ສູນການຄ້າ ວີວມໍ ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກຄ້າ ກໍ່ຄື ຜູ້ທີ່ເຂົ້າໄປໃຊ້ບໍລິການ ແລະ ຮັບ ປະກັນບໍ່ໃຫ້ມີການຕິດເຊື້ອພະຍາດດັ່ງກ່າວພາຍໃນສູນການຄ້າຂອງຕົນ ເນື່ອງຈາກມີຜູ້ເຂົ້າໄປໃຊ້ບໍລິການເປັນຈໍາຫລາຍໃນແຕ່ລະວັນ.

ທ່ານ ອິນທະສອນ ນ້ອຍວົງ, ຜູ້ຈັດການ ສູນການຄ້າ ວີວມໍ ໃຫ້ສໍາພາດ ວ່າ: ມາດຕະການທີ່ສູນການຄ້າ ວີວມໍ ປະຕິບັດເພື່ອປ້ອງກັນພະຍາດໂຄວິດ-19, ເລີ່ມຈາກການຈັດຕັ້ງຈຸດກວດວັດແທກອຸນຫະພູມ ແລະ ລ້າງມືດ້ວຍເຈວຢູ່ທາງເຂົ້າສູນການຄ້າ, ໃຫ້ແພດໝໍຈາກໜ່ວຍງານທີ່ກ່ຽວຂ້ອງລົງໄປສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ພະນັກງານຂອງຕົນເຊິ່ງທຸກຄົນສັກຄົບ 2 ເຂັມໝົດແລ້ວ ແລະ ໃຫ້ພະນັກງານທຸກຄົນໃສ່ຜ້າອັດປາກ-ດັງຕະຫລອດເວລາ, ລວມເຖີງຕ້ອງກວດວັດ ແທກອຸນຫະພູມກ່ອນເຂົ້າເຮັດວຽກທຸກຄັ້ງ, ພ້ອມນີ້ ໄດ້ເນັ້ນໜັກໃຫ້ບັນດາເຈົ້າຂອງຮ້ານ ກໍ່ຄື ບັນດາຫົວໜ່ວຍທຸລະກິດທີ່ໄປເຊົ່າຮ້ານເພື່ອຄ້າຂາຍ ຫລື ດໍາເນີນກິດຈະການຕ່າງໆ ເຂັ້ມງວດປ້ອງກັນພະຍາດໂຄວິດ-19 ເປັນຕົ້ນ: ໃຫ້ມີຈຸດກວດວັດ ແທກອຸນຫະພູມ ແລະ ລ້າງມືດ້ວຍເຈວກ່ອນເຂົ້າຮ້ານທຸກຄັ້ງ, ແຈກຜ້າອັດປາກ-ດັງ ແລະ ຮັກສາໄລຍະຫ່າງພາຍໃນຮ້ານ, ສ່ວນລູກຄ້າທີ່ຈະເຂົ້າໄປໃຊ້ບໍລິການທຸກຄົນ ຕ້ອງໄດ້ໃສ່ຜ້າອັດປາກ-ດັງຕະຫລອດເວລາ, ຜ່ານການກວດວັດແທກອຸນຫະພູມ ແລະ ລ້າງມືດ້ວຍເຈວຢູ່ຈຸດທີ່ສູນການຄ້າ ແລະ ບັນດາຮ້ານຄ້າທີ່ຕົນຈະເຂົ້າໄປໃຊ້ບໍລິການກ່ອນທຸກຄັ້ງ.


ຢ່າງໃດກໍ່ຕາມ ພາຍຫລັງທີ່ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດໂຄວິດ-19 ໄດ້ຖະແຫລງຂ່າວໃນວັນທີ 15 ມິຖຸນາ 2021 ວ່າ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເຄີຍເຂົ້າໄປຊື້ເຄື່ອງອຸປະໂພກ-ບໍລິໂພກຢູ່ຊຸບເປີມາເກັດແຫ່ງໜຶ່ງພາຍໃນສູນການຄ້າວີວມໍ ໃນໄລຍະວັນທີ 8-9 ມິຖຸນານີ້. ຕໍ່ເຫດການທີ່ເກີດຂຶ້ນ ທ່ານ ອິນທະສອນ ນ້ອຍວົງ ໃຫ້ຮູ້ວ່າ: ສູນການຄ້າ ວີວມໍ ໄດ້ໃຫ້ແພດຈາກໜ່ວຍງານກ່ຽວຂ້ອງລົງໄປເກັບຕົວຢ່າງພະນັກງານພາຍໃນຊຸບເປີມາເກັດດັ່ງກ່າວໄປກວດຫາເຊື້ອພະຍາດໂຄວິດ-19 ເຊິ່ງຜົນອອກມາເປັນລົບທັງໝົດ ໝາຍຄວາມວ່າບໍ່ພົບຜູ້ຕິດເຊື້ອແຕ່ຢ່າງໃດ, ພ້ອມນີ້ ໄດ້ໃຫ້ໜ່ວຍກູ້ໄພ 1623 ໄປພົ່ນຢາຂ້າເຊື້ອໝົດທົ່ວສູນການຄ້າວີວມໍ ແລະ ໄດ້ຍົກລະດັບການປ້ອງກັນພະຍາດໂຄວິດ-19 ຂຶ້ນຕື່ມ ເຊີ່ງລູກຄ້າທີ່ຈະເຂົ້າໄປໃຊ້ບໍລິການ ນອກຈາກຕ້ອງຜ່ານການກວດວັດແທກອຸນຫະພູມ ແລະ ໃສ່ຜ້າອັດປາກ-ດັງຕະຫລອດເວລາ ຍັງຕ້ອງໄດ້ລົງທະ ບຽນເພື່ອໃຫ້ຂໍ້ມູນເບື້ອງຕົ້ນກ່ຽວກັບຕົນເອງກ່ອນທຸກຄັ້ງ ພ້ອມນີ້ຕ້ອງໄດ້ຜ່ານການສັກວັກຊິນປ້ອງກັນພະຍາດໂຄວິດ-19 ຢ່າງໜ້ອຍ 1 ເຂັມ ຈິ່ງສາມາດເຂົ້າໄປໃຊ້ບໍລິ ການພາຍໃນສູນການຄ້າວີວມໍໄດ້.
ດັ່ງນັ້ນ, ຜູ້ຈັດການສູນການຄ້າ ວີວມໍ ຈິ່ງຝາກມາຍັງລູກຄ້າທີ່ຈະເຂົ້າໄປໃຊ້ບໍລິ ການທຸກຄົນຈົ່ງເຊື່ອໝັ່ນຕໍ່ມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ສູນການຄ້າ ວີວມໍ ວາງອອກ ເນື່ອງຈາກໄດ້ເຂັ້ມງວດທຸກມາດຕະການແລ້ວ. ພ້ອມນີ້ ທ່ານໄດ້ຮຽກຮ້ອງໃຫ້ລູກຄ້າທຸກຄົນຈົ່ງພ້ອມກັນເອົາໃຈໃສ່ປະຕິບັດຕາມມາດຕະການທີ່ສູນການຄ້າວີວມໍ ວາງອອກໃນໄລຍະນີ້ຢ່າງເຂັ້ມງວດ ຈົນກວ່າລັດຖະບານຈະມີມາດຕະການຜ່ອນຜັນໃໝ່ອອກມາໃນຕໍ່ໜ້າ ເພື່ອແນໃສ່ໃຫ້ທຸກຄົນໄດ້ໄປຈັບຈ່າຍໃຊ້ສອຍພາຍໃນສູນການຄ້າວີວມໍ ຢ່າງມີຄວາມສຸກ ແລະ ປ້ອງກັນໄດ້ພະຍາດໂຄວິດ-19.

ສໍາລັບສູນການຄ້າ ວີວມໍ ຕັ້ງຢູ່ຖະໜົນ 13 ໃຕ້, ບ້ານພະຂາວ, ເມືອງ ໄຊທານີ, ນະຄອນຫລວງວຽງຈັນ, ເປີດບໍລິການທຸກວັນ ເລີ່ມແຕ່ເວລາ 9 ໂມງ 00 ຫາ 20 ໂມງ 00.