ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 56 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດທີ່ກ່ຽວຂ້ອງຢູ່ຈາກາກຕາ, ປະເທດອິນໂດເນເຊຍ ໃນວັນທີ 13-14 ກໍລະກົດ 2023, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງຈາກບັນດາປະເທດເພື່ອນມິດ ເປັນຕົ້ນແມ່ນ ສະຫະພາບເອີຣົບ (ອີຢູ), ຣາຊະອານາຈັກ ນອກແວ, ການາດາ, ອັງກິດ, ສີລັງກາ ແລະ ສ. ອາເມຣິກາ.
ໃນການພົບປະລະຫວ່າງ ທ່ານ ສະະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກັບ ທ່ານ ໂຈເຊັບ ໂບແຣນ, ເຈົ້າໜ້າທີ່ລະດັບສູງ ສະຫະພາບເອີຣົບ, ຮັບຜິດ ຊອບວຽກງານການຕ່າງປະເທດ ແລະ ນະໂຍບາຍດ້ານຄວາມໝັ້ນຄົງ/ຮອງປະທານຄະນະກໍາມະການເອີຣົບ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ອີຢູ ໃນໄລຍະຜ່ານມາ ນັບຕັ້ງແຕ່ໄດ້ສ້າງສາຍພົວພັນການທູດນໍາກັນ ໃນວັນທີ 21 ພະຈິກ 1975 ເປັນຕົ້ນມາ, ເຊິ່ງເຫັນວ່າໄດ້ຮັບການສືບຕໍ່ເສີມຂະຫຍາຍຂຶ້ນເລື້ອຍໆ, ມູນຄ່າການຊ່ວຍເຫຼືອ ເພີ່ມຂຶ້ນຈາກ 312 ລ້ານເອີໂຣ (ແຕ່ສົກປີ 1994-2020) ມາເປັນ 550 ລ້ານ ເອີໂຣ ໃນສົກປີ 2021-2025 ໂດຍສຸມໃສ່ 3 ຂົງເຂດຕົ້ນຕໍຄື: ການພັດທະນາເສດຖະກິດສີຂຽວ; ການພັດທະນາຊັບພະຍາກອນມະນຸດ ແລະ ການປົກຄອງທີ່ດີ; ພ້ອມກັນນີ້, ໄດ້ປຶກສາຫາລື ກ່ຽວກັບ ວຽກງານດ້ານຕ່າງໆ ເຊັ່ນ: ການຊ່ວຍເຫຼືອ ສປປ ລາວ ໃຫ້ກາຍເປັນປະເທດທີ່ເຊື່ອມຈອດກັບບັນດາປະເທດຕ່າງໆ; ວຽກງານເກັບກູ້ລະເບີດບໍ່ທັນແຕກ; ການຮ່ວມມືດ້ານສິດທິມະນຸດ; ຂະບວນການຫຼຸດພົ້ນອອກຈາກສະ ຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ໃນປີ 2026; ການຮ່ວມມືໃນຂອບອາຊຽນ-ອີຢູ; ການສົ່ງເສີມການທ່ອງທ່ຽວໃນລາວ ແລະ ອື່ນໆ; ພ້ອມທັງແຈ້ງໃຫ້ຊາບກ່ຽວກັບ ຄວາມຄືບໜ້າໃນການກະກຽມຄວາມພ້ອມຂອງ ສປປ ລາວ ຕໍ່ການເປັນປະທານອາຊຽນໃນປີ 2024 ທີ່ຈະມາເຖິງ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ ອີຢູ ໃຫ້ແກ່ ສປປ ລາວ ໂດຍສະເພາະແມ່ນແຜນການສະໜັບສະໜູນດ້ານງົບປະມານທີ່ແນໃສ່ວຽກງານໂພຊະນາການ ແລະ ການສຶກສາ, ເຊິ່ງໄດ້ປະກອບ ສ່ວນອັນສໍາຄັນເຂົ້າໃນການພັດທະນາຊົນນະບົດ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແນໃສ່ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ສາມາດບັນລຸເປົ້າໝາຍແຜນການພັດທະ ນາແບບຍືນຍົງຂອງອົງການສະຫະປະຊາຊາດໃນປີ 2030. ສຸດທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ສະແດງຄວາມຍີນດີຕ້ອນຮັບການຈະມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ໂຈເຊັບ ໂບແຣນ ໃນປີ 2024 ທີ່ ສປປ ລາວ ເປັນປະທານອາຊຽນ.
ສ່ວນການພົບປະລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກັບ ທ່ານ ນາງ Anniken Huifeldt, ລັດຖະມົນຕີຕ່າງປະເທດ ແຫ່ງ ຣາຊະອານາຈັກນອກແວ, ສອງຝ່າຍໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັນ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ນອກແວ ຕະຫຼອດໄລຍະ 32 ປີຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ, ພ້ອມທັງມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບ ແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະໃນວຽກງານເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ ແລະ ການເປັນຄູ່ຮ່ວມມືໃນຂອບວຽກງານອາຊຽນປີ 2024. ໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍນອກແວ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໄລຍະຜ່ານມາ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບ ຄວາມຄືບໜ້າໃນການກະກຽມຄວາມພ້ອມຕໍ່ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ.
ໃນການພົບປະລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກັບ ທ່ານ ນາງ Mélanie Joly, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ການາດາ, ສອງຝ່າຍໄດ້ສະແດງຄວາມຍິນດີທີ່ໄດ້ພົບກັນໃນຄັ້ງນີ້, ເຊິ່ງຈະເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ-ການາດາ ໂດຍສະເພາະແມ່ນການກະກຽມໃຫ້ແກ່ການສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ການາດາ ໃນປີ 2024 ທີ່ຈະມາເຖິງນີ້. ສອງຝ່າຍ ຍັງໄດ້ປຶກສາຫາລືກັນ ກ່ຽວກັບ ການສົ່ງເສີມການຮ່ວມມືທາງດ້ານການເມືອງ ແລະ ການສຶກສາ ໂດຍສະເພາະ ເລື່ອງການໃຫ້ທຶນການສຶກສາແກ່ ສປປ ລາວ, ການເພີ່ມທະວີການໄປ-ມາຫາສູ່ກັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນຂອງສອງປະເທດໃນອະນາຄົດ; ການພັດທະນາເສດຖະກິດສີຂຽວ; ການຮ່ວມມືໃນຂອບອາຊຽນ-ການາດາ, ລວມທັງການສະຫນັບສະຫນູນຕໍ່ການກະກຽມເປັນປະທານອາຊຽນໃນປີ 2024 ຂອງ ສປປ ລາວ. ນອກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ຕໍ່ກັບສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ. ພ້ອມກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍີນດີຕ້ອນຮັບການຈະມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ນາງ Mélanie Joly ໄລຍະທີ່ ສປປ ລາວ ເປັນປະທານອາຊຽນໃນປີ 2024, ເຊິ່ງທ່ານ ນາງ Mélanie Joly ກໍ່ໄດ້ສະແດງຄວາມຂອບໃຈ ແລະ ມີຄວາມຍີນດີເຊື້ອເຊີນທ່ານ ຮອງນາຍົກລັດຖະມົນຕີ ໄປຢ້ຽມຢາມການາດາ ໃນເວລາທີ່ເຫມາະສົມ.
ການພົບປະລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກັບ ທ່ານ James Cleverly, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງ ອັງກິດ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ; ໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືທາງດ້ານການເມືອງ; ການຄ້າ ແລະ ການລົງທຶນ; ການຮ່ວມມືເພື່ອການພັດທະນາ; ວຽກງານເກັບກູ້ລະເບີດບໍ່ທັນແຕກ; ວຽກງານສຶກສາ ໂດຍສະເພາະ ການສຶບຕໍ່ໃຫ້ທຶນການສຶກສາແກ່ພະນັກງານລາວໄປຮຽນຕໍ່ ທີ່ປະເທດ ອັງກິດ; ວຽກງານສາທາລະນະສຸກ; ຂະແໜງພະລັງງານທົດແທນ; ການປ່ຽນແປງດິນຟ້າອາກາດ; ການຮ່ວມມືໃນຂອບອາຊຽນ-ອັງກິດ ແລະ ການກະກຽມຄວາມພ້ອມການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ພ້ອມນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ກ່ຽວກັບ ສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງອັງກິດ ທີ່ມີຕໍ່ ສປປ ລາວ ໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາຢູ່ ສປປ ລາວ. ສຸດທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ສະແດງຄວາມຍີນດີຕ້ອນຮັບການຈະມາຢ້ຽມຢາມ ສປປ ລາວ ຂອງ ທ່ານ James Cleverly ໃນປີ 2024 ທີ່ ສປປ ລາວ ເປັນປະທານອາຊຽນ.
ໃນການພົບປະລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ກັບ ທ່ານ M.U.M. Ali Sabry, ລັດຖະມົນຕີກະຊວງການຕ່າງປະເທດສີລັງກາ, ໃນການພົບປະດັ່ງກ່າວ, ສອງຝ່າຍໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃນຕະຫຼອດໄລຍະ 58 ປີຜ່ານມາ ທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ສອງຝ່າຍຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຈົນເຖິງການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ; ການຮ່ວມມືດ້ານການຄ້າ ແລະ ການລົງທຶນ; ການພັດທະ ນາຊັບພະຍາກອນມະນຸດ; ການທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ສອງຝ່າຍມີທ່າແຮງ. ພ້ອມນັ້ນ, ສອງຝ່າຍຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນການຮ່ວມມືຢູ່ໃນຂອບອາຊຽນ.
ສ່ວນການພົບປະ ລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກັບ ທ່ານ Antony Blinken, ລັດຖະມົນຕີຕ່າງປະເທດ ສ. ອາເມຣິກາ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ, ເຊິ່ງໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ; ໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືເພື່ອການພັດທະນາ; ການຮ່ວມມືດ້ານການສຶກສາ ໂດຍສະເພາະ ສູນການສຶກສາ; ວຽກງານເກັບກູ້ລະເບີດບໍ່ທັນແຕກ ແລະ ການຮ່ວມມືໃນຂອບອາຊຽນ-ອາເມລິກາ, ລວມທັງການສະຫນັບສະຫນູນຕໍ່ການກະກຽມຄວາມພ້ອມໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງ. ພ້ອມນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນ ກ່ຽວກັບ ສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ. ສຸດທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ສະແດງຄວາມຍີນດີຕ້ອນຮັບການຈະມາຢ້ຽມຢາມ ສປປ ລາວ ຂອງ ທ່ານ Antony Blinken ໃນປີ 2024 ທີ່ ສປປ ລາວ ເປັນປະທານອາຊຽນ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ


