ບັນຍາກາດຂອງມື້ ທີສອງ ( 3 ເມສາ 2021 ) ໄດ້ມີປະຊາຊົນ ແລະຊາວຕ່າງປະເທດໄດ້ໄປສັກຢາວັກຊີນກັນພະຍາດໂຄວິດ-19 ທີ່ໄດ້ຮັບຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility). ການໃຫ້ບໍລິການສັກວັກຊີນຄັ້ງນີ້ເເມ່ນໄດ້ ຈັດຂື້ນຢູ່ທີ່ໂຮງໝໍມິດຕະພາບ ເປັນເວລາສອງມື້, ແຕ່ວັນທີ 2 ຫາ 3 ເມສາ, ໂດຍມີຈຸດສຸມຄືກຸ່ມຄົນທີ່ມີຄວາມສ່ຽງສູງ ຕໍ່ການຕິດເຊື້ອພະຍາດໂຄວິດ-19 ແລະ ຈະເກີດອາການຮຸນແຮງຈາກການຕິດເຊື້ອ ຈຳນວນທັງໝົດປະມານ 4000 ຄົນ. ພາຍຫຼັງການໃຫ້ບໍລິການສັກວັກຊີນໃນຄັ້ງນີ້, ວັກຊີນເຫຼົ່ານີ້ຈະໄດ້ ນຳໃຊ້ໃນໂຮງໝໍ 7 ແຫ່ງໃນນະຄອນຫລວງວຽງຈັນ ແລະ ໃນຂັ້ນແຂວງ.
ວັກຊີນທີ່ໄດ້ ນຳໃຊ້ໃນການໃຫ້ບໍລິການໃນຄັ້ງນີ້ເເມ່ນໄດ້ນຳເຂົ້າມາ ສປປ ລາວ ໃນວັນທີ່ 20 ມີນາ ຜ່ານໂຄງ ການ COVAX Facility, ໂດຍຮ່ວມມືກັນລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi), ອົງການຢູນິເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO), ເຊີ່ງປະກອບມີວັກຊີນ AstraZeneca/Oxford ຈໍານວນ 132,000 ໂດສ ຜະລິດໂດຍສະຖາບັນ Serum ຂອງອິນເດຍ (Serum Institute of India). ວັກຊີນ AstraZeneca/Oxford ຊຸດນີ້ແມ່ນຊຸດທຳອິດ ຂອງຈໍານວນທັງໝົດ 480,000 ໂດສ ທີ່ຈະໄດ້ຈັດສົ່ງໃຫ້ກັບ ສປປ ລາວ ໃນປີນີ້. ໂຄງການ COVAX Facility ມີເປົ້າໝາຍທີ່ຈະສະໜອງຈຳນວນວັກຊີນໃຫ້ພຽງພໍເພື່ອໃຫ້ກວມເອົາຢ່າງໜ້ອຍ 20% ຂອງປະຊາກອນໃນປີນີ້.



