ສປປ ລາວ ກຽມສຳຫຼວດໃໝ່ ການເກັບກຳຂໍ້ມູນເພື່ອປະກອບສ່ວນເຂົ້າໃນ ດັດຊະນີໝາຍສັງຄົມລາວ ຄັ້ງທີ III ທີ່ກວມເອົາ 21,000 ຄົວເຮືອນທົວປະເທດ ເພື່ອວັດເເທກເປົ້າໝາຍການພັດທະນາ
ວັນທີ 6 ເມສາ 2023 ຜູ້ຕາງໜ້າຈາກ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID), ປະເທດອົດສະຕຣາລີ, ສະຫະພາບເອີຣົບ ເເລະ ອົງການຢູນີເຊັບ ໄດ້ໄປຢ້ຽມຢາມ ເມືອງສີໂຄດຕະບອງ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ ເພື່ອສັງເກດຂະບວນການເກັບກຳຂໍ້ມູນເພື່ອປະກອບສ່ວນເຂົ້າໃນ ດັດຊະນີໝາຍສັງຄົມລາວ ຄັ້ງທີ III (LSIS III) ທີ່ກໍາລັງດໍາເນີນຢູ່ໃນປັດຈຸບັນ.
LSIS III ແມ່ນການສໍາຫຼວດລະດັບປະເທດອັນໃໝ່ທີ່ກໍາລັງດໍາເນີນໂດຍ ສູນສະຖິຕິເເຫ່ງຊາດ ຊື່ງຈະໃຫ້ຂໍ້ມູນກ່ຽວກັບສະພາບຂອງ ເດັກນ້ອຍ ແລະ ແມ່ຍິງ ໃນ ລາວ ແລະ ສິ່ງທ້າທາຍທີ່ພວກເຂົາກໍາລັງປະເຊີນຢູ່. ຂໍ້ມູນເຫຼົ່ານີ້ຈະຍັງຊ່ວຍ ລັດຖະບານ ລາວ ໃນການອອກແບບນະໂຍບາຍທີ່ມີປະສິດທິພາບຫຼາຍຂຶ້ນ ເພື່ອປັບປຸງຊີວິດຂອງເດັກນ້ອຍ ແລະ ແມ່ຍິງລາວທຸກຄົນ, ພ້ອມຊ່ວຍໃນການປະເມີນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, ເປົ້າໝາຍການພັດທະນາແບບຍືນຍົງ ແລະ ຕົວຊີ້ວັດດ້ານສັງຄົມອື່ນໆ.
ທ່ານ ນາງ ພອນສາລີ ສຸກສະຫວັດ, ຜູ້ອໍານວຍການ ຂອງ ສູນສະຖິຕິແຫ່ງຊາດ, ໄດ້ກ່າວ: “ລັດຖະບານ ລາວ ໃຫ້ຄວາມສໍາຄັນເປັນພິເສດຕໍ່ການສໍາຫຼວດນີ້ ເພາະມັນຈະສະໜອງຂໍ້ມູນທີ່ເປັນປະໂຫຍດສູງຕໍ່ການຕິດຕາມຄວາມຄືບໜ້າຂອງ ລາວ ໃນການບັນລຸ ເປົ້າໝາຍການພັດທະນາແບບຍືນຍົງ ພ້ອມດ້ວຍ ເປົ້າໝາຍຕ່າງໆໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ດັ່ງນັ້ນ, ພວກເຮົາຈຶ່ງໄດ້ລົງທຶນທັ້ງ ເວລາ, ງົບປະມານ ແລະ ຊັບພະຍາກອນທີ່ມີ ເພື່ອຮັບປະກັນວ່າຂໍ້ມູນຈາກ LSIS III ນັ້ນຈະມີຄຸນນະພາບສູງທີ່ສຸດ.“
ທ່ານ ຄາເລັນ ຮິວສ, ຫົວໜ້າໂຄງການພັດທະນາດ້ານເສດຖະກິດ, ການສຶກສາ ແລະ ສິ່ງແວດລ້ອມ ປະຈໍາ ອົງການ USAID, ໄດ້ເນັ້ນໜັກເຖີງສາຍພົວພັນທີ່ເຂັ້ມແຂງລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ: ““ອົງການ USAID ມີຄວາມພາກພູມໃຈ ທີ່ມີສ່ວນຮ່ວມໃນການໃຫ້ການສະໜັບສະໜູນດ້ານງົບປະມານຕໍ່ LSIS III. ຂໍ້ມູນທີ່ຈະໄດ້ຈາກ LSIS III ຈະຊ່ວຍ ລາວ ໃນການບັນລຸເປົ້າໝາຍການພັດທະນາ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ເເລະ ສໍາຄັນໄປກ່ວານັ້ນ,
ຂໍ້ມູນດັ່ງກ່າວນີ້ຈະຊ່ວຍໃຫ້ພວກເຮົາເຂົ້າໃຈ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງ ປະຊາຊົນລາວ ໃຫ້ໄດ້ຫຼາຍຂຶ້ນ, ລວມທັງກຸ່ມຄົນຈາກ ຊຸມຊົນຊົນເຜົ່າ, ຄົນທີ່ມີຄວາມຄົນພິການ ຫຼື ຜູ້ທີ່ອາໄສຢູ່ໃນເຂດທີ່ເຂົ້າເຖິງຍາກ ເເລະ ບັນດາກຸ່ມທີ່ມີຄວາມສ່ຽງອື່ນໆ. ອົງການ USAID ມີຄວາມໝາຍໝັ້ນທີ່ຈະສະໜັບສະໜູນ ລາວ ໃນການຮັບປະກັນວ່າ ປະຊາຊົນລາວ ທຸກຄົນ ສາມາດເຂົ້າເຖິງການໃຫ້ການບໍລິການສັງຄົມຕ່າງໆໄດ້ຢ່າງເທົ່າທຽມ.”
ໃນປັດຈຸບັນ, ຂະບວນການເກັບກຳຂໍ້ມູນສຳລັບ LSIS III ເເມ່ນກຳລັງໄດ້ຈັດຕັ້ງປັດຕິບັດໃນ 21,000 ຄົວເຮືອນ ທົ່ວປະເທດ, ເຊີ່ງກວມເອົາທຸກເມື່ອງໃນທົວ 18 ເເຂວງ ຂອງ ລາວ.
“ການເກັບກຳຂໍ້ມູນນີ້ ເເມ່ນມີຄວາມສຳຄັນຫຼາຍເພື່ອບັນລຸໝາກຜົນໃນ LSIS III. ການຢ່ຽມຢາມໃນຄັ້ງນີ້ເປັນກາລະໂອກາດອັນດີໃຫ້ພວກເຮົາເຫັນການດໍາເນີນການເກັບກຳຂໍ້ມູນຕົວຈິງທີ່ໄດ້ເລີ່ມຕົ້ນຂຶ້ນໃນທ້າຍເດືອນມີນາຂອງປີນີ້ ເເລະ ເຫັນເຖີງປະສິດທິພາບຂອງການຮວມມືລະຫວ່າງບັນດາເຈົ້າໜ້າທີ່ ແລະ ຜູ້ປະຕິບັດແຜນງານທຸກຄົນໄດ້ມີການເຮັດວຽກຮ່ວມກັນ,” ກ່າວໂດຍ ທ່ານ ແດນ ເຮວເດິນ, ຮອງທູດອົດສະຕຣາລີປະຈໍາ ລາວ
“LSIS III ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງ ຄວາມໝາຍໝັ້ນຂອງ ລາວ ຕໍ່ວຽກງານດ້ານສະຫວັດດິການສັງຄົມເພື່ອແມ່ຍິງ ແລະ ເດັກນ້ອຍ. ສະຫະພາບເອີຣົບ ແລະ ບັນດາຄູ່ຮ່ວມງານ ຂອງພວກເຮົາມີຄວາມພູມໃຈທີ່ໄດ້ປະກອບສ່ວນສະໜັບສະໜູູນ ລັດຖະບານແຫ່ງ ລາວ ໃນການເກັບກຳຂໍ້ມູນທີ່ມີຄຸນນະພາບ ທີ່ຈະເປັນປະໂຫຍດຕໍ່ກັບການສ້າງນະໂຍບາຍເພື່ອແມ່ຍິງ ແລະ ເດັກນ້ອຍໃນ ລາວ,” ກ່າວໂດຍ ພະນະທ່ານນາງ ອີນາ ມາຊິວລີໂອນີແຕ, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ລາວ.
“ອົງການ ຢູນິເຊັບ ຂໍສະແດງຄວາມຂອບໃຈ ມາຍັງ ສູນສະຖິຕິແຫ່ງຊາດ ສຳລັບການນຳພາໃນ LSIS III ແລະ ທັງນີ້ ກໍ່ຂໍສະແດງຄວາມຂອບໃຈມາຍັງ ຄູ່ຮ່ວມງານສາກົນທຸກຄົນ ທີ່ໄດ້ໃຫ້ການສະໜັບສະໜູນໃນໂຄງການນີ້,” ກ່າວໂດຍ ທ່ານນາງ ເພຍ ບຣິດໂຕ, ຜູ້ຕາງນ້າ ອົງການຢູນີເຊັບ ປະຈໍາ ລາວ. “LSIS III ບໍ່ພຽງແຕ່ເປັນການສຳລວດເເບບທົ່ວໄປເທົ່ານັ້ນ ແຕ່ມັນຈະຊ່ວຍພວກເຮົາຢ່າງຫຼວງຫຼາຍໃນການກໍານົດ ແລະ ແກ້ໄຂບັນຫາຕ່າງໆທີ່ເດັກນ້ອຍລາວຫຼາຍຄົນຍັງປະເຊີນຢູ່.
ໂດຍການແກ້ໄຂບັນຫາເຫຼົ່ານີ້, ພວກເຮົາບໍ່ພຽງແຕ່ຈະສາມາດປົດລອກຄວາມສາມາດຂອງຊັບພະຍາກອນມະນຸດຂອງ ລາວ ແຕ່ຈະຊ່ວຍ ລາວ ໃຫ້ສາມາດບັນລຸ ເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030 ອີກເຊັ່ນດຽວກັນ.”
LSIS ຮອບທໍາອິດໄດ້ຖຶກລິເລີມຂຶ້ນໃນປີ 2011-2012 ເເລະ ຮອບທີ່ສອງໃນປີ 2017. ໂຄງການ LSIS III ເເລະ LSIS ຮອບທີ່ພານມາ ແມ່ນອີງໃສ່ໂຄງການ Global Multiple Indicator Survey (MICS) ຂອງ ອົງການຢູນີເຊັບ ຊື່ງໄດ້ເລີມຈັດຕັ້ງປັດຕິບັດໃນປີ 1990 ເພື່ອສະໜັບສະນູນບັນດາປະເທດໃນທົວໂລກໃນການຮວບຮວມຂໍ້ມູນລະດັບສາກົນກ່ຽວກັບຕົວຊີ້ວັດຕ່າງໆທີ່ກ່ຽວກັບແມ່ຍິງ ແລະ ເດັກນ້ອຍ.