ກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 5 ເມສາ 2023 ທີ່ຫໍປະຊຸມແຫ່ງຊາດ, ນະ ຄອນຫລວງວຽງຈັນ ໂດຍມີ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຊ ຮຸນເຊັນ, ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ, ທ່ານ ຟາມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທ່ານ ປອ. ສຸລະສີ ກິດຕິມົນທົນ, ເລຂາ ທິການສຳນັກງານຊັບພະຍາກອນນໍ້າແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ, ທ່ານ ຫຼີ ກົວຫຍີງ, ລັດຖະມົນຕີກະຊວງຊັບພະຍາກອນນໍ້າ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ທ່ານ ລາ ມອງ ເທັນ, ຫົວໜ້າກົມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ອະ ນຸລັກສິ່ງແວດລ້ອມ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ, ພ້ອມດ້ວຍຜູ້ຕາງ ໜ້າຈາກຄູ່ຮ່ວມພັດທະນາເຂົ້າຮ່ວມ.
ກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາກົນຄັ້ງນີ້ ຈັດຂຶ້ນກົງກັບວັນສ້າງຕັ້ງຄະນະກໍາມາທິການແມ່ນໍ້າຂອງສາກົນ ຄົບຮອບ 28 ປີ, ເຊິ່ງຈັດຂຶ້ນພາຍ ໃຕ້ຫົວຂໍ້ “ນະວັດຕະກໍາ ແລະ ການຮ່ວມມື ເພື່ອແມ່ນໍ້າຂອງທີ່ໝັ້ນຄົງ ແລະ ຍືນຍົງ” ເຊິ່ງຖືເປັນຂີດໝາຍອັນສໍາຄັນ ແລະ ເປັນເວທີພົບປະຂອງການນຳຂັ້ນສູງຈາກປະ ເທດສະມາຊິກຄະນະກໍາມາທິການແມ່ນໍ້າຂອງສາກົນ ແລະ ຜູ້ຕາງໜ້າຈາກຄູ່ຮ່ວມເຈລະຈາ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມປືກສາຫາລືກ່ຽວ ກັບສະພາບການພັດທະນາ, ສິ່ງທ້າທາຍ ແລະ ກາລະໂອກາດຕ່າງໆ ໃນອ່າງແມ່ນໍ້າຂອງ, ທັງເປັນການແລກປ່ຽນຄວາມຮູ້ດ້ານນະວັດຕະກໍາ ແລະ ເສີມຂະຫຍາຍການຮ່ວມມື ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຄຸ້ມຄອງ ແລະ ພັດທະນາອ່າງແມ່ນໍ້າຂອງໃຫ້ມີຄວາມຍືນຍົງ.
ໃນໂອກາດກ່າວໄຂກອງປະຊຸມຄັ້ງນີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ຍົກໃຫ້ວ່າ: ສປປ ລາວ ໄດ້ປະຕິບັດພັນທະສັນຍາແມ່ນໍ້າຂອງຢ່າງຕັ້ງໜ້າ ໂດຍສະເພາະການປະຕິບັດໜ້າທີ່ ແລະ ພາລະບົດບາດຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ເຊິ່ງມີສຳນັກງານໃຫຍ່ຕັ້ງຢູ່ ສປປ ລາວ ແລະ ຕີລາ ຄາສູງຕໍ່ກັບຜົນ ສຳ ເລັດທີ່ກອງເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ ພາຍ ໃຕ້ການບໍລິຫານຂອງບັນດາຫົວໜ້າກອງເລຂາຄະນະກຳມາທິການແມ່ນໍ້າຂອງສາ ກົນໃນໄລຍະຜ່ານມາ, ພິເສດ ສປປ ລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບກຽດເປັນຄັ້ງ ທໍາອິດໃນການປະຕິບັດໜ້າທີ່ເປັນຫົວໜ້າກອງເລຂາຄະນະກໍາມາທິ ການແມ່ນໍ້າຂອງສາກົນ, ເຊີ່ງທ່ານໄດ້ສະແດງຄວາມຊົມເຊີຍ ທ່ານ ປອ. ອານຸລັກ ກິດຕິຄຸນ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກບັນດາປະເທດສະມາຊິກໃນການຮັບໜ້າທີ່ອັນສຳຄັນຍິ່ງນີ້. ພ້ອມທັງສະແດງຄວາມຫວັງວ່າ ບັນດາປະເທດສະມາຊິກ ຈະສືບຕໍ່ໃຫ້ການສະໜັບສະໜູນກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນໃນການຈັດ ຕັ້ງປະຕິບັດຍຸດທະສາດພັດທະນາອ່າງແມ່ນໍ້າຂອງ ສົກປີ 2021-2030, ບັນດາລະ ບຽບການ, ບົດແນະນຳຕ່າງໆ ທີ່ກ່ຽວຂ້ອງ ແລະ ຖະແຫຼງການວຽງຈັນທີ່ຈະຮັບຮອງໃນວັນທີ 5 ເມສາ 2023.
ທ່ານ ສອນໄຊ ສີພັນດອນ ຍົກໃຫ້ເຫັນຕື່ມວ່າ: ແມ່ນໍ້າຂອງຖືເປັນໜຶ່ງໃນແມ່ນໍ້າຂະໜາດໃຫຍ່ຂອງໂລກ ທີ່ມີຄວາມອຸດົມສົມບູນໄປດ້ວຍລະບົບນິເວດ ແລະ ຊີວະນາໆ ພັນ ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນຫຼາຍກ່ວາ 60 ລ້ານຄົນທີ່ອາໄສໃນອ່າງແມ່ນໍ້າແຫ່ງນີ້ ແລະ ໄດ້ນໍາໃຊ້ຊັບພະຍາກອນທຳມະຊາດດັ່ງກ່າວໃນດຳລົງຊີວິດ. ແມ່ນໍ້າຂອງຖືເປັນແມ່ນໍ້າແຫ່ງມິດຕະພາບທີ່ເຊື່ອມໂຍງການພົວພັນຂອງປະຊາຊົນ ໂດຍສະເພາະການແລກປ່ຽນທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ ຂອງບັນດາປະເທດໃນພາກພື້ນນີ້. ສະນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ບັນດາປະເທດທີ່ນອນໃນອ່າງແມ່ນໍ້າຂອງທັງໝົດ ຈົ່ງໄດ້ຮ່ວມມືກັນໃນການຄຸ້ມຄອງອ່າງແມ່ນໍ້າຂອງ ຕາມຫຼັກການ “ໜຶ່ງແມ່ນໍ້າຂອງ ໜຶ່ງອຸດົມການ” ໂດຍການເຄົາລົບອະທິປະໄຕຂອງກັນ ແລະ ກັນ ແລະ ເພື່ອຜົນປະໂຫຍດຮ່ວມກັນ.
ພ້ອມນີ້, ທ່ານໄດ້ຍົກໃຫ້ເຫັນໃນສະພາບການປ່ຽນແປງດິນຟ້າອາກາດນັບມື້ນັບຮຸນແຮງ ເຮັດໃຫ້ສະພາບການຂອງໂລກ ແລະ ພາກພື້ນມີການປ່ຽນແປງກໍ່ໃຫ້ເກີດໄພນໍ້າຖ້ວມ, ໄພແຫ້ງແລ້ງ ແລະ ສະພາບອາກາດຜັນແປຮູນແຮງ ເຊິ່ງໄດ້ສົ່ງຜົນກະ ທົບຕໍ່ກັບຊີວິດ ແລະ ຊັບສິນຂອງປະຊາຊົນ ລວມທັງພື້ນຖານໂຄງລ່າງຕ່າງໆ. ເພື່ອແກ້ໄຂບັນຫາທີ່ກ່າວ, ສປປ ລາວ ໄດ້ເຮັດວຽກຮ່ວມກັບ ຄະນະກຳມາທິການແມ່ນໍ້າຂອງສາກົນ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງໃນການຂະຫຍາຍຕາໜ່າງສະຖານີອຸຕຸນິຍົມ-ອຸທົກກະສາດ, ການປັບປຸງລະບົບພະຍາກອນແຈ້ງເຕືອນໄພນໍ້າຖ້ວມ-ໄພແຫ້ງແລ້ງລ່ວງໜ້າ ເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດໃນຂອບເຂດທົ່ວປະ ເທດ. ສປປ ລາວ ເຫັນວ່າມີຄວາມຈຳເປັນໃນການຮ່ວມກັນຫາວິທີທາງທີ່ດີ ແລະ ແທດເໝາະກັບຂົງເຂດຂອງຕົນ ເພື່ອເຮັດໃຫ້ການພັດທະນາເກີດຜົນປະໂຫຍດສູງສຸດ ພ້ອມທັງຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຕໍ່ຊຸມຊົນທີ່ບອບບາງ ເປັນຕົ້ນແມ່ນການເສີມຂະຫຍາຍການນຳໃຊ້ນະວັດຕະກຳໃໝ່ໆ ແລະ ກົນໄກການຮ່ວມມືທີ່ມີປະສິດທິພາບ ເພື່ອອ່າງແມ່ນໍ້າຂອງທີ່ໝັ້ນຄົງ ແລະ ຍືນຍົງ.


