ໃນຕອນບ່າຍວັນທີ 14 ພຶດສະພາ 2021, ຮສ ດຣ ບົວເທບ ພູມີນ ຮອງຫົວໜ້າກົມປິ່ນປົວ ແລະ ຟືນຟູໜ້າທີການຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ໄດ້ຖະແຫຼງຂ່າວກ່ຽວກັບ ສະພາບການ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຢູ່ສປປລາວ ແລະສະພາບຜູ້ເສຍຊີວິດ 1 ຄົນໃນວັນທີ 13 ພຶດສະພາ 2021: ຜູ້ເສຍຊີວີດໃໝ່ 1 ຄົນ ເປັນ ເພດຊາຍ, ອາຍຸ 29 ປີ, ອາຊີບ: ຫວ່າງງານ, ບ້ານ: ວຽງຈະເລີນ ຮ່ອມ 8, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
o ປະຫວັດສ່ວນຕົວ: ນ້ຳໜັກ 100 ກວ່າກີໂລ, ດື່ມເຫຼົ້າ ແລະ ສູບຢາໄຟຟ້າ
o ພະຍາດປະຈຳໂຕ: ເບົາຫວານ ແລະ ຄວາມດັນສູງ.
o ໃນວັນທີ 11 ພຶດສະພາ 2021 ເວລາ 11:00 ໂມງ ຜູ້ກ່ຽວເຂົ້າມາໂຮງໝໍສູນກາງ 103 ດ້ວຍອາການທີ່ເຂົ້າກັບນິຍາມກໍລະນີ SARI, ແພດໄດ້ປະເມີນອາການຜູ້ກ່ຽວໃນເບື້ອງຕົ້ນ ເຫັນວ່າ ມີອາການໜັກ ຈຶ່ງນຳສົ່ງຜູ້ກ່ຽວເຂົ້າຫ້ອງມໍລະສຸມ ICU ທັນທີ ພ້ອມທັງ ເກັບຕົວຢ່າງກວດຊອກຫາເຊື້ອ. ໃນວັນທີ 12 ພຶດສະພາ 2021 ຜົນກວດພົບເຊື້ອ COVID-19. ວັນທີ 13 ພຶດສະພາ 2021 ເວລາ 15:30 ໂມງ ຜູ້ກ່ຽວເສຍຊີວິດ.
ວຽກງານວີເຄາະ ກວດຊອກຫາເຊື້ອພະຍາດ ໂຄວີດ 19
• ໃນວັນທີ 13 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1,200ຕົວຢ່າງ, ຜົນກວດວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 16 ຕົວຢ່າງ.
ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 44 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3,681 ຄົນ. ແລະ ທຸກຄົນທີ່ເຂົ້າມາສູນດັ່ງກ່າວແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.