ມາຮອດປະຈຸບັນ ວັກຊິນທີ ສປປ ລາວ ນໍາໃຊ້ມີ 4 ຊະນິດຄື: ຊິໂນຟາມ, ແອສຕາເຊເນກາ , ໄຟເຊີ ແລະສະປຸກນິກ ໃນນັ້ນໄດ້ສັກເຂັມທີ 1 ໃຫ້ປະຊາຊົນໄປແລ້ວ ຈໍານວນ 953.782ຄົນ, ແລະສັກເຂັມທີ 2 ແລ້ວ 494.477ຄົນ.
ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ຖະແຫລງໃຫ້ຮູ້ຕອນເຊົ້າວັນທີ 23 ມິຖຸນາ 2021 ທີ່ກະຊວງສາທາລະນະສຸກວ່າ: ລັດຖະບານລາວ ມີຄວາມມຸ່ງໝັ້ນຈະສູ້ຊົນເຮັດໃຫ້ອັດຕາການສັກວັກຊິນປ້ອງກັນພະຍາດໂຄວິດ19 ໃຫ້ກວມໄດ້ 50%ຂອງປະຊາກອນ ສະນັ້ນຈະຕ້ອງສັກໃຫ້ໄດ້ 3.700.000ຄົນ, ເບື້ອງລັດຖະບານໄດ້ປະສານກັບອົງການສາກົນ ໃນການຈັດສັນວັກຊິນ, ເພື່ອສັກໃຫ້ປະຊາຊົນທຸກພາກສ່ວນໃນສັງຄົມໃຫ້ສາມາດບັນລຸຕາມຄາດໝາຍ ຫລືຫລາຍກວ່ານັ້ນ, ເຊິ່ງປະຈຸບັນ ສປປລາວ ມີໂຄຕ້າທີ່ຈະໄດ້ຮັບວັກຊິນທັງໝົດ 6.606.084 ໂດສ໌ ແຕ່ຍ້ອນການຈັດສັນວັກຊິນນັ້ນ ອາດຈະບໍ່ຕອບສະໜອງໄດ້ຕາມຄວາມຕ້ອງການຂອງປະເທດເຮົາ, ເຖິງຢ່າງໃດກໍຕາມ ພັກ ແລະລັດຖະບານ ສປ ຈີນ ໄດ້ມີຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນລາວ ແລະໄດ້ສະໜອງວັກຊິນແກ່ປະເທດເຮົາທັງໝົດເກືອບ 2 ລ້ານຫລອດ ເຊິ່ງກວມເອົາ 90% ຂອງວັກຊິນທີ່ມີໃນ ສປປ ລາວ.
ມາຮອດປະຈຸບັນ ອົງການອະນາໄມໂລກ ໄດ້ຮັບຮອງໃຫ້ວັກຊິນຊິໂນຟາມ ສາມາດໃຊ້ໄດ້ກັບຜູ້ສູງອາຍຸ ແລະຜູ້ມີພະຍາດຊໍ້າເຮື້ອແລ້ວ, ສະນັ້ນບໍ່ໃຫ້ພໍ່ແມ່ປະຊົນລັ່ງເລໃຈ, ເມື່ອມີວັກຊິນເຂົ້າມາແລ້ວ ທາງຈຸດບໍລິການແຕ່ລະແຫ່ງຈະແຈ້ງໃຫ້ທ່ານຊາບ, ໃຫ້ແພດໝໍເປັນຜູ້ຕັດສິນໃຫ້ .
ດຣ ພອນປະເສີດ ອຸນາພົມ ແຈ້ງໃຫ້ຮູ້ອີກວ່າ: ສໍາລັບຢູ່ນະຄອນຫລວງວຽງຈັນ ວັກຊິນຊິໂນຟາມ ແລະໄຟເຊີເຂັມທີ1 ໄດ້ສັກໝົດແລ້ວ ແຕ່ຍັງສືບຕໍ່ສັກເຂັມທີ2 ເທົ່ານັ້ນ, ສະນັ້ນຈຶ່ງຮຽກຮ້ອງໃຫ້ຜູ້ມີກໍານົດສັກເຂັມທີ 2 ຈົ່ງເຂົ້າໄປໃຊ້ບໍລິການ ຄືຊີໂນຟາມຄົບ 21 ຫາ 28ວັນ ແລະ ແອສຕາເຊເນກາ 8 ຫາ 12ອາທິດ.
ສໍາລັບເດືອນກໍລະກົດ ຈະມາເຖິງນີ້ ສປປ ລາວ ຈະໄດ້ຮັບວັກຊິນອີກ2ຊະນິດ ຄືແອສຕາເຊເນກາ ແລະ ຈອນສັນແອນຈອນສັນ.
ໂດຍ: ຄໍາກອງ ກິດຕິຄຸນ
Loading...