ໃນວັນທີ 13 ຕຸລາ2021, ທີ່ສະ ໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບວັກຊິນຊີໂນຟາມ ປ້ອງກັນພະຍາດໂຄວິດ-19 ຈຳນວນ 1 ລ້ານໂດສ ຈາກ ລັດຖະບານ ສປ ຈີນ, ຕາງໜ້າລັດຖະບານ ສປ ຈີນ ກ່າວມອບໂດຍ ທ່ານ ຈ່ຽງ ຈ້າຍຕຸ່ງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຕາງໜ້າລັດ ຖະບານ ສປປ ລາວ ກ່າວຮັບໂດຍ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ມີພາກສ່ວນກ່ຽວ ຂ້ອງທັງສອງຝ່າຍເຂົ້າຮ່ວມ.
ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ: ມື້ນີ້ເປັນອີກມື້ໜຶ່ງທີ່ພັກ-ລັດ ແລະ ປະຊາ ຊົນລາວບັນດາເຜົ່າ ທົ່ວປະເທດມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບວັກຊິນຊີໂນຟາມປ້ອງກັນພະຍາດໂຄວິດ-19 ເພີ່ມຕື່ມຈຳນວນ 1 ລ້ານໂດສ ພ້ອມດ້ວຍເຂັມສັກຢາ ຈາກລັດຖະບານແຫ່ງ ສປ ຈີນ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.
ພັກ-ລັດ ແລະ ປະຊາຊົນລາວທຸກທົ່ວໜ້າຕີລາຄາສູງ ແລະ ສະແດງຄວາມຂອບອົກຂອບໃຈຢ່າງຈິງ ໃຈ, ຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ການຊ່ວຍເຫຼືອອັນບໍລິສຸດ, ຈິງໃຈ, ລ້ຳຄ່າ, ທັນເວລາ ແລະ ສະເໝີຕົ້ນສະເໝີປາຍ ຂອງພັກ-ລັດ ແລະ ປະ ຊາຊົນຈີນ. ວັກຊິນ 1 ລ້ານໂດສ ໃນເທື່ອນີ້ຈະສົມທົບກັບວັກຊິນທີ່ ສປ ຈີນ ຊ່ວຍ ເຫຼືອຜ່ານມາຈຳນວນ 3.302.000 ໂດສ (ບໍ່ລວມທີ່ກະຊວງປ້ອງກັນປະເທດໄດ້ຮັບ 400.000 ໂດສ) ແລະ ຮ່ວມກັບການຊ່ວຍເຫຼືອຂອງປະເທດຕ່າງໆ, ອົງການສາກົນອື່ນໆ ທີ່ຈະຊ່ວຍໃຫ້ ສປປ ລາວ ສາມາດບັນລຸຄາດໝາຍການສັກວັກຊິນໃຫ້ກັບປະຊາກອນທົ່ວປະເທດໃຫ້ໄດ້ 50% ຂຶ້ນໄປໃນປີ 2021 ເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19.
ຂ່າວ-ພາບ: ສຸກສະຫວັດ ສົມສະໜິດ


