ວັນທີ 1 ມັງກອນ 2022 ສປປ ລາວ ຈະເປີດຮັບນັກທ່ອງທ່ຽວສາກົນໃຫ້ເຂົ້າມາທ່ອງທ່ຽວເຂດສີຂຽວທີ່ກໍານົດໄວ້ ໂດຍຈະທົດລອງເປີດ ພຽງ 3 ແຂວງຄື: ນະຄອນຫລວງວຽງຈັນ, ຫລວງພະບາງ ແລະເມືອງວັງວຽງ ແຂວງວຽງຈັນ ຖ້າຫາກປະສົບຜົນສໍາເລັດກໍຈະຂະຫຍາຍເພີ່ມໄປຫລາຍແຂວງຂຶ້ນ.

ທ່ານອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວໃຫ້ຮູ້ວ່າ: ມາຮອດປະຈຸບັນ ທຸກຂະແໜງການໄດ້ມີຄວາມພ້ອມສູງ ໂດຍສະເພາະການກວດຄົນເຂົ້າ-ອອກເມືອງ ຂອງເຈົ້າໜ້າທີ່ຂະແໜງການຕ່າງໆ ເຊັ່ນກະຊວງການຕ່າງປະເທດມີຄວາມພ້ອມການອອກວິຊາ, ກະຊວງສາທາລະນະສຸກມີຄວາມພ້ອມໃນການກວດ ແລະຮັກສາສຸຂະພາບຂອງນັກທ່ອງທ່ຽວ ແລະຂະແໜງການທີ່ກ່ຽວຂ້ອງອື່ນໆ ກໍມີຄວາມພ້ອມເຊັ່ນກັນ, ເຊິ່ງວັນທີ 30 ທັນວາ 2021 ໄດ້ມີການຝຶກຊ້ອມການຕ້ອນຮັບນັກທ່ອງທ່ຽວຢູ່ສະໜາມບິນສາກົນວັດໄຕ, ພ້ອມດຽວກັນນັ້ນ ແຕ່ລະແຂວງກໍໄດ້ຝຶກອົບຮົມພະນັກງານດ້ານບໍລິການທີ່ກ່ຽວຂ້ອງໃຫ້ໄດ້ຕາມເງື່ອນໄຂທີ່ລັດຖະບານວາງອອກ, ໂດຍຈະທົດລອງເປີດ 3 ແຂວງກ່ອນ ຄື: ນະຄອນຫລວງວຽງຈັນ, ຫລວງພະບາງ ແລະເມືອງວັງວຽງ ແຂວງວຽງຈັນ, ຍ້ອນວ່າ 3 ແຂວງນີ້ ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຫລາຍ ໂດຍໃຫ້ນັກທ່ອງທ່ຽວມາທ່ຽວເປັນຄະນະ ແລະປະຕິບັດຕາມລາຍການທີ່ກໍານົດໄວ້ເທົ່ານັ້ນ,
ເຂດທ່ອງທ່ຽວສີຂຽວ ແມ່ນເຂດທ່ອງທ່ຽວປອດຈາກພະຍາດໂຄວິດ19 ຫລືມີລະບາດນ້ອຍ ເປັນເຂດທີ່ມີການທ່ອງທ່ຽວຂະຫຍາຍຕົວສູງຂອງປະເທດເຮົາ.