ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເມື່ອຫວນຄືນອະດີດ 60 ກວ່າປີ ຫລື 6 ທົດສະວັດຄືນຫລັງ, ໄດ້ມີເຫດການປະຫວັດສາດທີ່ປວງຊົນລາວທັງຊາດບໍ່ອາດຫລົງລືມໄດ້ ນັ້ນກໍ່ຄື: ວິລະກຳໜີອອກຈາກຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ພະນັກງານແນວລາວຮັກຊາດໃນຂ້ອນຄືນຂອງວັນທີ 23 ພຶດສະພາ 1960, ເວລາ 24 ໂມງ 30 ນາທີ ຫລື ເວລາ 0 ໂມງ 30 ນາທີ ຂອງວັນທີ 24 ພຶດສະພາ 1960.
ພາຍຫລັງທີ່ບັນດາຜູ້ນຳຂອງພັກ ແລະ ພະນັກງານແນວລາວຮັກຊາດຖືກຈັບກຸມຄຸມຂັງໃນ ວັນທີ 28 ກໍລະກົດ 1959.
ບັນດາຜູ້ນໍາ (ຜູ້ແທນແນວລາວຮັກຊາດ) ທີ່ຖືກຈັບ ລວມ ມີ 7 ສະຫາຍຄື: ສະຫາຍ ສຸພານຸວົງ, ສະຫາຍ ໝູຮັກ ພູມສະຫວັນ, ສະຫາຍ ພູມີ ວົງວິຈິດ, ສະຫາຍ ພູນ ສີປະເສີດ, ສະຫາຍ ສີຊະນະ ສີສານ, ສະຫາຍ ຄຳຜາຍ ບຸບຜາ ແລະ ສະຫາຍ ສີທົນ ກົມມະດຳ. ສ່ວນພະນັກງານ, ທະຫານແນວລາວຮັກຊາດ 9 ຄົນ ທີ່ເຂົ້າຮ່ວມເປັນຂ້າ ລາຊະການໃນກົງຈັກລັດຖະບານປະສົມກໍ່ຖືກຈັບເຊັ່ນດຽວກັນ ຊຶ່ງມີ: ສະຫາຍ ສິງກະໂປ ສີໂຄດຈຸນລະມະນີ, ສະຫາຍ ມາ ໄຂຄຳພິທູນ, ສະຫາຍ ໝື່ນ ສົມວິຈິດ, ສະຫາຍ ເພົ້າ ພິມພະຈັນ, ສະຫາຍ ຄຳເພັດ ພົມມະວັນ, ສະຫາຍ ມະຫາ ສົມບູນ ວົງໜໍ່ບຸນທຳ, ສະຫາຍ ບົວສີ ຈະເລີນສຸກ, ທ້າວ ພູເຂົາ ແລະ ທ້າວ ມານະ ລວມທັງໝົດ 16 ສະຫາຍ.
ໃນໄລຍະເກືອບ 10 ເດືອນທີ່ຖືກຈັບກຸມຄຸມຂັງນັ້ນ, ຊີວິດ ແລະ ໂຊກຊາຕາກຳຂອງບັນດາຜູ້ນຳ ແລະ ພະນັກງານແນວລາວຮັກຊາດທັງ 16 ທ່ານ ສຸດທີ່ສ່ຽງໄພ, ອັນຕະລາຍບໍ່ຕ່າງຫຍັງກັບເສັ້ນດ້າຍທີ່ຖືກດຶງໃກ້ຈະຂາດ, ເພາະວ່າຝ່າຍສັດຕູຄາດໝາຍໄວ້ໃນຈຳນວນບັນດາຜູ້ນຳບຸກຄົນສຳຄັນໆປະມານ 8 – 9 ຄົນຈະໄດ້ຖືກປະຫານຊີວິດ. ນອກນັ້ນຈະໄດ້ຖືກຕັດສິນຂັງຄຸກຕະຫລອດຊີວິດ. ຈາກນັ້ນ, ພວກເຂົາໄດ້ມີແຜນຕັ້ງສານພິເສດສະເພາະ ເພື່ອເອົາບັນດາຜູ້ນຳແນວລາວຮັກຊາດອອກຕັດສິນບໍ່ໃຫ້ກາຍເວລາ 1 ເດືອນ ນັບຕັ້ງແຕ່ມື້ຄະນະລັດຖະບານຫຸ່ນໄດ້ຕົກລົງເປັນເອກະພາບກັນ.
ເມື່ອຮູ້ແຈ້ງເຖິງທາດແທ້ປະຕິການ ແລະ ແຜນການດັ່ງກ່າວຂອງຝ່າຍສັດຕູ, ສະຫາຍ ໄກສອນ ພົມວິຫານ ຜູ້ນຳສູນກາງພັກໄດ້ໃຫ້ທິດຊີ້ນຳວ່າ: “ຕ້ອງເອົາຜູ້ນຳອອກຈາກຄຸກບໍ່ໃຫ້ກາຍເດືອນ 5 ປີ 1960 ເປັນອັນຂາດ, ຖ້າມື້ໃດມີໂອກາດອຳນວຍ ແລະ ຮັບປະກັນແມ່ນເປັນມື້ຕັດສິນການໜີອອກຈາກຄຸກ”. ສໍາລັບບັນດາຜູ້ນໍາ ເຖິງວ່າເພິ່ນຈະຖືກກັກຂັັງກໍຕາມ ແຕ່ບໍ່ໄດ້ລົດລະຄວາມພະຍາຍາມໃນການຫາວີທີ ແລະ ຊ່ອງທາງເພື່ອໃຫ້ຫລຸດພົ້ນອອກ ຈາກການກະທຳອັນຜະເດັດການທີ່ສຸດນີ້ ໂດຍພວກເພິ່ນໄດ້ເອົາໃຈໃສ່ຢ່າງສຸດຂີດຄວາມສາມາດ ໃນການສຶກສາອົບຮົມແກ່ ສາລະວັດຕຳຫລວດ ແລະ ສາລະວັດທະຫານ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງອັນຖືກຕ້ອງເປັນທຳຂອງແນວລາວຮັກຊາດ ພ້ອມນັ້ນກໍໄດ້ຊີ້ແຈງໃຫ້ເຫັນເຖິງທາດແທ້ຄວາມໂຫດຮ້າຍສາມານຂອງ ລັດທິຈັກກະພັດແບບໃໝ່ຈົນໃນທີ່ສຸດ ສາລະວັດດັ່ງກ່າວກໍຍອມເຂົ້າຮ່ວມການຕໍ່ສູ້ກັບຝ່າຍກຳລັງຮັກຊາດ. ດ້ວຍເຫດນັ້ນ ຈຶ່ງມີ ການວາງແຜນໃນການຕິດຕໍ່ພົວພັນທາງລັບລະຫວ່າງ ນອກ ແລະ ໃນຄຸກ ຢ່າງປິດລັບທີ່ສຸດ ເພື່ອຈະໜີອອກຈາກຄຸກອອກໄປສູ່ເຂດທີ່ໝັ້ນຂອງການປະຕິວັດ.
ເມື່ອແຜນການເປັນໄປຕາມເປົ້າໝາຍ ທີ່ຖືກກຳນົດໄວ້ ເວລາທ່ຽງຄືນຂອງວັນທີ 23 ພຶດສະພາ 1960 ຕໍ່ໃສ່ວັນທີ 24 ພຶດສະພາ 1960 ຜູ້ນຳຂອງພັກ-ແນວລາວຮັກຊາດ ໄດ້ໜີອອກຈາກຄຸກໂພນເຄັງໄປສູ່ເຂດທີ່ໝັ້ນ ຂອງການປະຕິວັດ ດ້ວຍຄວາມປອດໄພທຸກປະການ.
ເຫດການວິລະກຳດັ່ງກ່າວນີ້, ແມ່ນໄຊຊະນະ ທີ່ແລກມາດ້ວຍຄວາມທຸກທໍລະມານ ແລະ ແສນລຳບາກນາໆປະການ ເຖິງວ່າ ຈະຖືກຈັບກຸມຄຸມຂັງ ກໍບໍ່ມີທາງຍອມຈຳນົນ ໂດຍເດັດຂາດ ອັນນີ້ ກໍຍ້ອນບັນດາຜູ້ນຳເຮົາຖືປະເທດຊາດສູງກວ່າຊີວິດຂອງຕົນ ຊຶ່ງຈະຫາສິ່ງໃດມາປຽບປານກໍບໍ່ໄດ້. ໄຊຊະນະອັນພິລະອາດຫານໃນວິລະກຳໜີອອກຈາກຄຸກ ຄັ້ງມະຫັດສະຈັນໄດ້ກາຍເປັນບາດລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນຂອງຜູ້ນຳທີ່ຢູ່ໃນຄຸກ ພ້ອມທັງສາລະວັດ ແລະ ທຸກກຳລັງແຮງ ທີ່ໄດ້ປະກອບສ່ວນຊ່ວຍເຫລືອ ເຮັດໃຫ້ບັນດາທ່ານຜູ້ນຳໂຕນໜີອອກຈາກຄຸກໄດ້ເປັນຜົນສຳເລັດ. ນີ້ຄືວັນແຫ່ງໄຊຊະນະຂອງການປະຕິວັດທີ່ບໍ່ມີການນອງເລືອດ ກໍຄື ກາລະໂອກາດພັນປີມີເທື່ອໜຶ່ງ.
ການໜີອອກຈາກຄຸກແບບຮວມໝູ່ຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດຄັ້ງມະຫັດສະຈັນນີ້ ແມ່ນມີຄວາມສ່ຽງທີ່ສຸດ ແລະ ບໍ່ມີໃຜຄິດວ່າຈະເປັນໄປໄດ້ ເຊິ່ງເຫດການດັ່ງກ່າວຖືເປັນບົດຮຽນທີ່ຍັງຝັງເລິກຢູ່ໃນໃຈຂອງປວງຊົນລາວ ຢ່າງບໍ່ມີມື້ຈະຫລົງລືມໄດ້.