ດຣ.ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ຖະແຫລງຕອນເຊົ້າວັນທີ 19 ເມສາ 2021 ທີ່ກະຊວງສາທາລະນະສຸກ ເຖິງວຽກງານຄວບຄຸມການລະບາດຂອງພະຍາດໂຄວີດ19 ໂດຍສະເພາະວຽກງານເກັບຕົວຢ່າງ ແລະກວດວິເຄາະຫາເຊື້ອພະຍາດ COVID-19ຢູ່ ສປປ ລາວວ່າ ວັນທີ18 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ726ຄົນ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບຜູ້ຕິດເຊື້ອໃໝ່.
ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປະຈຸບັນ, ຄົນເຈັບຕິດເຊື້ອໂຄວິດ-19 ທີ່ນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວ ຈຳນວນ 9ຄົນ, ໃນນັ້ນຢູ່ນະຄອນຫຼວງວຽງຈັນ 3 ຄົນ (ໂຮງໝໍມິດຕະພາບ) ແຂວງຈຳປາສັກ 1 ຄົນ, ແຂວງສາລະວັນ 1 ຄົນ, ແຂວງສະຫວັນນະເຂດ 2 ຄົນ , ແຂວງຄໍາມ່ວນ 1 ຄົນ ແລະແຂວງບໍລິຄໍາໄຊ 1 ຄົນ (ສູນປິ່ນປົວຫຼັກ 6) ທຸກຄົນ ແມ່ນມີສຸຂະພາບແຂງແຮງດີ.
ດຣ.ພອນປະເສີດ ໄຊຍະມຸງຄຸນ ຖະແຫລງຕື່ມວ່າ: ພາຍຫຼັງ ທີ່່ໄດ້ ພັກຍາວ ເປັນເວລາ 6 ວັນ ເພື່ອ ສະເຫຼີມສະຫຼອງປີໃໝ່ລາວ ຕາມຮີດຄອງປະເພນີ ແລ້ວ ແຕ່ລະພາກສ່ວນ ກໍ່ຈະໄດ້ເຂົ້າສູ່ການປະຕິບັດໜ້າທີ່ວຽກງານຂອງຕົນ.
ມາຮອດມື້ນີ້ ເຖິງວ່າຢູ່ ສປປ ລາວຖ້າທຽບໃສ່ບັນດາປະເທດ ໃນຂົງເຂດອາຊຽນຖືວ່າແມ່ນປະເທດ ທີ່ມີຜູ້ຕິດເຊື້ອສະສົມຕໍ່າສຸດ ແລະກໍ່ບໍມີຜູ້ເສຍຊີວີດ , ແຕ່ພວກເຮົາກໍບໍຄວນລະເຫຼີງ ແລະ ບໍ່ຖືເບົາໃນການປະຕິບັດມາດຕະການຕ່າງໆທີ່ວາງອອກ, ເພາະວ່າໃນ ສະພາບ ປະຈຸບັນນີ້ການລະບາດຂອງພະຍາດ COVID-19 ຢູ່ໃນໂລກຍັງບໍ່ມີທ່າອ່ຽງທີ່ຈະຫຼຸດລົງ ໂດຍສະເພາະບັນດາປະເທດໃກ້ຄຽງ ສປປ ລາວ ເຫັນວ່າໃນແຕ່ລະມື້ມີຈຳນວນຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນ ສົມທົບກັບໄລຍະນີ້ ຍັງມີແຮງງານທີ່ເດີນທາງຈາກປະເທດທີ່ມີການລະບາດຂອງພະຍາດ ເຂົ້າມາໃນປະເທດເຮົາລວມທັງຜູ້ທີ່ເດີນທາງເຂົ້າແບບບໍ່ຖືກຕ້ອງ ເຊິ່ງມີຄວາມສ່ຽງຈະແຜ່ລະບາດເຂົ້າມາໃນປະເທດຂອງພວກເຮົາ.
ສະນັ້ນ, ພວກເຮົາ ຕ້ອງພ້ອມໃຈກັນກັນມີສະຕິລະວັງຕົວ ແລະເອົາໃຈໃສ່ປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດແລະ ຄຽງຄູ່ກັບການປະຕີບັດມາດຕະການປ້ອງກັນແລະ ຄວບຄຸມພະຍາດ ແລ້ວຂໍໃຫ້ບັນດາທ່ານຜູ້ທີ່ນອນຢູ່ໃນກຸມເປົ້າໝາຍບູລິມະສິດຈະ ຮັບວັກຊີນປ້ອງກັນພະຍາດ ໂຄວີດ 19 ຈົ່ງພ້ອມກັນໄປຮັບການສັກວັກຊີນຢ່າງຮີບດ່ວນ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ເພື່ອຫຼຸດຜ່ອນການລະບາດຂອງພະຍາດ COVID-19 ຢູ່ປະເທດເຮົາ.
ອີກເທື່ອນຶ່ງ ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມຈົ່ງໄດ້ ສືບຕໍ່ຮ່ວມແຮງຮ່ວມໃຈກັນປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກດ້ວຍຄວາມຮັບຜິດຊອບສູງເພື່ອພ້ອມກັນຜ່ານຜ່າວິກິດການສະພາບການລະບາດຂອງພະຍາດ COVID-19ນີ້ໄປໃຫ້ໄດ້.
Loading...