
ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19 ແລະກອງປະຊຸມສຸດຍອດການຄ້າການລົງທຶນຈີນ-ອາຊຽນຄັ້ງທີ 19 ຈັດຂຶ້ນຢູ່ນະຄອນໜານນີງເຂດກວາງຊີຈີນ ໃນລະຫວ່າງວັນທີ 16 ຫາ 19 ກັນຍານີ້ ພາຍໃຕ້ຫົວຂໍ້ “ຊົມໃຊ້ໂອກາດໃໝ່ຈາກ RCEP ຮ່ວມກັນ, ຊ່ວຍຊຸກຍູ້ການສ້າງເຂດການຄ້າເສລີຈີນ-ອາຊຽນລະດັບ 3.0”


ຕາມການຖະແຫຼງຂ່າວກ່ຽວກັບງານດັ່ງກ່າວຂອງເຈົ້າ ໜ້າທີ່ກ່ຽວຂ້ອງ ໃນວັນທີ 15 ກັນຍານີ້ໃຫ້ຮູ້ວ່າ: ງານວາງສະແດງຄັ້ງນີ້ ມີວິສາຫະກິດ 1.653 ແຫ່ງເຂົ້າຮ່ວມ ຜ່ານທາງອອຟລາຍ ແລະ ຄາດວ່າຈະ ວິສາຫະກິດທີ່ເຂົ້າຮ່ວມງານຜ່ານທາງອອນລາຍຫຼາຍກວ່າ 2.000 ແຫ່ງ.
ທ່ານ ອູເຈີ້ງພີງ, ຫົວໜ້າກົມວຽກງານພັດທະນາການຄ້າກັບຕ່າງປະເທດຂອງກະຊວງການຄ້າຈີນໃຫ້ຮູ້ວ່າ: ງານວາງສະແດງຄັ້ງນີ້ ຈະຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ເພື່ອປະກອບສ່ວນອັນໃໝ່ເຂົ້າໃນການສ້າງປະຊາຄົມຮ່ວມຊາ ຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ.
