ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ວັນທີ 06 ພະຈິກ 2021, ສປປລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ 960 ຄົນ ໃນນັ້ນຕິດເຊື້ອຢູ່ພາຍໃນ 955 ຄົນ, ເສຍຊີວິດ ເພີ່ມໃໝ່ 4 ຄົນ

ວັນເສົາທີ 6 ພະຈິກ 2021 ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມແລະແກ້ໄການລະບາດພະຍາດCOVID-19, ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບການລະບາດ
ຂອງພະຍາດ COVID-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດ COVID-19 ໃນທົ່ວໂລກ
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 5 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7,233 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 960 ຄົນ
(ຕິດເຊື້ອພາຍໃນ ມີ 955 ຄົນ ແລະ ຕິດເຊື້ອນໍາເຂົ້າ 05 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 955 ຄົນ ຈາກ 15 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 449 ຄົນ: ມາຈາກ 166 ບ້ານ, ໃນ 9 ເມືອງ
• ເມືອງຈັນທະບູລີ ມີ 22 ບ້ານ (57 ຄົນ)
• ເມືອງສີໂຄດຕະບອງ ມີ 36 ບ້ານ (68 ຄົນ)
• ເມືອງໄຊເສດຖາ ມີ 28 ບ້ານ (71 ຄົນ)
• ເມືອງສີສັດຕະນາກມີ 16 ບ້ານ (37 ຄົນ)
• ເມືອງ ນາຊາຍທອງ ມີ 08 ບ້ານ (48 ຄົນ)
• ເມືອງໄຊທານີ ມີ 32 ບ້ານ (122 ຄົນ)
• ເມືອງຫາດຊາຍຟອງ ມີ 19 ບ້ານ (35 ຄົນ)
• ເມືອງສັງທອງ ມີ 02 ບ້ານ (2 ຄົນ)
• ເມືອງ ປາກງື່ມ ມີ 03 ບ້ານ (06 ຄົນ)
• ສືບຕໍ່ເອົາຂໍ້ມູນ 03 ຄົນ
2. ຫຼວງນ້ຳທາ ມີ 153 ຄົນ ໃນ ບ້ານ 30 ແລະ 4 ເມືອງ
3. ຫຼວງພະບາງ, ມີ 123 ຄົນ ໃນ 25 ບ້ານ ແລະ 6 ເມືອງ
4. ແຂວງວຽງຈັນ ມີ 46 ຄົນ ໃນ 23 ບ້ານ ແລະ 4 ເມືອງ
5. ຈຳປາສັກ ມີ 38 ຄົນ ໃນ 19 ບ້ານ ແລະ 4 ເມືອງ
6. ອຸດົມໄຊ ມີ 37 ຄົນ ໃນ 17 ບ້ານ ແລະ 2 ເມືອງ
7. ບໍ໋ແກ້ວ ມີ 28 ຄົນ ໃນ 11 ບ້ານ ແລະ 3 ເມືອງ
8. ສະຫວັນນະເຂດ ມີ 20 ຄົນ ໃນ 7 ບ້ານ ແລະ 4 ເມືອງ
9. ຄຳມ່ວນ ມີ 17 ຄົນ ໃນ ບ້ານ 12 ແລະ 2 ເມືອງ
10. ໄຊຍະບູລີ ມີ 13 ຄົນ ໃນ 2 ບ້ານ ແລະ 1 ເມືອງ
11. ເຊກອງ ມີ 13 ຄົນ ໃນ 8 ບ້ານ ແລະ 1 ເມືອງ
12. ຜົ້ງສາລີ ມີ 8 ຄົນ ໃນ 3 ບ້ານ ແລະ 2 ເມືອງ
13. ບໍລິຄຳໄຊ ມີ 6 ຄົນ ໃນ 4 ບ້ານ ແລະ 2 ເມືອງ
14. ໄຊສົມບູນ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ
15. ສາລະວັນ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ

ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 5 ຄົນ ຈາກ ແຂວງສະຫວັນນະເຂດ 3 ຄົນ ແລະ ແຂວງບໍ່ແກ້ວ 2 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງ
ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 5 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 45,980 ຄົນ, ເສຍຊີວິດສະສົມ 81 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບ
ບ້ານໃນມື້ວານ ມີ 502 ຄົນ, ກໍາລັງປິ່ນປົວ 8,443 ຄົນ.
 ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:
ຜູ້ທີ 1: ເພດຊາຍ, ອາຍຸ 41 ປີ, ບ້ານດ່ານຄຳ, ເມືອງສີໂຄດຕະບອງ, ນະຄອນຫລວງ
– ພະຍາດປະຈຳຕົວ: ຄວາມດັນເລືອດສູງ
– ຜ່ານມາຍັງບໍ່ທັນສັກວັກຊິນກັນໂຄວິດ-19
– ວັນທີ 02 ພະຈິກ 2021: ຜູ້ກ່ຽວມີອາການເຈັບຫົວ
– ຕອນເຊົ້າຂອງວັນທີ 03 ພະຈິກ 2021: ຜູ້ກ່ຽວລົ້ມຢູ່ຫ້ອງນໍ້າບໍ່ໄດ້ສະຕິ ແລະ ຄອບຄົວຈຶ່ງພາມາກວດຢູ່ໂຮງໝໍ 103 ພ້ອມທັງ ເກັບຕົວຢ່າງກວດຫາພະຍາດໂຄວິດ-19
ແລະ ຜົນກວດແມ່ນພົບເຊື້ອ
– ວັນທີ 04 ພະຈິກ 2021 ເວລາ 18:30 ໂມງ: ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 2: ເພດຍິງ, ອາຍຸ 70 ປີ, ບ້ານຫນອງສະໂນຄຳ, ເມືອງສີໂຄດຕະບອງ, ນະຄອນຫລວງ.
– ພະຍາດປະຈຳຕົວ: ເບົາຫວານ, ໄຂ່ຫລັງຊຸດໂຊມ ແລະ ຄວາມດັນເລືອດສູງ
– ຜ່ານມາໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ
– ຜູ້ກ່ຽວມີອາການ ຫາຍໃຈຝືດ, ຖືຄີງໄຂ້, ໄອ, ເຈັບຄໍ ແລະ ມີນ້ຳມູກຍ້ອຍ
– ວັນທີ 24 ຕຸລາ 2021: ມາກວດຢູ່ໂຮງໝໍມິດຕະພາບ ພ້ອມທັງ ເກັບຕົວຢ່າງຊອກຫາພະຍາດໂຄວິດ-19 ແລະ ຜົນກວດ ແມ່ນພົບເຊື້ອ
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ 13 ມື້ໍ ແຕ່ວັນທີ 24 ຕຸລາ 2021 – 05 ພະຈິກ 2021
– ວັນທີ 05 ພະຈິກ 2021 ເວລາ 08:50 ໂມງ: ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 3: ເພດຍິງ, ອາຍຸ 79 ປີ, ອາຊີບ: ແມ່ເຮືອນ ບ້ານຫນອງແຕ່ງເຫນືອ, ເມືອງສີໂຄດຕະບອງ,
ນະຄອນຫລວງ
– ພະຍາດປະຈຳໂຕ: ເປັນພະຍາດປອດອັກເສບມາຫລາຍປີ
– ໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ
– ວັນທີ 01 ພະຈິກ 2021: ໄດ້ເກັບຕົວຢ່າງມາກວດຊອກພະຍາດໂຄວິດ-19
– ວັນທີ 2 ພະຈິກ 2021: ຜົນກວດແມ່ນພົບເຊື້ອ ແລະ ເຂົ້ານອນປີ່ນປົວ ຢູ່ໂຮງໝໍມິດຕະພາບ
ຊື່ງຄົນເຈັບມີອາການໄອ, ເຈັບແຫນ້ນຫນ້າເອິກ, ອິດເມື່ອຍ ແລະ ຫາຍໃຈຝືດ
– ໄລຍະທີ່ນອນປິ່ນປົວປົວຢູ່ໂຮງໝໍ 4 ວັນ ແຕ່ວັນທີ 2 – 5 ພະຈິກ 2021
– ວັນທີ 5 ພະຈິກ 2021 ເວລາ 11:18 ໂມງ: ຜູ້້ກ່ຽວໄດ້ເສຍຊີວິດ

ຜູ້ທີ 4: ເພດຊາຍ, ອາຍຸ 92 ປີ, ບ້ານ: ດົງປາແລບ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ
– ພະຍາດປະຈໍາຕົວ: ເປັນອໍາມະພາດ
– ຜູ້ກ່ຽວໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ ເປັນຫຼານຊາຍ ຢູ່ເຮືອນຫຼັງດຽວກັນ
– ວັນທີ 3 ພະຈິກ 2021: ຜູ້ກ່ຽວມີອາການໄຂ້ ແລະ ຫາຍໃຈຝຶດ, ທາງຄອບຄົວໄດ້ປະສານຫາທີມແພດ
ມາເກັບຕົວຢ່າງ ແລະ ພົບກວດແມ່ນພົບເຊື້ອ.
– ວັນທີ 4 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດຢູ່ບ້ານ

ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19
• ສໍາລັບຢູ່ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້
ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່: ມີຄື
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ຈຸດເປັນຕົວຢ່າງ ຢູ່ ມສ ລາວ-ຫວຽດ ແລະ ມ. ຕົ້ນ ເຈົ້າອານຸວົງ
 ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາ ເມືອງ ສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
• ບ້ານແດງໃນທົ່ວປະເທດ ວັນທີ 5 ພະຈິກ 2021 ມີ: 701 ບ້ານ 58 ເມືອງ ແລະ 13 ແຂວງ

ອີກເທື່ອນື່ງສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 5 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,324 ຄົນ, ທຸກຄົນເດີນທາງເຂົ້າມາ ທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວີດ-19
ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ ຈົນຄົບກໍານົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນ ທີ່ເປີດນໍາໃຊ້ຢູ່ທັງໝົດ86ສູນແລະ59ໂຮງແຮມ,ມີຜູ້ຈຳກັດບໍລິເວນທັງໝົດ5,253ຄົນ(ສູນ 3,501ຄົນ ແລະ ໂຮງແຮມ 1,752 ຄົນ).

 ສະພາບຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ:
ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ ເຮັດໃຫ້ຕົວເລກຜູ້ຕິດເຊືື້ອສະສົມໃນທົ່ວໂລກ ມີທັງໝົດ 249.797.292 (476.974ໃໝ່),
ເສຍຊິວິດທັງໝົດ 5.052.163 (7.168 ໃໝ່), ປີ່ນປົວຫາຍດີ 226.143.054 (324.392 ໃໝ່).).

• 3 ປະເທດ ທີ່ມີຄົນຜູ້ຕິດເຊືື້ອສູງກວ່າໝູ່ໃນໂລກ: ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ
• 3 ລາຍງານປະເທດ ທີ່ມີການຕິດເຊື້ອປະຈໍາວັນຫຼາຍສຸດ ປະຈໍາວັນ: ສະຫະລັດອາເມລິກາ, ຣັດເຊຍ ແລະ ເຢຍລະມັນ
• 5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ
ລ/ດ
ປະເທດ ກໍລະນີຕິດເຊື້ອ ເສຍຊິວີດ
ສະສົມທັງໝົດ ໃໝ່ ສະສົມທັງໝົດ ໃໝ່
1 ໄທ 1,951,572 8,148 19,542 80
2 ຫວຽດນາມ 953,547 7,504 22,412 70
3 ມຽນມາ 505,038 1,057 18,783 17
4 ກໍາປູເຈຍ 118,948 78 2,818 5
5 ຈີນ 97,605 78 4,636

• ສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປລາວເຮົາ ຍັງບໍ່ທັນທີທ່າອ່ຽງທີ່ຈະຢຸດຕິດລົງເທື່ອ ສັງເກດໄດ້ຈາກ ໃນໄລຍະ 7 ມື້ທີ່ຜ່ານມາ ສະເລ່ຍການຕິດເຊື້ອໃໝ່
ແມ່ນປະມານ 893 ຄົນຕໍ່ວັນ ຊື່ງຖືວ່າເປັນອາທິດທີ່ມີຕົວເລກການຕິດເຊື້ອສູງທີ່ສຸດ ທຽບໃສ່ການຕິດເຊື້ອທີ່ຜ່ານມາ.
• ການຕິດເຊື້ອໃໝ່ໃນມື້ນີ້ ຫຼາຍກວ່າໝູ່ ກໍ່ຍັງແມ່ນນະຄອນຫຼວງວຽງຈັນ, ຖັດລົງມາ ແມ່ນ ແຂວງຫຼວງນໍ້າທາ ແລະ ຫຼວງພະບາງ ເຊິ່ງທັງໝົດແມ່ນການຕິດເຊື້ອພາຍໃນຊຸມຊົນ.
ພ້ອມດຽວກັນີ້ການຕິດເຊື້ອໃນແຂວງຫຼວງນໍ້າທາກໍ່ແມ່ນໄດ້ແຜ່ກະຈາຍໄປໃນທຸກເມືອງແລະຫຼາຍບ້ານ. ສຳລັບແຂວງອື່ນໆ ຄະນະສະເພາະກິດ ກໍ່ໄດ້ຕິດຕາມເຝົ້າລະວັງຢ່າງໃກ້ຊິດ
ພ້ອມທັງ ເລັ່ງຊອກຄົ້ນຫາຜູ້ສຳຜັດໃກ້ຊິດຢ່າງບໍ່ໄດ້ລົດລະ. ແຕ່ເຖິງຢ່າງໃດກໍ່ຕາມ ການສະກັດກັ້ນການແຜ່ລະບາດໃນຄັ້ງນີ້ ຈຳເປັນທີ່ສຸດທີ່ທຸກພາກສ່ວນໃນສັງຄົມຕ້ອງໄດ້ຮ່ວມ
ແຮງຮ່ວມໃຈກັນ ເປັນເຈົ້າການ ໃນການປະຕິບັດມາດຕະການປ້ອງກັນຕົນເອງ ຢ່າງເຂັ້ມງວດທີ່ສຸດ ເປັນຕົ້ນແມ່ນ ການໃສ່ຜ້າປິດປາກ-ດັງ, ລ້າງມືເລື້ອຍໆ,ຢູ່ຫ່າງກັນ 2ແມັດຂຶ້ນ
ໄປ, ງົດການໄປຮ່ວມງານຕ່າງໆ ທີ່ມີຜູ້ຄົນແອອັດ ຫຼື ສະຖານທີ່ສ່ຽງ, ງົດການກິນເຂົ້າຮ່ວມກັນ ຫຼື ການຊຸມແຊວກັນເປັນກຸ່ມ ເຊິ່ງການປະຕິບັດທັງໝົດນີ້ສາມາດຊ່ວຍສະກັດກັ້ນ
ການແຜ່ເຊື້ອໄດ້ຫຼາຍທີ່ສຸດ ແລະ ເຮັດໃຫ້ຈໍານວນຜູ້ຕິດເຊື້ອໃໝ່ ຫຼຸດລົງເທື່ອລະກ້າວໄດ້.
• ສະເພາະ ນະຄອນຫຼວງວຽງຈັນເອງ ນັບແຕ່ມີລາຍງານການຕິດເຊື້ອ ຈົນມາຮອດ ປັດຈຸບັນນີ້ ເຫັນວ່າ ຄົນເຈັບທີ່ມີອາການເບົາບາງ ມີເຖິງ4,537ຄົນ, ອາການປານກາງ 58ຄົນ
ແລະ ອາການໜັກ 15 ຄົນ
• ສຳລັບ Hospitels ໃນນະຄອນຫຼວງວຽງຈັນມີ 6ແຫ່ງ ຄື: ເຮືອນພັກວັງຊັບ, ເຮືອນພັກແສງເພັດ, ໂຮງແຮມດາວຄຳ, ບ້ານພັກ ຕີ່ຕີ້, ເຮືອນພັກອຸດົມຊັບແລະເຮືອນພັກວັງຄຳ.
• ທາງກະຊວງສາທານະສຸກ ກໍ່ຄື ທີມງານ ວິຊາການ ໄດ້ຄົ້ນຄວ້າ ການສັກວັກຊີນໃນຜູ້ທີ່ອາຍຸ 12-17 ປີ ເຊິ່ງກໍ່ຈະມີຂ່າວດີໃຫ້ບັນດາທ່ານຮັບຊາບໃນໄວໆນີ້
• ໃນຕໍ່ໜ້າ ຖ້າພວກເຮົາຈະເປີດປະເທດນັ້ນ ຕ້ອງໄດ້ພີຈາລະນາ ມາດຕະການທາງດ້ານສາທາລະນະສຸກ ແລະ ສັງຄົມ ເປັນຕົ້ນ ແມ່ນ
– ການຮຽນອອນລາຍ
– ໂຮງງານທີ່ຈຳເປັນ ແລະ ຜູ້ໃຫ້ບໍລິການທີ່ຈຳເປັນສາມາດດຳເນີນງານ (ໄດ້ຮັບການປະເມີນຈາກພາຍນອກ ແລະປ່ຽນກັນມາເຮັດວຽກ) ແລະ ອັດຕາປົກຄຸມການສັກຢາກັນພະຍາດ
≥ 85%.
– ທຸກສຳນັກງານ-ຫ້ອງການຕ້ອງອະນຸຍາດໃຫ້ເຮັດວຽກຢູ່ເຮືອນ.ສະຖານທີ່ເຮັດວຽກທຸກແຫ່ງທີ່ມີອັດຕາການສັກຢາປ້ອງກັນພະຍາດ ≥90% ສາມາດເປີດຄືນໄດ້ ຫຼັງຈາກປະເມີນ
ຈາກພາຍນອກວ່າປອດໄພຈາກ Covid-19 ປອດໄພ ແລະ ປ່ຽນກັນມາເຮັດວຽກ. ປິດບ່ອນເຮັດວຽກຢູ່ໃນເຂດສີແດງ ເວັ້ນເສຍແຕ່ມີພະນັກງານທີ່ອາໄສຢູ່ກັບທີ່.
– ອອກມາດຕະການໃຫ້ຢູ່ເຮືອນ
– ຫ້າມບໍ່ໃຫ້ດຳເນີນກິດຈະກຳໃນ ສະຖານທີ່ 3C
– ສຳລັບ ຮ້ານອາຫານ ອະນຸຍາດພຽງແຕ່ກໍລະນີ ທີ່ເອົາກັບບ້ານ ແລະ ນໍາສົ່ງ
– ຫ້າມບໍ່ໃຫ້ມີການໂຮມຊມນຸມຍົກເວັ້ນກໍລະນີທີ່ໄດ້ຮັບອະນຸຍາດຈາກໜ່ວຍງານສະເພາະກິດ
– ຫ້າມບໍ່ໃຫ້ມີການເດີນທາງລະຫວ່າງ ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ ຍົກເວັ້ນກໍລະນີທີ່ໄດ້ຮັບອະນຸຍາດຈາກໜ່ວຍງານສະເພາະກິດປ້ອງກັນ Covid-19
– ຈຳກັດການເດີນທາງລະຫວ່າງປະເທດ: ການຈຳກັດບໍລະເວນ 14 ມື້
– ໃສ່ຜ້າອັດປາກ-ດັງ,ອານາໄມມື,ປະຕິບັດມາລະຍາດໃນການໄອ-ຈາມໃນສະຖານທີ່ສາທາລະນະ

o ມາດຕະການທາງສັງຄົມທີ່ກໍາລັງປະຕິບັດ ບໍ່ວ່າຈະເປັນການກວດກັ່ນກອງຄົນເຂົ້າອອກເມືອງ ເພື່ອສົ່ງສິນຄ້າ, ມາດຕະການຫ້າມການໂຮງຊຸມນຸມຕ່າງໆ ກໍ່ຍັງດໍາເນີນ ຄຽງຄູ່ໄປກັບ
ມາດຕະການທາງດ້ານການແພດເຊັ່ນການກວດຄົ້ນຫາຄົນເຈັບ,ການສອບສວນຫາແຫຼ່ງການຕິດເຊື້ອ,ການກັກກັນແລະປິ່ນປົວ.ແຕ່ສໍາຄັນກວ່າມາດຕະການໃດໝົດຄື ທຸກຄົນຕື່ນຕົວ
ໃນການປ້ອງກັນຕົນເອງຢ່າງເອົາຈິງເອົາຈັງ ຖ້າທຸກຄົນເຮັດໄດ້ ຄອບຄົວທ່ານກໍ່ປອດໄພ, ແລະ ສັງຄົມກໍ່ຈະໄດ້ຮັບຜົນປະໂຫຍດໄປພ້ອມໆກັນ ຊຶ່ງຄວາມຕື່ນຕົວຂອງບຸກຄົນ ຄືປັດໃຈ
ຕັດສິນອັນຍິ່ງໃຫຍ່ທີ່ສຸດທີ່ຈະຢັບຢັ້ງການແຜ່ເຊື້ອຢ່າງມີໄຊຊະນະຕໍ່ພະຍາດນີ້.

• ຄະນະສະເພາະກິດ ຍັງມີຂໍ້ມູນຂ່າວສານລະອຽດຫຼາຍຢ່າງ ທີ່ເປັນປະໂຫຍດ ແລະ ຖືກຕ້ອງ ກ່ຽວກັບພະຍາດໂຄວິດ. ຂໍເຊີນຕິດຕາມຂ່າວສານເລົ່ານັ້ນ ໄດ້ທີ່:
– ເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍຄື www.covid19.gov.la ແລະ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່,
ກະຊວງສາທາລະນະສຸກ www.cdc.gov.la
– ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
– ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ
– ນອກຈາກນັ້ນຍັງສາມາດໂທສອບຖາມສາຍດ່ວນ 165ຫຼື166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ(ລະຫັດແຂວງຕາມດ້ວຍ165ຫຼື166)ເພື່ອຂໍຄໍາແນະນຳແລະລາຍງານເຫດການ.