ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດ ເພີ່ມອີກ1 ຄົນ ລວມເປັນ 15 ຄົນ ເປັນເພດຍິງ, ອາຍຸ 20 ປີ, ສັນຊາດ: ລາວ, ອາຊີບ: ນັກສຶກສາ ຢູ່ບ້ານຈອມມະນີ, ໝ່ວຍ: 56, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ (ຜູ້ກ່ຽວບໍ່ໄດ້ກັບບ້ານ ແຕ່ມື້ລົງຍົນມາ ແລ້ວເດີນທາງໄປຢູ່ເຮືອນສວນ ກັບກໍລະນີຢັ້ງຢືນ 12
ປະຫວັດການເດີນທາງ:
- ວັນທີ 22 ມີນາ 2020 ເດີນທາງຈາກສະໜາມບິນ London Heathrow ດ້ວຍຖ້ຽວບິນ TG 917 ມາຮອດ ສະໜາມບິນສຸວັນນະພູມ ປະເທດໄທ ແລະ ເບີຕັ່ງເລກທີ 68C
- ວັນທີ 23 ມີນາ 2020 ເດີນທາງຈາກສະໜາມບິນສຸວັນນະພູມ ປະເທດໄທ ມາ ສະໜາມບິນວັດໄຕ ດ້ວຍຖ້ຽວບິນ TG 574, ເລກຕັ່ງນັ່ງ 49A; ຜູ້ກ່ຽວ ໄດ້ນັ່ງມາຖ້ຽວບີນດຽວກັນກັບກໍລະນີຢັ້ງຢືນການຕິດເຊື້ອ COVID-19 ກໍລະນີທີ່ຢັ້ງຢືນ 11 ສັນຊາດ Papua New Guinea ແລະ ກໍລະນີຢັ້ງຢືນ 12. ທີ່ສະໜາມບິນສະໜາມບິນວັດໄຕ, ນ້າສາວຂອງກໍລະນີຢັ້ງຢືນ 12 ໄດ້ມາຮັບຢູ່ສະໜາມບິນວັດໄຕ ແລ້ວເດີນທາງໄປສວນ ເພື່ອຈຳກັດບໍລິເວນຕົນເອງ
- ວັນທີ 24 ມີນາ 2020 – ວັນທີ 4 ເມສາ 2020 ໄດ້ຈໍາກັດ ບໍລິເວນ ຢູ່ເຮືອນສວນ ກັບ ກໍລະນີຢັ້ງຢືນ 12
- ວັນທີ 5 ເມສາ 2020: ຜູ້ກ່ຽວເລີ່ມມີອາການເຈັບຄໍ ແລະ ຫາຍໃຈຍາກ, ຜູ້ກ່ຽວໄປກວດຢູ່ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງ, ຜົນກວດແມ່ນບໍ່ພົບ COVID–19 ກໍ່ໄດ້ກັບຄືນໄປຢູ່ບ້ານສວນ ກັບ ນ້າສາວຂອງກໍລະນີທີ 12,
- ວັນທີ 6 ເມສາ 2020 ຍັງມີອາການເຈັບແໜ້ນໜ້າເອິກ ແລະ ຫາຍໃຈຍາກ, ໄດ້ແທກອຸ່ນຫະພູມ 37 ອົງສາເຊ
- ວັນທີ 7 ເມສາ 2020: ໄດ້ມາກວດຄືນ ພົບເຊື້ອ COVID-19 ຮັບເຂົ້ານອນຕິດຕາມອາການຢູ່ໂຮງໝໍມິດຕະພາບ,
- ຜູ້ສຳຜັດໃກ້ຊິດກໍລະນີທີ່ 15 ນີ້ມີ 5 ຄົນ
- ຈໍານວນຜູ້ສໍາຜັດໃກ້ຊິດທັງໝົດທີ່ໄດ້ຕິດຕາມ ແຕ່ວັນທີ 23 ມີນາ – 7 ເມສາ 2020 ມີ ທັງໝົດ 262 ຄົນ, ໝົດກໍານົດຕິດຕາມທັງໝົດ 205 ຄົນ, ຍັງສືບຕໍ່ຕິດຕາມທັງໝົດ 52 ຄົນ ເຊື່ງມີລາຍລະອຽດມີດັ່ງລຸມນີ້:
- ນະຄອນຫຼວງວຽງຈັນ 38 ຄົນ.
- ແຂວງຫຼວງພະບາງ 02 ຄົນ.
- ແຂວງ ຄຳມ່ວນ 02 ຄົນ.
- ແຂວງໄຊສົມບູນ (ພູເບ້ຍມາຍນິງ) 10 ຄົນ.