ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນໂອກາດຂຶ້ນລາຍງານໂດຍສັັງເຂບກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າ ວັນທີ 5 ສິງຫານີ້ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ໃຫ້ຮູ້ກ່ຽວກັບໂຄງປະກອບລວມຂອງວາລະແຫ່ງຊາດ ທັງ 2 ສະບັບ ແມ່ນປະກອບມີ 4 ພາກໃຫຍ່ ຄື: ພາກທີ 1: ຄວາມຈໍາເປັນ ແລະ ຮີບດ່ວນ ຂອງວາລະແຫ່ງຊາດ, ພາກທີ 2: ທັດສະນະ-ແນວ ຄິດຊີ້ນໍາ, ຫຼັກການ, ຈຸດປະສົງ ແລະ ລະດັບຄາດຫມາຍ; ພາກທີ 3: ທິດທາງແກ້ໄຂ ແລະ ມາດ ຕະການ ແລະ ພາກທີ 4: ກົນໄກໃນການຈັດຕັ້ງປະຕິບັດ ແລະ ການແບ່ງຄວາມຮັບຜິດຊອບ.
ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບວຽກຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສັງລວມມີ 5 ວຽກຈຸດສຸມ ຄື:
1) ສົ່ງເສີມການຜະລິດເພື່ອທົດແທນນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບທີ່ເຂັ້ມ ແຂງ (ຫັນປ່ຽນຈາກສັງຄົມຊົມໃຊ້ຫຼາຍກວ່າໄປສູ່ສັງຄົມການຜະລິດຫຼາຍຂື້ນ).
2) ສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບງົບປະມານ.
3) ສົ່ງເສີມການປະຢັດ, ຕ້ານການຟຸມເຟືອຍ ແລະ ຍົກສູງປະສິດທິຜົນການລົງທຶນ-ລາຍຈ່າຍງົບປະມານ ແລະ ການແກ້ໄຂຫນີ້ສິນພາຍໃນ ແລະ ຕ່າງປະເທດ. ສໍາລັບດ້ານການປະຢັດແມ່ນຈະປັບປຸງນິຕິກໍາໃນການນໍາໃຊ້ລົດປະຈໍາຕໍາແຫນ່ງ ແລະ ລົດບໍລິຫານລັດ, ການໃຊ້ຈ່າຍງົບປະມານບໍລິຫານລັດ, ການຮັບແຂກ, ການເຄື່ອນໄຫວວຽກງານ ແລະ ການຈັດງານບຸນຕ່າງໆ ໃນການຈັດຕັ້ງພັກ-ລັດ ແຕ່ລະຂັ້ນທີ່ນໍາໃຊ້ງົບປະມານຂອງລັດໃຫ້ມີຄວາມເປັນເອກະພາບກັນ. ສໍາລັບການລົງທຶນ ແມ່ນຈະປັບປຸງນະໂຍບາຍການລົງທຶນຂອງລັດໃຫ້ສອດຄ່ອງ, ມີຈຸດສຸມ ແລະ ຮັບປະກັນທາງດ້ານປະສິດທິຜົນ.
4) ສ້າງສະຖຽນລະພາບດ້ານການເງິນ.
5) ຍົກສູງປະສິດທິພາບການຄຸ້ມຄອງລັດດ້ວຍກົດຫມາຍ ໂດຍຈະປັບປຸງຮ່າງກົດຫມາຍ, ນະໂຍບາຍ ແລະ ກົນໄກຕ່າງໆ ໃຫ້ຄ່ອງຕົວກວ່າເກົ່າ.
ສ່ວນວຽກຈຸດສຸມໃຫຍ່ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ ໂດຍສັງລວມແລ້ວມີ 6 ວຽກຈຸດສຸມ ຄື:
1) ສ້າງຄວາມຮັບຮູ້ເຂົ້າໃຈຜົນຮ້າຍຂອງຢາເສບຕິດໃຫ້ແກ່ສັງຄົມ ທັງສຶກສາອົບຮົມ, ໂຄສະນາເຜີຍແຜ່ ແນວທາງນະໂຍບາຍຕ່າງໆຂອງພັກ-ລັດເຮົາ.
2) ສ້າງ, ປັບປຸງກົດຫມາຍ ແລະ ນິຕິກໍາໃຕ້ກົດຫມາຍທີ່ກ່ຽວຂ້ອງກັບບັນຫາຢາເສບ ຕິດ.
3) ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດຂອງອົງການປົກປ້ອງກົດຫມາຍ, ອົງການຕຸລາ ການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕໍ່ການແກ້ໄຂບັນຫາຢາເສບຕິດ.
4) ຍົກສູງປະສິດທິພາບດ້ານການຄຸ້ມຄອງ ແລະ ຊີ້ນໍາການຈັດຕັ້ງປະຕິບັດຮອບດ້ານ.
5) ປັບປຸງຂີດຄວາມສາມາດໃນການແກ້ໄຂບັນຫາຢາເສບຕິດທີ່ເກີດຂື້ນຢູ່ໃນຄວາມຮັບຜິດຊອບຂອງຕົ້ນຂອງການຈັດຕັ້ງຕ່າງໆ ກ່ຽວຂ້ອງ.
6) ເພີ່ມທະວີວຽກງານການຮ່ວມມືສາກົນ.
ທ່ານ ພັນຄໍາ ວິພາວັນ ໃຫ້ຮູ້ຕື່ມວ່າ: ສໍາລັບກົນໄກການຈັດຕັ້ງປະຕິບັດວາລະແຫ່ງຊາດ ແມ່ນຈະບໍ່ໄດ້ແຕ່ງຕັ້ງຄະນະຮັບຜິດຊອບສະເພາະກິດຂື້ນ, ມີແຕ່ເນັ້ນຄວາມຮັບຜິດຊອບຂອງແຕ່ລະຂະແຫນງການກ່ຽວຂ້ອງ ເປັນຕົ້ນຕໍ ໂດຍກໍານົດໃຫ້ຂະແຫນງການຫຼັກເປັນຜູ້ຮັບຜິດຊອບ ແລະ ທັງເປັນໃຈກາງປະສານງານກັບພາກ ສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດຕົວຈິງ, ແຕ່ຈະມີການສະຫຼຸບລາຍງານຄວາມຄືບຫນ້າໃນແຕ່ລະໄລຍະ. ສ່ວນກອງທຶນ ຫຼື ແຫຼ່ງທຶນ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ, ໂດຍສະເພາະວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແມ່ນໃຫ້ອີງໃສ່ກົດຫມາຍ ແລະ ລະບຽບການກ່ຽວຂ້ອງ.
ສໍາລັບວາລະແຫ່ງຊາດທັງ 2 ສອງບັບ ໄດ້ກໍານົດເວລາໃນການຈັດຕັ້ງປະຕິບັດເປັນເວລາ 2 ປີ ເຄີ່ງ( ແຕ່ກາງປີ 2021-2023) ຫລັງຈາກນັ້ນ ຈະໄດ້ປະເມີນຄືນຜົນການຈັດຕັ້ງປະຕິບັດຕົວຈິງຜ່ານມາ ບົນພື້ນຖານນັ້ນເພື່ອກໍານົດທິດທາງໃນຕໍ່ໜ້າຕາມເຫັນສົົມຄວນ.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ອະພິນຍາ ສຸລິຍະວົງ