ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເພື່ອເປັນການເສີມຂະຫຍາຍ ສາຍພົວ ພັນການທູດ ພ້ອມທັງ ສົ່ງເສີມການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາ ທິ ປະໄຕ ປະຊາຊົນລາວ ແລະ ສາທາ ລະນະລັດ ອູການດາ (Republic of Uganda), ໃນຕອນເຊົ້າ ຂອງວັນທີ 27 ກັນຍາ 2021 ຢູ່ທີ່ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ອູການດາ ປະຈຳອົງການສະຫະປະຊາຊາດ ທີ່ນະຄອນ ນິວຢອກ, ສ.ອາເມລິກາ, ໄດ້ມີພິທີລົງນາມ ໃນຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາ ທິປະ ໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອູການດາ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ, ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາ ລະນະລັດ ອູການດາ ແມ່ນ ທ່ານ ດຣ. ອາໂດເນຍ ອາເຢບາເຣ (H.E. Dr. Adonia Ayebare), ເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ອູການດາ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະ ແຫຼງການໃນຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານ ໃນພິທີດັ່ງກ່າວ ຂອງບັນດານັກການທູດຂອງທັງສອງຝ່າຍ.
ປະເທດ ສາທາລະນະລັດ ອູການດາ ເປັນປະເທດຕັ້ງຢູ່ ພາກຕາເວັນອອກ ຂອງທະວີບ ອາຟຣິກາ, ມີຊາຍແດນຕິດກັບ 05 ປະເທດຄື: Kenya, Sudan, Democratic Republic of the Congo, Rwanda, Tanzania, ໄດ້ຮັບເອກະລາດໃນວັນທີ 9 ຕຸລາ 1962 ຈາກປະເທດອັງກິດ ແຕ່ບໍ່ເຄີຍຕົກເປັນຫົວເມືອງຂຶ້ນແບບເຕັມສ່ວນ. ອູການດາ ເປັນປະເທດ ທີ່ມີບົດບາດສູງສົມຄວນໃນເວທີ ສປຊ, ເຂົ້າເປັນສະມາຊິກຂອງອົງການ ສປຊ ໃນວັນທີ 25 ຕຸລາ 1962 ໂດຍຈັດຢູ່ໃນກຸ່ມພາກພື້ນ ອາຟຣິກາ, ເຄີຍໄດ້ຮັບການເລືອກຕັ້ງເປັນສະມາຊິກບໍ່ຖາວອນ ຂອງສະພາຄວາມຫມັ້ນຄົງ ສປຊ 03 ຄັ້ງ ໃນປີ 1966, 1981-1982 ແລະ 2009-2010, ເປັນສະມາຊິກສະພາເສດຖະກິດ-ສັງຄົມ 05 ຄັ້ງໃນປີ 1973-1978, 1984-1986, 1995-1997, 2001-2003, 2015-2017 ແລະ ສະພາສິດທິມະນຸດ 01 ຄັ້ງໃນປີ 2010-2013, ແລະ ເຄີຍເປັນປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 69. ເຊັ່ນດຽວກັນກັບ ສປປລາວ, ອູການດາ ຍັງເປັນສະມາຊິກປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ, ເປັນສະມາຊິກກຸ່ມ 77 ແລະ ຈີນ, ແລະ ເປັນສະມາຊິກຂະບວນການບໍ່ຮ່ວມກຸ່ມ (NAM) ເຊິ່ງຈະເຮັດຫນ້າທີ່ເປັນປະທານ NAM ໃນສະໄຫມຕໍ່ໄປ. ອຸການດາ ເປັນ 01 ໃນ 122 ປະເທດ ທີ່ປະກອບສ່ວນເຂົ້າໃນກອງກຳລັງຮັກສາສັນຕິພາບ ສປຊ, ມີນະໂຍບາຍການຕ່າງປະເທດ ແລະ ເຄື່ອນໄຫວວຽກງານຕ່າງ ປະເທດ ໂດຍຍຶຶດຖືຫລັກການພື້ນຖານ ພາຍໃຕ້ກົດບັດ ສປຊ. ສາທາລະນະລັດ ອູການດາ ມີປະທານາທິບໍດີ ເປັນປະມຸກລັດ ແລະ ມີນາຍົກລັດຖະມົນຕີ ເປັນຫົວຫນ້າລັດຖະບານ; ມີເນື້ອທີທັງຫມົດ: 241,550 km2, ນະຄອນຫລວງຊື່: Kampala, ມີປະຊາກອນປະມານ 46,8 ລ້ານ ຄົນ, ພາສາທາງການ ແມ່ນນໍາໃຊ້ພາສາທ້ອງຖິ່ນ (Kirundi) ແລະ ພາສາອັງກິດ. ປະຊາຊົນ ອູການດາ ປະມານ 84 ສ່ວນຮ້ອຍ ນັບຖືສາສະນາ Christian ແລະ 12 ສ່ວນຮ້ອຍ ແມ່ນນັບຖືສາສະຫນາ Islam. ເສດຖະກິດ ຂອງ ອູການດາ ສ່ວນໃຫຍ່ແມ່ນຍັງອີງໃສ່ ກະສິກຳ ແລະ ຄາດວ່າໃນປີ 2024-2025 ຈະສາມາດຜະລິດ ແລະ ສົ່ງອອກນໍ້າມັນໄດ້. ອູການດາ ມີທີ່ຕັ້ງທາງດ້ານພູມສາດ ທີ່ມີຄວາມສໍາຄັນ ແລະ ມີຄວາມຫລາກຫລາຍດ້ານຊັບພະຍາກອນທໍາມະຊາດ ຊຶ່ງປະກອບດ້ວຍພູເຂົາໄຟ, ພູດອຍ, ທະເລສາບ ແລະ ມີເຂດປ່າສະຫງວນແຫ່ງຊາດ ທີ່ໄດ້ຮັບການຂຶ້ນທະບຽນ ໃຫ້ເປັນມໍລະດົກໂລກທາງທຳມະຊາດຈາກອົງການ UNESCO.
ການສ້າງຕັ້ງສາຍພົວພັນການທູດຄັ້ງນີ້ ແມ່ນເປັນການປະກອບສ່ວນໃຫ້ແກ່ ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ອັນສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ແລະ ເຮັດໃຫ້ ສປປ ລາວ ມີສາຍພົວພັນການທູດ ກັບ 147 ປະເທດ ໃນທົ່ວໂລກ.