ຕອນເຊົ້າ ວັນທີ 2 ເມສາ 2021. ສປປ ລາວ ໄດ້ເລີ່ມຕົ້ນການໃຫ້ບໍລິການສັກວັກຊີນກັນພະຍາດໂຄວິດ-19 ທີ່ໄດ້ຮັບຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility). ການໃຫ້ບໍລິການສັກວັກຊີນຄັ້ງນີ້ເເມ່ນໄດ້ ຈັດຂື້ນຢູ່ທີ່ໂຮງໝໍມິດຕະພາບ ເປັນເວລາສອງມື້, ແຕ່ວັນທີ 2 ຫາ 3 ເມສາ, ໂດຍມີຈຸດສຸມຄືກຸ່ມຄົນທີ່ມີຄວາມສ່ຽງສູງ ຕໍ່ການຕິດເຊື້ອພະຍາດໂຄວິດ-19 ແລະ ຈະເກີດອາການຮຸນແຮງຈາກການຕິດເຊື້ອ ຈຳນວນທັງໝົດປະມານ 4000 ຄົນ. ພາຍຫຼັງການໃຫ້ບໍລິການສັກວັກຊີນໃນຄັ້ງນີ້, ວັກຊີນເຫຼົ່ານີ້ຈະໄດ້ ນຳໃຊ້ໃນໂຮງໝໍ 7 ແຫ່ງໃນນະຄອນຫລວງວຽງຈັນ ແລະ ໃນຂັ້ນແຂວງ.
ວັກຊີນທີ່ໄດ້ ນຳໃຊ້ໃນການໃຫ້ບໍລິການໃນຄັ້ງນີ້ເເມ່ນໄດ້ນຳເຂົ້າມາ ສປປ ລາວ ໃນວັນທີ່ 20 ມີນາ ຜ່ານໂຄງການ COVAX Facility, ໂດຍຮ່ວມມືກັນລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi), ອົງການຢູນິເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO), ເຊີ່ງປະກອບມີວັກຊີນ AstraZeneca/Oxford ຈໍານວນ 132,000 ໂດສ ຜະລິດໂດຍສະຖາບັນ Serum ຂອງອິນເດຍ (Serum Institute of India). ວັກຊີນ AstraZeneca/Oxford ຊຸດນີ້ແມ່ນຊຸດທຳອິດ ຂອງຈໍານວນທັງໝົດ 480,000 ໂດສ ທີ່ຈະໄດ້ຈັດສົ່ງໃຫ້ກັບ ສປປ ລາວ ໃນປີນີ້. ໂຄງການ COVAX Facility ມີເປົ້າໝາຍທີ່ຈະສະໜອງຈຳນວນວັກຊີນໃຫ້ພຽງພໍເພື່ອໃຫ້ກວມເອົາຢ່າງໜ້ອຍ 20% ຂອງປະຊາກອນໃນປີນີ້.
ດຣ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານນາງ ພິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ ປະຈໍາສໍານັກງານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມຂະບວນການສັກວັກຊິນໃນຄັ້ງນີ໊. ດຣ ພູທອນ ເມືອງປາກ ໄດ້ກວ່າ ວ່າ “ການໃຫ້ບໍລິການສັກວັກຊີນກັນພະຍາດໂຄວິດ-19 ໂດຍນໍາໃຊ້ ວັກຊີນ AstraZeneca/Oxford ຊຸດທຳອິດຈາກໂຄງການ COVAX Facility ໃນຄັ້ງນີ້ເປັນບາດກ້າວອັນສຳຄັນສຳລັບ ສປປ ລາວ ໃນເປົ້າໝາຍການຢຸດຕິການເເຜ່ລະບາດຂອງພະຍາດໂຄວິດ-19.” ທ່ານຍັງໄດ້ກ່າວອີກວ່າ “ເພື່ອເອົາຊະນະໂຄວິດ-19, ພວກເຮົາທູກຄົນຕ້ອງຮ່ວມມືຮ່ວມໃຈກັນ. ການສັກວັກຊີນໃຫ້ກັບຜູ້ທີ່ຢູ່ໃນກຸ່ມທີ່ມີຄວາມສ່ຽງສູງທີ່ສຸດ ເເມ່ນມີຄວາມສຳຄັນເປັນຢ່າງສູງເພື່ອຊ່ວຍປົກປ້ອງຊຸມຊົນຂອງພວກເຮົາຈາກໂຄວິດ-19.”
Loading...