອເຜີຍແຜ່ຂ່າວທີ່ມີທັງຄລິປວິດີໂອ, ຄລິປສຽງ ແລະ ຂ່າວທີ່ມີພາບນິ່ງປະກອບເຮັດໃຫ້ການນໍາສະເໜີຂໍ້ມູນຂ່າວສານມີຄວາມວ່ອງໄວ ແລະ ທັນເຫດການ ເຊີ່ງບໍ່ແຕກຕ່າງຫຍັງກັບສື່ໂທລະພາບ ແລະ ໜັງສືພິມ, ທັງເປັນການນໍາໃຊ້ສື່ເກົ່າ ແລະ ສື່ໃໝ່ ຄວບຄູ່ກັນໄປ ຫລື ເອີ້ນວ່າ: ການຫລອມລວມສື່ ທີ່ຖືເປັນທາງເລືອກ ແລະ ທາງລອດຂອງສື່ວິທະຍຸໃນປັດຈຸບັນ ເຊີ່ງເປັນການເພີມຊ່ຶງທາງຕິດຕາມຂໍ້ມູນຂ່າວສານຜ່ານວິທະຍຸຂອງຕົນໃຫ້ຫລາຍຂຶ້ນກວ່າເກົ່າ.
ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ ຫຼື UNESCO ໄດ້ກໍານົດເອົາວັນທີ 13 ກຸມພາຂອງທຸກປີເປັນວັນວິທະຍຸກະຈາຍສຽງໂລກ (World Radio Day ເຊີ່ງໄດ້ຜ່ານການຮັບຮອງຈາກສະມັດຊາໃຫຍ່ອົງການສະຫະປະຊາຊາດ ແລະ ໄດ້ເລີ່ມຈັດໃຫ້ມີກິດຈະກໍາເພື່ອສະເຫລີມສະຫລອງວັນດັ່ງກ່າວຢ່າງເປັນທາງການນັບແຕ່ປີ 2012 ເປັນຕົ້ນມາ. ສໍາລັບການສະເຫລີມສະຫຼອງວັນວິທະຍຸກະຈາຍສຽງໂລກໃນປີ 2021 ນີ້ ແມ່ນເປັນຄັ້ງທີ 10 ໂດຍມີຫົວຂໍ້: New World, New Radio.
ຈາກຫົວຂໍ້ດັ່ງກ່າວນີ້ ເຫັນວ່າສອດ ຄ່ອງກັບວິທະຍຸກະຈາຍສຽງຢູ່ລາວຫລາຍແຫ່ງພວມຈັດຕັ້ງປະຕິບັດຢູ່ ນັ້ນກໍຄືການປັບຕົວໃຫ້ເຂົ້າກັບຍຸກສະໄໝ ແລະ ເຕັກໂນໂລຊີການສື່ສານທີ່ທັນສະໄໝດ້ວຍການນໍາໃຊ້ທັງສື່ເກົ່າ ແລະ ສື່ໃໝ່ຄວບຄູ່ກັນໄປ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ ໂດຍສະເພາະໃນສະພາບປັດຈຸບັນທີ່ມີການລະບາດຂອງພະຍາດໂຄວິດ-19 ໃຫ້ທົ່ວເຖີງປະຊາຊົນຢູ່ແຕ່ລະທ້ອງຖິ່ນທົ່ວປະເທດ ແລະ ແນໃສ່ເຮັດໃຫ້ວິທະຍຸເປັນສື່ທີ່ຍັງໄດ້ຮັບຄວາມນິຍົມຈາກສັງຄົມ. ຢ່າງໃດກໍຕາມ ມາຮອດປັດຈຸບັນ ເຖີງວ່າສື່ວິທະຍຸ ໄດ້ປັບ ປຸງຕົນເອງຢ່າງຕໍ່ເນື່ອງ ເພື່ອໃຫ້ທັນຍຸກທັນສະໄໝ ແຕ່ໃນຕົວຈິງເຫັນວ່າຍັງມີວິທະຍຸຫຼາຍແຫ່ງຍັງປັບຕົວບໍ່ທັນໄດ້ດີເທົ່າທີ່ຄວນ ແລະ ຍັງເຮັດຕາມຮູບແບບເກົ່າທີ່ເຄີຍປະຕິບັດມາ.
ດັ່ງນັ້ນ ໃນໂອກາດວັນວິທະຍຸກະຈາຍສຽງໂລກ, ວັນທີ 13 ກຸມພາ ປີນີ້ ຮຽກຮ້ອງ ມາຍັງວິທະຍຸກະຈາຍສຽງຂອງລາວທຸກແຫ່ງທັງຢູ່ສູນກາງ ແລະ ທ້ອງຖິ່ນຕ້ອງສືບຕໍ່ປັບ ປຸງໃຫ້ດີຂຶ້ນ, ດ້ານເຕັກນິກ, ນອກຈາກນຳສະເໜີຜ່ານຄື້ນວິທະຍຸແລ້ວ ຕ້ອງໄດ້ກະຈາຍຜ່ານເວັບໄຊ, ເຟສບຸກ, ຢູທູບ ແລະ ແອັບພີເຄເຊິ່ນອື່ນຯ ໃຫ້ຫລາກຫລາຍ, ຖ່າຍພາບ-ຕັດຕໍ່ຮູບພາບ ແລະ ການອອກແບບຕ້ອງລະອຽດຊັດເຈນຫຼາຍຂຶ້ນ. ສິ່ງສໍາຄັນທີ່ສຸດ ແມ່ນດ້ານບຸກຄະລາກອນ ຕ້ອງຮູ້ ຈັກພັດທະນາຕົນເອງໃຫ້ຫລາຍຂຶ້ນ ດ້ວຍການນໍາສະເໜີຂ່າວ ຫລື ເນື້ອຫາຕ່າງໆ ຜ່ານລາຍການທີ່ຕົນຮັບ ຜິດຊອບແບບເຈາະເລິກ, ເຕັມໄປດ້ວຍຄຸນນະພາບ ແລະ ມີຫົວຄິດປະດິດສ້າງກ່ວາເກົ່າ ເພື່ອດຶງດູດໃຈຜູ້ຟັງ, ຜູ້ຊົມ ແລະ ຜູ້ອ່ານໃຫ້ນັບມື້ຫລາຍຂຶ້ນ, ຫລີກຫລ່ຽງທີ່ສຸດການເຮັດວຽກແບບຂີ້ຄ້ານມັກງ່າຍ, ເຮັດພໍແລ້ວມື, ລໍຖ້າແຕ່ຄໍາສັ່ງເພາະບຸກຄະລາກອນ ຄື ຂອດຕັດສິນສຳຄັນໃນການຈັດຕັ້ງປະຕິບັດວຽກງານທັງໝົດ ທັ້ງນີ້ ກໍເພື່ອພິສູດໃຫ້ສັງຄົມຮັບຮັບຮູ້ວ່າ: ສື່ດັ້ງເດີມຢ່າງວິທະຍຸກະຈາຍສຽງ ຈະບໍ່ມີມື້ຕາຍ ແຕ່ຈະສືບຕໍ່ຄົງຕົວຢູ່ຄູ່ກັບສັງຄົມ ແລະ ກາຍ ເປັນປາກກະບອກສຽງອັນແຫຼມຄົມຂອງພັກ ແລະ ລັດ ຖະບານ ກໍຄື ການຮັບໃຊ້ປະຊາຊົນລາວຕະຫຼອດໄປ.
Cr: ມົດແດງນ້ອຍ
Loading...