ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພາຍຫລັງທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນຮອງປະທານສະມັດຊາໃຫຍ່ ສປຊ ສະ ໄໝທີ 76 ໃນເດືອນ ມິຖຸນາ 2021 ຜ່ານມາ, ໃນຕອນເຊົ້າ ວັນທີ 22 ກັນຍາ 2021, ສປປ ລາວ ໄດ້ເລີ່ມຕົ້ນປະຕິບັດໜ້າທີ່ຂອງຕົນເປັນຄັ້ງທຳອິດ ໂດຍທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາ ວອນ ແຫ່ງ ສປປລາວ ໄດ້ເຮັດໜ້າທີ່ເປັນປະທານ ນໍາພາການດຳເນີນກອງປະຊຸມ ໃນພາກສຸດທ້າຍ ຂອງກອງປະຊຸມລະດັບສູງ ພາຍໃຕ້ສະມັດຊາໃຫ່ຍ ເພື່ອສະເຫຼີມສະຫຼອງຄົບຮອບ 20 ປີ ແຫ່ງການຮັບ ຮອງຖະແຫລງການ ແລະ ແຜນປະຕິບັດງານເດີບັນ (Durban Declaration and Programme of Action) ວ່າດ້ວຍການຕ້ານການຈຳແນກເຊື້ອຊາດ, ຜິວພັນ, ການລັງກຽດ ແລະ ການບໍ່ຍອມຮັບໃນຄວາມແຕກຕ່າງ, ພາຍຫລັງການຮັບຮອງເອົາຖະແຫລງການທາງການເມືອງຂອງກອງປະຊຸມ ແບບເປັນເອກະສັນ.
ຫລັງຈາກນັ້ນ, ທ່ານຜູ້ຕາງໜ້າຖາວອນ ແຫ່ງ ສປປລາວ ໄດ້ສືບຕໍ່ນຳພາກອງປະຊຸມຄົບຄະນະຄັ້ງທີ 6 (6th Plenary meeting) ຂອງພາກອະພິປາຍທົ່ວໄປ ເຊິ່ງມີບັນດາຜູ້ນໍາຂັ້ນປະມຸກລັດ ຂອງ 13 ປະເທດ ຜັດປ່ຽນກັນ ຂຶ້ນກ່າວບົດປາໄສໃນຫ້ອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ແລະ ໂດຍຜ່ານທາງໄກ. ບັນດາຜູ້ນໍາ ໄດ້ສະແດງທັດສະນະຂອງຕົນ ຕໍ່ກັບສະພາບການທີ່ພົ້ນເດັ່ນ ຢູ່ຫລາຍພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນມາດຕະການເພື່ອຮັບມືກັບການລະບາດຂອງໂຄວິດ-19 ແລະ ແກ້ໄຂຜົນກະທົບໄລຍະສັ້ນ ແລະ ໄລຍະຍາວ, ການກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ, ບັນຫາຄວາມບໍ່ສະຫງົບ ແລະ ການຕ້ານກໍ່ການຮ້າຍ, ການສົ່ງເສີມຂອບການຮ່ວມມືຫຼາຍຝ່າຍ ລວມເຖິງ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ພາຍໃນປີ 2030.
ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ແມ່ນຈະປະຕິບັດໜ້າທີ່ເລີ້ມຈາກ ເດືອນກັນຍາ 2021 ຫາ ເດືອນກັນຍາ 2022, ພາຍໃຕ້ຫົວຂໍ້ “ການຟື້ນຟູຈາກສະພາບວິກິດການອັນເກີດຈາກພະຍາດ ໂຄວິດ-19, ການສົ່ງເສີມການພັດທະນາແບບຍືນຍົງ, ເຄົາລົບສິດທິຂອງປະຊາຊົນ ແລະ ປັບປຸງລະບົບການເຮັດວຽກຂອງອົງການ ສປຊ ໃຫ້ສອດຄ່ອງກັບສະ ພາບການໃນໄລຍະໃໝ່”. ການເຮັດໜ້າທີ່ເປັນຮອງປະທານສະມັດຊາໃຫຍ່ ສປຊ ຂອງ ສປປ ລາວ, ເຊິ່ງແມ່ນການປະກອບສ່ວນປະຕິບັດພັນທະສາກົນ ໃນຖານະເປັນປະເທດສະມາຊິກ ອົງການ ສປຊ, ໃນໄລຍະນີ້ ແມ່ນມີຄວາມຫມາຍສໍາຄັນຍິ່ງ ໃນທ່າມກາງທີ່ສະພາບແວດລ້ອມພາກພື້ນ ແລະ ສາກົນ ມີການຜັນແປຢ່າງໄວວາ ເຊິ່ງຄາດຄະເນໄດ້ຍາກ, ໂດຍສະເພາະວິກິດການອັນເກີດຈາກພະຍາດໂຄວິດ-19 ແລະ ການປ່ຽນແປງຂອງສະພາບແວດລ້ອມ, ຂໍ້ຂັດແຍ່ງທີ່ຍັງເກີດຂຶ້ນຢູ່ບາງພາກພື້ນໃນໂລກ, ວິກິດການດ້ານເສດ ຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ ຕໍ່ປະຊາຄົມໂລກ.
ການປະຕິບັດໜ້າທີ່ສາກົນດັ່ງກ່າວ ຮຽກ ຮ້ອງໃຫ້ ສປປ ລາວ ຕ້ອງເພີ້ມທະວີຄວາມເອົາໃຈໃສ່ຂຶ້ນກວ່າເກົ່າ, ພ້ອມທັງຮັບປະກັນການປະຕິບັດໜ້າທີ່ແບບເປັນກາງ, ມີຄວາມໂປ່ງໄສ ແລະ ອີງຕາມກົດລະບຽບການດໍາເນີນຂອງ ສະມັດຊາໃຫຍ່ ສປຊ, ລວມທັງການປຶກສາຫາລືຮ່ວມກັບ ປະເທດສະມາຊິກ ສປຊ ແບບເປີດກ້ວາງ ກ່ຽວກັບ ບັນຫາສໍາຄັນຕ່າງໆ ທີ່ບໍ່ສາມາດຄາດຄະເນລ່ວງໜ້າໄດ້, ເຊິ່ງບັນຫາສໍາຄັນຂອງໂລກດັ່ງກ່າວທັງຫມົດ ແມ່ນໄດ້ຖືກກໍານົດເຂົ້າໃນແຜນການເຮັດວຽກຂອງສະມັດຊາໃຫຍ່ ສປຊ ສະໄໝທີ 76 ນີ້. ການເຮັດໜ້າທີ່ດັ່ງກ່າວ ນອກຈາກເປັນການປະຕິບັດພັນທະສາກົນແລ້ວ ຍັງເປັນການສືບຕໍ່ຍົກສູງບົດບາດ ຂອງ ສປປ ລາວ ໃນເວທີສາກົນ ໂດຍສະເພາະໃນເວທີ ສປຊ ໃຫ້ພົ້ນເດັ່ນຍິ່ງຂຶ້ນ ເຊິ່ງ ສປປ ລາວ ເຮົາຈະເຮັດໜ້າທີ່ເປັນປະທານບັນດາກອງປະຊຸມສາກົນຕ່າງໆ ໃນຂອບສະມັດຊາໃຫຍ່ ສປຊ, ກອງປະຊຸມລະດັບສູງຕ່າງໆ. ຜ່ານມາ ສປປ ລາວ ເຮົາເຄີຍໄດ້ຮັບເລືອກຕັ້ງ ໃຫ້ເປັນຮອງປະທານສະມັດຊາໃຫຍ່ ສປຊ ແລ້ວ 1 ຄັ້ງ ຄື ໃນໄລຍະກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 50, ໃນປີ 1995.