ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ປີນີ້ເປັນປີທີ່ພັກກອມມູນິດຈີນສ້າງຕັ້ງຂຶ້ນຄົບຮອບ 100 ປີ. ໃນວັນທີ 30 ກັນຍາ ຄື ວັນລະນຶກເຖິງຜູ້ທີ່ເສຍສະຫຼະຊີວິດເພື່ອປະເທດຊາດຂອງຈີນ, ທ່ານສີຈິ້ນຜິງ ປະທານປະເທດຈີນພ້ອມຜູ້ນຳພັກ-ລັດທ່ານອື່ນໆ ໄດ້ຮ່ວມກັນກັບຜູ້ຕາງໜ້າຈາກວົງການຕ່າງໆຂອງຈີນໄດ້ວາງກະຕ່າດອກໄມ້ຢູ່ຕໍ່ໜ້າອະນຸສາວະລີວິລະຊົນປະຊາຊົນທີ່ສະໜາມຫຼວງທຽນອ່ານເມີນ ນະຄອນຫຼວງປັກກິ່ງ.
ຕາມສະຖິຕິທີ່ບໍ່ຄົບຖ້ວນ, ນັບແຕ່ສະໄໝໃໝ່ໃນປະຫວັດສາດຈີນຄື:ແຕ່ປີ1840 ເປັນຕົ້ນມາ, ຈີນມີຜູ້ເສຍສະຫຼະຊີວິດ ປະມານ 20 ລ້ານຄົນໄດ້ເສຍສະຫຼະຊີວິດຢ່າງອົງອາດກ້າຫານເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ,ເສລີພາບແລະຄວາມສຸກມາໃຫ້ປະຊາຊົນ ກໍຄືເພື່ອຄວາມຮັ່ງມີເຂັ້ມແຂງຂອງປະເທດຊາດ. ເດືອນສິງຫາປີ2014, ອົງການນິຕິບັນຈີນຍັດໄດ້ຮັບຮອງມະຕິຕົກລົງໂດຍກຳນົດເອົາວັນທີ 30 ກັນຍາເປັນວັນລະນຶກເຖິງຜູ້ທີ່ເສຍສະຫຼະຊີວິດເພື່ອປະເທດຊາດ. ໃນວັນທີ 30 ກັນຍາຂອງແຕ່ລະປີ, ປະ ເທດຈີນຈະຈັດກິດຈະກຳລະນຶກເຖິງຜູ້ທີ່ເສຍສະຫຼະຊີວິດເພື່ອປະເທດຊາດ, ເພື່ອສະແດງຄວາມເຄົາລົບນັບຖືວິລະຊົນໃນນາມປະເທດຊາດ, ເຮັດໃຫ້ນ້ຳໃຈວິລະຊົນຖືກຈາລຶກໄວ້ໃນໃຈຂອງຊົນຊາດຈີນຕະຫຼອດໄປ.
ທ່ານສີຈິ້ນຜິງເຄີຍກ່າວວ່າ, ພວກເຮົາຕ້ອງຈື່ຈຳຄວາມມຸ່ງຫວັງຂອງວິລະຊົນຜູ້ເສຍສະຫຼະຊີວິດເພື່ອປະເທດຊາດ, ບໍ່ລືມອຸດົມການອັນຍິ່ງໃຫຍ່ທີ່ພວກເພິ່ນຍອມເສຍສະຫຼະຊີວິດເພື່ອປະເທດຊາດ. ພວກເຮົາຕ້ອງສ້າງບັນຍາກາດທີ່ດີໃນທົ່ວສັງຄົມເພື່ອທີ່ເຄົາລົບວິລະຊົນ ແລະ ໄວ້ອາໄລເຖິງວິລະຊົນທີ່ໄດ້ເສຍສະຫຼະຊີວິດໄປ. ສຳລັບວິລະຊົນທີ່ເສຍສະຫຼະຊີວິດເພື່ອປະເທດຊາດ ແລະ ປະຊາຊົນ, ພວກເຮົາຕ້ອງຈື່ຈຳໄປຕະຫຼອດ, ໃຫ້ກຽດ ແລະ ໃຫ້ການເຄົາລົບຢ່າງສູງແກ່ພວກເພິ່ນ.
ວິທີດີທີ່ສຸດທີ່ລະນຶກເຖິງວິລະຊົນ, ກໍແມ່ນການຮ່ຳຮຽນ ແລະ ສືບທອດນ້ຳໃຈ ວິລະຊົນ, ຮັບເອົາກຳລັງໃຈຈາກວິລະຊົນ, ສືບທອດແລະເສີມຂະຫຍາຍພາລະກຳຂອງພວກເພິ່ນ. ໃນຂະບວນການປະຕິວັດ ການສ້າງສາພັດທະນາ ແລະ ປະຕິຮູບສັງຄົມນິຍົມຂອງຈີນ, ວິລະຊົນທຸກເຊັ່ນຄົນໄດ້ອຸທິດສະຕິປັນຍາ ເຫື່ອແຮງ ແມ່ນແຕ່ເລືອດເນື້ອ ແລະ ຊີວິດຂອງຕົນເພື່ອຄວາມຮັ່ງມີເຂັ້ມແຂງຂອງຊາດ, ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດ, ແລະ ການສ້າງຄວາມສຸກໃຫ້ກັບປະຊາຊົນ, ຈຶ່ງເຮັດໃຫ້ພວກເຮົາໄດ້ມີຊີວິດທີ່ສະຫງົບຜາສຸກຄືຊູ່ມື້ນີ້.
ໃນຄວາມເປັນຈິງແລ້ວ, ບໍ່ວ່າປະເທດຈີນ ຫຼື ປະເທດລາວ, ບໍ່ວ່າໃນສະໄໝສົງຄາມ ຫຼື ສະໄໝແຫ່ງສັນຕິພາບ, ເພື່ອພາລະກິດປົດປ່ອຍຊາດ, ການສ້າງສາພັດທະນາປະເທດຊາດ, ແລະ ເພື່ອຂີວິດທີ່ມີຄວາມສຸກຂອງປະຊາຊົນ, ໃນປະຫວັດສາດຂອງສອງປະເທດລາວ-ຈີນໄດ້ປະກົດມີວິລະຊົນຢ່າງຫຼວງຫຼາຍທີ່ບຸກບືນສູ້ຊົນ ຍອມເສຍສະຫຼະຊີວິດຕົນ, ເຊິ່ງພວກເຮົາ ກໍຄືຄົນລຸ້ນຫຼັງຕ້ອງຈື່ຈຳ ແລະ ໄວ້ອາໄລເຖິງພວກເພິ່ນ, ສືບທອດ ເສີມຂະຫຍາຍນ້ຳໃຈວິລະຊົນຕະຫຼອດໄປ.