ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນອາທິດທີ 31 ຕຸລາ 2021, ສປປລາວ ກວດພົບຜູ້ຕິດເຊືອໂຄວິດ-19 ເພີ່ມໃໝ່ 685 ຄົນ ໃນນັ້ນຕິດເຊື້ອຢູ່ພາຍໃນ 679 ຄົນ.
ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມແລະແກ້ໄການລະບາດພະຍາດCOVID-19,ໄດ້ຖະແຫຼງຂ່າວ ກ່ຽວກັບສະ ພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດ COVID-19 ໃນທົ່ວໂລກ ປະຈຳວັນ ວັນທີ 31 ຕຸລາ ປີ 2021.
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ໃນມື້ວານນີ້ ວັນທີ 30 ຕຸລາ 2021 ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 6,173 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 685 ຄົນ ( ຕິດເຊື້ອພາຍໃນປະເທດ = 679 ຄົນ, ເດີນທາງຈາກຕ່າງປະເທດ 6 ຄົນ ) ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 40,271 ຄົນ, ເສຍຊີວິດສະສົມ 65 (ໃໝ່ 3), ປິນປົວຫາຍດີໃນມື້ວານນີ້ 372 ຄົນ ຈຳນວນຜູ້ທີ່ຍັງປິ່ນປົວ ແມ່ນ 6,826 ເຊິ່ງໝາຍຄວາມວ່າ ມາຮອດມື້ນີ້ ຍັງມີຜູ້ຕິດເຊື້ອພະຍາດໂຄວີດ-19 ກວມ 16.9 % ຂອງ ຈຳນວນຜູ້ຕິດເຊື້ອງທັງ ໝົດ ແລະ ຜູ້ປິ່ນປົວຫາຍດີແລ້ວ ແມ່ນ 82.8 %
ຈຳນວນແຂວງທີ່ມີລາຍງານການຕິດເຊື້ອ ມື້ນີ້ ແມ່ນມີ ນະຄອນຫຼວງວຽງຈັນ ແລະ 15 ແຂວງ ຕາມລາຍລະອຽດ
ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃໝ່ 685 ຄົນ ມີດັ່ງນີ້
o ສຳລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈຳນວນ 6 ຄົນ ຄື: ຈຳປາສັກ 3 ຄົນ, ສາລະວັນ 1 ຄົນ, ຫຼວງພະບາງ 1 ຄົນ ແລະ ໄຊຍະບູລີ 1 ຄົນ ນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິ ເວນ ຂອງແຕລະແຂວງແຕ່ມື້ເດີນທາງ ແຂົ້າມາສປປລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະ ຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ທີ່ ແຂວງກຳນົດໄວ້
o ສ່ວນການຕິດເຊື້ອພາຍໃນປະເທດ ຈຳນວນ 679 ຄົນ ຄື:
1. ນະຄອນຫຼວງວຽງຈັນ 287 ຄົນ ໃນ 8 ເມືອງ ຈາກ 105 ບ້ານ:
• ເມືອງຈັນທະບູລີ 17 ບ້ານ (41 ຄົນ)
ໂຮງແຮມ ນະຄອນສັກ 8
ໂພນສະຫວ່າງ 4
ຮ່ອງຄ້າ 4
ໜອງທາເໜືອ 4
ຊຽງຍືນ 3
ທົ່ງຕູມ 3
ບໍ່ນາງົວ 2
ຫັດສະດີ 2
ໂພນຕ້ອງຈອມມະນີ 1
ຫາຍໂສກ 1
ໂຮງໝໍມິດຕະພາບ 1
ສະຫວ່າງ 1
ຫ້ວຍຫົງ 1
ສີຫອມ 1
ໂພນຕ້ອງສະຫວາດ 1
ສີສະຫວາດ 1
ຫນອງປີງ 1
ຮ່ອງແຊງ 1
ຮ່ອງໄກ່ແກ້ວ 1
• ເມືອງສີໂຄດຕະບອງ ມີ 19 ບ້ານ (27 ຄົນ)
ໂພນສະຫວາດເໜືອ
27 (ໂຮງງານ ຊານຕິກ 26 ຄົນ)
ສີໄຄທົ່ງ 9
ນາເລົ່າ 8
ໂພສີ 5
ໂນນແກ້ວ 4
ວຽງຄຳ 4
ວັດໄຕນ້ອຍທົ່ງ 2
ໃຫມ່ 2
ໜອງໝ້ຽວ 2
ດົງນາໂຊກໃຕ້ 2
ຫນອງສະໂນຄຳ 2
ໜອງດ້ວງທົ່ງ 1
ໂພນສະຫວາດ 1
ໂພນຄຳ 1
ໂນນຂີ້ເຫຼັກ 1
ຈັນສະຫວ່າງ 1
ດົງນາໂຊກເຫນືອ 1
ດ່ານຄຳ 1
ວັດໄຕໃຫ່ຍທົ່ງ 1
• ເມືອງໄຊເສດຖາ ມີ 19 ບ້ານ (38 ຄົນ)
ນາສ້າງໄພ 6
ຄຳສະຫວາດ 5
ນາໄຫ 4
ຊຽງດາ 4
ໂພນໄຊ 4
ຝາຍ 2
ໂພທອງ 1
ໂນນຄໍ້ 1
ໂພນສະອາດ 1
ໂຊກຄຳ 1
ຫົວຂົວ 1
ໂນນສະຫວ່າງ 1
ໂພນພະເນົາ 1
ໂພນສະຫວ່າງ 1
ສົມສະຫງ່າ 1
ທາດຫຼວງເໜືອ 1
ແສງສະຫວ່າງ 1
ຮ່ອງສຸພາບ 1
ເມືອງນ້ອຍ 1
• ເມືອງສີສັດຕະນາກມີ 12 ບ້ານ (34 ຄົນ)
ສວນມອນ 10
ໂພນປ່າປົ້າ 8
ດົງສະຫວາດ 2
ທົ່ງພານທອງ 3
ທ່າພະລານໄຊ 3
ສ້າງເຫວີຍ 2
ໂພນສີນວນ 1
ວັດນາກ 1
ດອນດອຍ 1
ສະພານທອງ 1
ບຶງຂະຫຍອງ 1
ພະໄຊ 1
• ເມືອງ ນາຊາຍທອງ ມີ 3 ບ້ານ (3 ຄົນ)
ດົງຊຽງດີ 1
ນໍ້າກ້ຽງ 1
ນາໜາດ 1
• ເມືອງໄຊທານີ ມີ 16 ບ້ານ (41 ຄົນ)
ດອນໜູນ 6
ຄຳຮຸ່ງ 6
ຕານມີໄຊ 4
ສີວິໄລ 3
ດົງໂດກ 3
ໜອງພະຍາ 2
ໄຊສົມບູນ 2
ສະພັງເມິກ 2
ນາສາລາ 2
ສ້າງຄູ້ 1
ໂຄກນິນ 1
ໜອງວຽງຄໍາ 1
ບໍ່ເຫຼັກ 1
ນາຂາມ 1
ວຽງແກ້ວ 1
ດົງໝາກຄາຍ 1
• ເມືອງຫາດຊາຍຟອງ ມີ 12 ບ້ານ (34 ຄົນ)
ຈຽມປາງ 8
ສົມຫວັງເໜືອ 5
ຫາດຊາຍຂາວ 5
ປ່າຝາງ 3
ນາໄຫ 3
ດອນຟ້າຍ 3
ດົງໂພເລົາ 2
ໂພສີ 2
ຫາດດອກແກ້ວ 1
ຊາຍຟອງໃຕ້ 1
ດອນດູ່ 1
ດົງຄໍາຊ້າງ 1
• ເມືອງ ສັງທອງ ມີ 3 ບ້ານ (10 ຄົນ)
ຫີນສິວ 5
ໄຮ່ໃຕ້ 4
ປາກແຖບ 1
2. ສະຫວັນນະເຂດ 12 ຄົນ ໃນ 4 ບ້ານ ແລະ 3 ເມືອງ
3. ຈຳປາສັກ 7 ຄົນ ໃນ 5 ບ້ານ ແລະ 2 ເມືອງ
4. ຄຳມ່ວນ 21 ຄົນ ໃນ 4 ບ້ານ ແລະ 1 ເມືອງ
5. ສາລະວັນ 17 ຄົນ ໃນ 5 ບ້ານ ແລະ 3 ເມືອງ
6. ບໍ່ແກ້ວ 39 ຄົນ ໃນ 11 ບ້ານ ແລະ 2 ເມືອງ
7. ຫຼວງພະບາງ 39 ຄົນ ໃນ 23 ບ້ານ ແລະ 6 ເມືອງ
8. ແຂວງວຽງຈັນ 122 ຄົນ ໃນ 27 ບ້ານ ແລະ 7 ເມືອງ
9. ບໍລິຄຳໄຊ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
10. ໄຊສົມບູນ 6 ຄົນ ໃນ 2 ບ້ານ ແລະ 1 ເມືອງ
11. ຫຼວງນ້ຳທາ 55 ຄົນ ໃນ 17 ບ້ານ ແລະ 3 ເມືອງ
12. ອຸດົມໄຊ 59 ຄົນ ໃນ 14 ບ້ານ ແລະ 1 ເມືອງ
13. ຊຽງຂວາງ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ
14. ເຊກອງ 12 ຄົນ ໃນ 6 ບ້ານ ແລະ 2 ເມືອງ
o ສຳລັບ ຄົນເຈັບເສຍຊີວີດ 3 ຄົນ, ລາຍລະອຽດ ດັ່ງນີ້:
ຜູ້ທີ1: ເພດຊາຍ, ອາຍ 36 ປີ, ສັນຊາດ: ລາວ, ບ້ານຫນອງໜຽວ, ເມືອງສີໂຄດຕະບອງ, ນະຄອນຫລວງ
– ພະຍາດປະຈຳຕົວ: ວັນນະໂລກ
– ວັນທີ 27 ພະຈິກ 2020: ໄດ້ກັກໂຕຢູ່ສະຖານທີ່ຄຸມຂັງແຫ່ງໜຶ່ງ
– ຄົນເຈັບບໍ່ມີອາການສະແດງອອກ
– ວັນທີ 30 ຕຸລາ 2021 ເວລາ ~11:40 ໂມງຂອງ ຜູ້ກ່ຽວໄດ້ເສຍຊີວິດ.
ຜູ້ທີ 2: ເພດຊາຍ, ອາຍ 58 ປີ, ບ້ານໂພສີ, ນະຄອນຫລວງພະບາງ, ແຂວງຫລວງພະບາງ
– ພະຍາດປະຈຳຕົວ: ຄວາມດັນເລືອດສູງ ແລະ ຫົວໃຈຊຸດໂຊມ
– ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
– ວັນທີ 22 ຕຸລາ 2021: ຜູ້ກ່ຽວໄດ້ເຂົ້າມາກວດຢູ່ໂຮງໝໍແຂວງຫລວງພະບາງ ດ້ວຍອາການຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ຈຶ່ງໄດ້ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ນັບແຕ່ວັນທີ 22-30 ຕຸລາ 2021 ເປັນເວລາ 12 ມື້
– ວັນທີ 30 ຕຸລາ 2021 ເວລາ 06:30 ໂມງຂອງ ຜູ້ກ່ຽວໄດ້ເສຍຊີວິດ.
ຜູ້ທີ 3: ເພດຊາຍ, ອາຍ 54 ປີ, ບ້ານນາສ້າງເຫວີຍ, ນະຄອນຫລວງພະບາງ, ແຂວງຫລວງພະບາງ
– ພະຍາດປະຈຳຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ຫົວໃຈຊຸດໂຊມ
– ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
– ວັນທີ 28 ຕຸລາ 2021: ຜູ້ກ່ຽວໄດ້ເຂົ້າມາກວດຢູ່ໂຮງໝໍແຂວງຫລວງພະບາງ ດ້ວຍອາການຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ພ້ອມທັງເກັບຕົວຢ່າງຜົນກວດ ຈຶ່ງໄດ້ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ນັບແຕ່ວັນທີ 28-30 ຕຸລາ 2021, ເປັນເວລາ 03 ມື້
– ຮອດເວລາ 08:30 ໂມງຂອງວັນທີ 30 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວີດ-19
 ບັນດາແຂວງ
o ແມ່ນສາມາດໄປເກັບຕົວຢ່າງເພື່ອກວດຊອກຫາເຊື້ອພະຍາດໂຄວິດ19ໄດ້ຢູ່ໂຮງໝໍແຂວງຫຼືຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງກຳນົດຢູ່ພາຍໃນແຂວງ
o ນອກຈາກນັ້ນຖ້າຫາກມີການຕິດເຊື້ອໃໝ່ທີມງານເຝົ້າລະວັງຂອງແຂວງກໍຈະໄປຊອກຄົ້ນຫາຄົນຜູ້ຕິດເຊື້ອແບບບຸກໂດຍການເຄື່ອນທີ່ໄປເກັບຕົວຢ່າງຢູສະ ຖານທີ່ ເຊິ່ງມີຜູ້ຕິດເຊື້ອໃໝ່ ແລະ ເຂດທີ່ມີການລະບາດໃນຊຸມຊົນ
 ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນິ້:
 ຈຸດກວດຄົງທີ່: ໃຫ້ບໍລິການເກັບຕົວຢ່າງ ປະກອບມີ:
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30ໂມງ
 ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາ ເມືອງ ສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສຳລັບສະຖານໃຫ້ ວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍ ສູນກາງ
2. ໂຮງໝໍ ເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຮອດ ວັນສຸກ)
ຮອດມື້້ນີ້ທົ່ວປະເທດສາມາດສັກວັກຊີນໄດ້
o ເຂັມທີ 1 ໄດ້ 3.306.082 ຄິດເປັນເປີເຊັນ 45,06 %
o ທຸກເຂັ້ມທີ່ແນະນໍາ ໄດ້ 2.841. 465 ຄິດເປັນ ເປີເຊັນ 38,72 %
ຮອດປະຈຸບັນ ຈຳນວນບ້ານແດງ
• ຢູ່ທົ່ວປະເທດມີ 558 ບ້ານ, 56 ເມືອງ ແລະ 13 ແຂວງ ດັ່ງນີ້ :
ລໍາດັບ ແຂວງ ຈໍານວນເມືອງແດງ ຈໍານວນບ້ານແດງ
1 ນະຄອນຫລວງວຽງຈັນ 9 249
2 ສະຫັວນນະເຂດ 5 32
3 ຄໍາມ່ວນ 2 21
4 ຈໍາປາສັກ 4 34
5 ວຽງຈັນ 9 75
6 ຫລວງພະບາງ 8 52
7 ໄຊສົມບູນ 3 12
8 ບໍລິຄໍາໄຊ 2 13
9 ສາລະວັນ 3 15
10 ອຸດົມໄຊ 1 1
11 ເຊກອງ 5 32
12 ຫລວງນໍ້າທາ 3 20
13 ບໍ່ແກ້ວ 2 2
ລວມທັງໜົດ 56 558
ບ້ານ ທີ່ກໍານົດເປັນເຂດແດງໃໝ່ ວັນທີ 30 ຕຸລາ 2021
ແຂວງ ເມືອງແດງໃໝ່ ບ້ານແດງໃໝ່
ນະຄອນຫຼວງ ເມືອງ ຈັນທະບູລີ 1 ບ້ານ (ຮ່ອງແຊງ)
ເມືອງ ໄຊເສດຖາ 1 ບ້ານ (ທາດຫຼວງເໜືອ)
ເມືອງ ນາຊາຍທອງ 1 ບ້ານ (ຫົວຊ້າງ)
ແຂວງວຽງຈັນ ເມືອງ ວັງວຽງ 4 ບ້ານ (ບ້ານໂພນຄຳ, ຫ້ວຍສະເຫງົ້າ, ສະຫວ່າງ, ນາມ່ວງ)
ເມືອງ ໝື່ນ 1 ບ້ານ (ບ້ານນ້ຳຮອນ)
ເມືອງ ເຟືອງ 1 ບ້ານ (ບ້ານແສນໄຊ)
ເມືອງຫີບເຫີບ 1 ບ້ານ (ບ້ານນາຫວາຍ)
ຫຼວງນ້ຳທາ ນ້ຳທາ 3 ບ້ານ (ນ້ຳມັດ, ວຽງເໜືອ, ນ້ຳຈາງ)
ສິງ 1 ບ້ານ (ໜອງບົວວຽງ)
ບໍ່ແກ້ວ ຫ້ວຍຊາຍ 1 ບ້ານ (ໜອງບົວວຽງ)
ລວມ 10 ເມືອງ 15 ບ້ານ
• ບ້ານທີ່ສິ້ນສຸດການເປັນບ້ານແດງ ວັນທີ 30 ຕຸລາ 2021 ແມ່ນມີ 3ບ້ານ
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 30 ຕຸລາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,537 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວີດ-19 ແລະ ນຳສົ່ງເຂ້ົ້າໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ ຫຼືໂຮງແຮມຈຳກັດບໍລີເວນ ທີ່ຄະນະສະເພາະກິດກຳນົດໄວ້ຈົນຄົບກຳນົດຈື່ງອອກມາເຄີອນໄຫວໃນສັງຄົມໄດ້.
ສະພາບສະຖານທີ່ຈຳກັດບໍລິເວນໃນທົວປະເທດ
• ຮອດມື້ນີ້ຍັງມີຜູ້ຈຳກັດບໍລິເວນ 4,820
• ສະຖານທີ່ຈໍາກັດບໍລິເວນ ທີ່ຍັງເປີດຢູ່ມີ 86 ສູນ ປະຈຸບັນ ມີຜູ້ຈຳກັດບໍລິເວນຢູ່ສູນ 3,041 ຄົນ, ສາມາດຮອງຮັບໄດ້ຕື່ມອີກ 10.190 ຄົນ ໜ
• ໂຮງແຮມຈຳກັດບໍລິເວນ ທີຍັງນຳໃຊ້ 59 ແຫ່ງ. ປະຈຸບັນຜູ້ຈຳກັດບໍລິເວນ ຢູ່ໂຮງແຮມ 1.779 ຄົນ, ສາມາດຮອງຮັບໄດ້ຕື່ມອີກ 7.825 ຄົນ
o ສະພາບຕິດເຊື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ ,
ຮອດມື້ນີ້ ຈຳນວນຜູ້ຕິດເຊື້ອສະສົມໃນທົ່ວໂລກ ມີ ທັງໝົດ 247.097.998 ( 370.095 ໃໝ່), ເສຍຊິວິດທັງໝົດ 5.009.767 (5.661 ໃໝ່), ປີ່ນປົວຫາຍດີ 223.828.219 (310.875 ໃໝ່)
ປະເທດທີ່ມີການຕິດເຊື້ອສູງອັນດັບ 1 ແມ່ນຍັງມີຜູ້ຕິດເຊື້ອໃໝ່ 25,492 ແລະ ເສຍຊີວີດໃໝ່ 337
ລ/ດ ປະເທດ ກໍລະນີຕິດເຊື້ອ ເສຍຊິວີດ
ສະສົມທັງໝົດ ໃໝ່ ສະສົມທັງໝົດ ໃໝ່
1 ສະຫະລັດອາເມລິກາ 46,797,869 25,492 766,094 337
2 ອິນເດຍ 34,272,677 12,958 458,219 446
3 ບຣາຊີວ 21,804,094 10,693 607,694 190
05 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ
ລ/ດ
ປະເທດ ກໍລະນີຕິດເຊື້ອ ເສຍຊິວີດ
ສະສົມທັງໝົດ ໃໝ່ ສະສົມທັງໝົດ ໃໝ່
1 ໄທ 1,903,165 9,224 19,158 88
2 ຫວຽດນາມ 915,603 5,227 22,030 64
3 ມຽນມາ 499,321 716 18,664 20
4 ກໍາປູເຈຍ 118,427 106 2,781 8
5 ຈີນ 97,080 78 4,636
ບັນດາທ່ານ ທີ່ນັບຖື ແລະ ຮັກແພງ
• ຈາກສະພາບການຕິດເຊື້ອພະຍາດໂຄວດີໃນປະເທດບໍ່ມີທີ່ອຽງຫຸຼດລົງ ແລະ ຍັງກະຈາຍເປັນວົງກ້ວາງໃນຫຼາຍແຂວງ ທົ່ວປະເທດ ສະນັ້ນ ລດັຖະບານ ຈິ່ງໄດ້ເພີ້ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດທຸກມາດຕະການ ໃນທຸກຂັ້ນ ແລະ ມີຄວາມຈໍາ ເປັນຕ້ອງໄດ້ຂະຫຍາຍເວລາໃນການຈັດຕັ້ງປະຕິບັດ ມາດຕະການ ອອກໄປຕື່ມອີກ 15 ວັນ (ໄລຍະປະຕິບັດ ນັບແຕ່ວັນທີ 31 ຕຸລາ – 14 ພະຈິກ 2021 ) ຕາມແຈ້ງການຂອງຫ້ອງການ ຫສນຍ ສະບັບ ເລກທີ 1402/ຫສນຍ ລົງວັນທີ 30 ຕຸລາ 2021 .ທີ່ທ່ານຫົວຫ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ ໄຂການ ລະບາດຂອງພະຍາດ ໂຄວິດ 19 ໄດ້ຖະແຫຼງໄປໃນມື້ວານນີ້ ເຊິ່ງແຈ້ງການສະບັບດັ່ງກ່າວ ນອກ ຈາກຈະມີມາດຕະການ ທີ່ຕ້ອງເພີ້ມທະວີ ການຈັດຕັ້ງປະຕິບັດ ແລະ ມາດຕະການຕະການ ທີ່ສືບຕໍ່ຜ່ອນຜັນ ຍັງມີການວາງມາດຕະການສະເພາະເຂດທີ່ມີການລະບາດໃນຊຸມຊົນ ເພື່ອເປັນບ່ອນອີງໃສ່ແກ່ ອົງກອນປົກຄອງທ້ອງຖິ່ນໄດ້ເປັນບ່ອນອີງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ສອດຄ່ອງໃນແຕ່ລະຂົງເຂດ ຢ່າງເຂັ້ມງວດ.
• ໃນສະພາບປະຈຸບັນນີ້ ການຕິດເຊື້ອພະຍາດໂຄວິດ 19 ໃນບ້ານໃໝ່ ແມ່ນມີລາຍງານໃຫ້ຊາບທຸກວັນ. ເມືອງທີ່ບໍ່ເຄີຍຕິດເຊື້ອ ກໍ່ມີລາຍງານການຕິດເຊື້ອແລ້ວ. ບາງເມືອງຕິດເຊື້ອໃນບາງບ້ານ ຕ້ອງນີ້ກໍ່່ຂະຫຍາຍໄປເປັນຫຼາຍບ້ານ ເຊັ່ນຢູ່ແຂວງຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ແຂວງວຽງຈັນ, ນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ. ຄະນະສະເພາະກິດໄດ້ ລາຍງານເຖິງບ້ານແດງໃໝ່ ທຸກວັນໃຫ້ທ່ານຊາບ ນັ້ນໝາຍເຖິງ:
o ບ້ານນັ້ນໄດ້ພົບຄົນຕິດເຊື້ອໂຄວິດ 19 ຢ່າງໜ້ອຍ 1 ຄົນ ຫຼື ມີການຕິດເຊື້ອຂອງຫຼາຍຄົນເປັນຈຸ້ມ ຊຶ່ງອາດມີການເຊື່ອມໂຍງກັບກໍລະນີຕິດເຊື້ອອື່ນ ຫຼື ຄົນເຈັບບໍ່ຮູ້ຕິດມາຈາກໃສກໍ່່ຕາມ
o ບ້ານແດງ ເປັນສັນຍານບອກວ່າ ໃນບໍ່ດົນ ອາດຈະມີການຕິດເຊື້ອແຜ່ລາມໃສ່ຄົນອື່ນໄດ້ ເພາະຢ່າງໜ້ອຍກໍ່່ມີການພົບວ່າເຊື້ອໄວຮັສ ມາຢູ່ທີ່ນັ້ນແລ້ວ.
o ຍີ່ງໃນເມືອງໃດ ຍີ່ງມີບ້ານແດງຫຼາຍເທົ່າໃດ ຄວາມສ່ຽງຂອງປະຊາຊົນເມືອງນັ້ນ ຍິ່ງທະວີຄູນ
ນີ້ຄືເຫດຜົນ ວ່າເປັນຫຍັງ ຄະນະສະເພາະກິດ ຈຶ່ງໃຊ້ມາດຕະການປິດບ້ານ ຖ້າເປັນບ້ານແດງ. ສະນັ້ນ ບັນດາທ່ານ ທີ່ຢູ່ໃນບ້ານແດງ ຕ້ອງໄດ້ປະຕິບັດມາດຕະການກັກຕົນເອງຢູ່ເຮືອນ ງົດການອອກໄປນອກຂອບເຂດບ້ານຕົນເອງ. ສວ່ນຄົນທີ່ຢູ່ບ້ານອື່ນ ກໍ່່ຢ່າພະຍາຍາມຢາກເຂົ້າໄປບ້ານແດງ ແຕ່ຄວນຫາທາງເລືອກອື່ນເພື່ອສື່ສານກັນ ຕາມຄວາມຈໍາເປັນ.
• ປະຈຸບັນນີ້ ມີຫຼາຍຄົນຕິດເຊື້ອໂຄວິດ ໄດ້ຮັບການປິ່ນປົວເຊົາດີ ກໍ່ຢາກແບ່ງປັນປະສົບການຕົນເອງໃຫ້ຄົນອື່ນຟັງ ລວມທັງວິທີການປີ່ນປົວແນວໃດທີ່ຕົນໄດ້ຮັບເວລາຢູ່ໂຮງໝໍ. ໃນຂະນະດຽວກັນ ຫຼາຍຄົນກໍ່ສວຍໂອກາດນີ້ ຂາຍສິນຄ້າແບບອອນລາຍ ເພື່ອສ້າງລາຍໄດ້ໃຫ້ຕົນເອງ ໂດຍໂຄສະນາຂາຍຢາຊະນິດຕ່າງໆ ທີ່ບອກວ່າດີຕໍ່ການສ້າງພູມຄຸ້ມກັນ ສາມາດປົວໂຄວິດໄດ້ ຊຶ່ງມີຫຼາຍຄົນເຊື່ອ ແລະ ໄດ້ຊື້ຢາພວກນັ້ນມາກິນເອງ. ອັນຕະລາຍໄປກວ່ານັ້ນ ຫຼາຍຄົນຊື້ຢາມາກິນໃນຂະນະທີ່ບໍ່ຮູ້ວ່າຕິດເຊື້ອຫຼືບໍ. ຫຼືບາງຄົນກໍ່່ຊື້ມາກິນເພື່ອກັນໄວ້ກ່ອນ. ບັນດາທ່ານທັງຫຼາຍ ໃນເວລາທີ່ພວກເຮົາປະເຊີນກັບການລະບາດນີ້ ບາງຂໍ້ມູນສໍາຄັນທີ່ທ່ານຄວນຮູ້ ມີດັ່ງນີ້:
o ຮ່າງກາຍຄົນເຮົາບໍ່ຄືກັນ ມີລະດັບຄວາມແຂງແຮງ ແລະ ພູມຕ້ານທານຮ່າງກາຍກໍ່່ບໍ່ເທົ່າກັນ ສະນັ້ນ ປະສົບການຂອງຄົນໜຶ່ງ ອາດຈະບໍ່ດີສໍາລັບທຸກຄົນສະເໝີໄປ ສະນັ້ນ ທ່ານຄວນພິຈາລະນາວ່າທ່ານຄວນເຊື່ອ ຫຼື ບໍ່ເຊື່ອໃນສີ່ງທີ່ບໍ່ຫຼັກຖານທາງວິທະຍາສາດ.
o ບໍ່ມີຢາຊະນິດໃດໃນໂລກ ໃຊ້ກິນເພື່ອປ້ອງກັນພະຍາດໂຄວິດ 19 ໄດ້ ນອກຈາກທ່ານເຮັດໃຫ້ຮ່າງກາຍແຂງແຮງ ກິນອາຫານ ກິນນໍ້າພຽງພໍ ນອນໃຫ້ພຽງພໍ ອອກກໍາລັງກາຍ ເພື່ອຊ່ວຍຮ່າງກາຍສ້າງພູມຄຸ້ມກັນແບບທໍາມະຊາດ.
o ຖ້າທ່ານຕິດເຊື້ອ ການບໍ່ໄດ້ຮັບການປິ່ນປົວທີ່ຖືກຕ້ອງແຕ່ຫົວທີ ຈະເຮັດໃຫ້ເຊື້ອຂະຫຍາຍຕົວທະວີຄູນໃນຮ່າງກາຍ ສົ່ງຜົນໃຫ້ອາການພັດທະນາສູ່ຂັ້ນຮ້າຍແຮງໄດ້.
o ທ່ານຄວນຮູ້ກ່ຽວກັບຢາຕ້ານເຊື້ອໃຫ້ທ່ອງແທ້. ຢາຕ້ານເຊື້ອນີ້ ການແພດໃຊ້ສໍາລັບປິ່ນປົວພະຍາດຕິດເຊື້ອຍ້ອນເຊື້ອຈຸລິນຊີ ແຕ່ການຕິດເຊື້ອໂຄວິດ ແມ່ນການຕິດເຊື້ອໄວຣັສ ບໍ່ແມ່ນເຊື້ອຈຸລິນຊີ. ຂໍໃຫ້ທຸກຄົນ ຢ່າໄປຊື້ຢາຕ້ານເຊື້ອ ມາກິນເພື່ອຕ້ານພະຍາດໂຄວິດ 19 ຫຼື ຊື້ມາກິນເພື່ອປົວເອງເດັດຂາດ ເພາະນອກຈາກບໍ່ມີປະໂຫຍດຫຍັງແລ້ວ ຢາຕ້ານເຊື້ອຍັງໄປກໍາຈັດເຊື້ອຈຸລິນຊີທີ່ມີປະໂຫຍດຂອງຮ່າງກາຍ ແລະ ເຮັດໃຫ້ການເຈັບປ່ວຍຍິ່ງຮຸນແຮງຂື້ນ. ໃນຂະນະດຽວກັນ ການໃຊ້ຢາຕ້ານເຊື້ອ ບໍ່ຖືກກັບພະຍາດທີ່ເປັນ ຈະເຮັດໃຫ້ຮ່າງກາຍເກີດການດື້ຢາໄດ້.
ຂໍຮຽກຮ້ອງໃຫ້ທຸກຄົນ ມີສະຕິ ຢ່າໃຊ້ຢາຕ້ານເຊື້ອແບບຊະຊາຍ ແບບຮູ້ເທົ່າບໍ່ເຖິງການເດັດຂາດ.
• ຂໍເຊີນທ່ານຕິດຕາມຂ່າວສານກ່ຽວກັບພະຍາດໂຄວິດ ທີ່ຖືກຕ້ອງ ໄດ້ຈາກ:
– ເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍຄື www.covid19.gov.la ແລະ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ www.cdc.gov.la
– ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
– ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ
– ນອກຈາກນັ້ນ ຍັງສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166) ເພື່ອຂໍຄໍາແນະນຳ ແລະ ລາຍງານເຫດການ.