ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນບ່າຍວັນທີ 2 ພະຈິກ 2021, ທີ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໄດ້ມີພິທີມອບ-ຮັບວັກຊິນປ້ອງກັນພະຍາດໂຄວິດ-19 Astra Zeneca ຈໍານວນ 523,200 ໂດສ,ຊຸດໃໝ່, ໂດຍການໃຫ້ກຽດເປັນປະທານຂອງ ທ່ານດຣ. ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງສປປ ລາວ. ພ້ອມດ້ວຍຜູ້ຕາງໜ້າຈາກອົງການຍູນີເຊບ, ອົງການອະນາໄມໂລກ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານດຣ. ກິແກ້ວ​ ໄຂຄໍາພິທູນ ກ່າວວ່າ: ລັດຖະບານແຫ່ງ ສປປ ລາວ ຕີລາຄາສູງຕໍ່ການຊ່ວຍເຫລືອວັກຊິນໃນຄັ້ງນີ້ ເຊິ່ງເປັນຄວາມພະຍາມຍາມຂອງສາກົນ ເພື່ອຊ່ວຍຄວາມຄຸມ ສະກັດ ການລະບາດຂອງພະຍາດໂຄວິດ19 ຢູ່ ສປປ ລາວ ທີ່ພວມລະບາດຢູ່ໃນຊຸມຊົນຂອງຫລາຍແຂວງໃນທົ່ວປະເທດ ດ້ວຍອັດຕາການຕິດເຊື້ອໃນແຕ່ລະມື້ສູງຂຶ້ນ, ໃນໄລຍະຜ່ານມາອົງການຈັດຕັງສາກົນ ກໍຄືຄູ່ຮ່ວມພັດທະນາ ແລະປະເທດເພື່ອນມິດໄດ້ໃຫ້ການຊ່ວຍເຫລືອຢາປົວພະຍາດ, ອຸປະກອນການແພດຈໍານວນໜຶ່ງ ເພື່ອປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ19, ການຊ່ວຍເຫລືອດັ່ງກ່າວນີ້ ໄດ້ສະແດງເຖິງຄວາມເປັນຫ່ວງເປັນໃຍ , ຄວາມມຸ່ງໝັ້ນຂອງວົງສາຄະນາຍາດສາກົນ ໃນການສະໜັບສະໜູນ ແລະໃຫ້ການຊ່ວຍເຫລືອດ້ານມະນຸດສະທໍາໃຫ້ແກ່ປະເທດຕ່າງໆ.
ປະຈຸບັນນີ້ການລະບາດຂອງພະຍາດໂຄວິດ19 ໄດ້ສືບຕໍ່ແຜ່ລາມເປັນວົງກວ້າງຢູ່ຫລາຍປະເທດໃນລະດັບທີ່ແຕກຕ່າງກັນ ເຊິ່ງໄດ້ສົ່ງຜົນກະທົບທາງລົບໂດຍກົງຕໍການດໍາລົງຊີວິດ, ການພັດທະນາເສດຖະກິດ ສັງຄົມຂອງທຸກປະເທດໃນໂລກ. ເພື່ອຮັບມືກັບການລະບາດທີ່ຮ້າຍແຮງຂອງພະຍາດດັ່ງກ່າວ ຮຽກຮ້ອງໃຫ້ວົງຄະນາຍາດສາກົນຕ້ອງຮ່ວມມືທາງດ້ານວິຊາການ, ການເງິນ, ການແພດ ແລະອຸປະກອນທີ່ຈໍາເປັນຕ່າງໆ ລວມທັງວັກຊິນ ທີ່ເປັນປັດໃຈສໍາຄັນໃຫ້ແກ່ການສ້າງພູມຄຸ້ມກັນໝູ່ ແລະຕ້ານການແຜ່ລະບາດຂອງພະຍາດໂຄວິດ19, ເຊິ່ງປະຈຸບັນຫລາຍປະເທດໃນໂລກສາມາດຜະລິດວັກຊິນທີ່ມີຄຸນນະພາບອອກມານໍາໃຊ້ໄດ້ແລ້ວ, ບົນຈິດໃຈດັ່ງກ່າວ ໂຄງການເພື່ອການເຂົ້າເຖິງວັກຊິນຕ້ານໂຄວິດ19 ພາຍໃຕ້ໂຄງການຮ່ວມມືອົງການກາວີ ໂດຍໄດ້ຮັບການສະໜັບສະໜູນທຶນຈາກຫລາຍປະເທດໃນໂລກ ເຊິ່ງເປັນການປະກອບສ່ວນສໍາຄັນເປັນຢ່າງຍິ່ງ ເຂົ້າໃນການສ້າງຄວາມສາມາດເຂົ້າເຖິງວັກຊິນຂອງບັນດາປະເທດກໍາລັງພັດທະນາ ໂດຍສະເພາະປະເທດດ້ອຍພັດທະນາ ລວມທັງ ສປປ ລາວ.
ວັກຊິນຊຸດນີ້ແມ່ນຜະລິດຢູ່ ສ.ເກົາຫລີ ໂດຍບໍລິສັດວິທະຍາສາດຊີວະພາບ SK ຈໍາກັດ ແມ່ນສ່ວນໜຶ່ງຂອງແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 (ACT) ຊຶ່ງແມ່ນການຮ່ວມມືທົ່ວໂລກຄັ້ງສໍາຄັນເພື່ອເລັ່ງລັດການພັດທະນາ, ການຜະລິດ ແລະ ການເຂົ້າເຖິງຢ່າງເທົ່າທຽມກັນຕໍ່ການກວດຫາ, ການປິ່ນປົວ ແລະ ການສັກວັກຊີນກັນພະຍາດ.
ມາຮອດປະຈຸບັນ ພົນລະເມືອງໃນສປປ ລາວ ໄດ້ຮັບວັກຊິນເຂັມ 1 ແລ້ວ ຈໍານວນ 3.311.915ຄົນ ເທົ່ກັບ 45,14% ແລະຮັບວັກຊິນຄົບໂດສແລ້ວ 2.843.816ຄົນ ເທົ່າກັບ 38,76% ໃນນັ້ນ ນະຄອນຫລວງວຽງຈັນ ແລະແຂວງບໍ່ແກ້ວສາມາດປົກຄຸມຫລາຍກວ່າ 50% ຂຶ້ນໄປ.
ໂດຍ: ຄໍາກອງ ກິດຕິຄຸນ