ວັນທີ 27 ເມສາ 2022, ຢູ່ທີ່ ສສ ຫວຽດນາມ, ທະນາຄານການຄ້າຫຸ້ນສ່ວນ ລົງທຶນ ແລະ ພັດທະນາຫວຽດນາມ (BIDV) ໄດ້ຈັດພິທີມອບຫຼຽນໄຊແຮງງານຊັ້ນ 3 ຈາກລັດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຫຼຽນໄຊອັນຊົງກຽດອື່ນໆອີກຫຼາຍຫຼຽນ.
ເຂົ້າຮ່ວມພິທີມີການນຳຂອງພັກ ແລະ ລັດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ການນຳຂອງພັກ ແລະ ລັດ ແຫ່ງ ສປປ ລາວ; ຜູ້ນຳລັດຖະບານກຳປູເຈຍ; ຮ່ວມກັບການນຳຂັ້ນສູງສູນກາງ ແລະ ທ້ອງຖິ່ນ, ກະຊວງ, ສາຂາຂອງຫວຽດນາມ ແລະ ລາວ, ກຳປູເຈຍ, ລັດເຊຍ; ບັນດາລູກຄ້າ, ຄູ່ຮ່ວມງານ, ຄູ່ຮ່ວມທຸລະກິດທັງພາຍໃນ ແລະ ຕ່າງປະເທດ.
ການດຳເນີນທຸລະກິດການຄ້າຫຼາຍກວ່າ 27 ປີ, BIDV ທະນາຄານແມ່ຂອງ ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ໄດ້ກາຍເປັນສະຖາບັນການເງິນຫຼາຍປະເທດທີ່ມີຫຼາຍຮູບຫຼາຍແບບ, ຫຼາຍຂົງເຂດ, ປະຈຸບັນ BIDV ມີລະບົບ ທະນາຄານ – ປະກັນໄພ – ຫຼັກຊັບ – ການລົງທຶນທາງດ້ານການເງິນ, ມີເຄືອຂ່າຍກ້ວາງຂວາງ, ມີສາຂາພາຍໃນ ແລະ ຕ່າງປະເທດ 1,085 ສາຂາ, ຫ້ອງການທຸລະກໍາ, 10 ບໍລິສັດຍ່ອຍ ແລະ ມີການຄ້າໃນລາວ. ກຳປູເຈຍ, ມຽນມາ, ລັດເຊຍ, ໄຕ້ຫວັນ (ຈີນ);
ບັນດາຄວາມພະຍາຍາມຂອງບັນດາພະນັກງານ BIDV ໃນໄລຍະການເດີນທາງ 65 ປີ, BIDV ກໍ່ໄດ້ມີກຽດໄດ້ຮັບລາງວັນຈາກພັກ ແລະ ລັດ ແຫ່ງ ສປປ ລາວ ສໍາລັບຫຼຽນໄຊເອກະລາດ, ຫຼຽນໄຊແຮງງານ, ຫຼຽນໄຊມິດຕະພາບ …. ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງ, BIDV ສືບຕໍ່ເປັນກຽດໄດ້ຮັບລາງວັນອັນສູງສົ່ງ, ເຊິ່ງແມ່ນຫຼຽນໄຊ ພັດທະນາຊັ້ນ 2 ຂອງ ສປປ ລາວ ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນດ້ານວັດຖຸ ແລະ ທຶນຮອນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ຢູ່ ສປປ ລາວ ຕາມດຳລັດ ຂອງ ປະທານປະເທດ ແຫ່ງ ສປປ ລາວ ສະບັບ ເລກທີ 041/ຄຕທ, ລົງວັນທີ 22/03/2022.
ຂ່າວ;ພາບ: ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈໍາກັດ
Loading...