ພິທີມອບ-ຮັບວັກຊິນ ແອສຕຼາເຊເນກາ ຈໍານວນ 415.000ໂດສ ທີ່ລັດຖະບານສະຫະຣາຊະອານຈັກອັງກິດ ແລະອຽກລັງເໜືອ ໃຫ້ການຊ່ວຍເຫລືອ ສປປ ລາວ ຈັດຂຶ້ນທີ່ກະຊວງສາທາລະນະສຸກ ຕອນເຊົ້າວັນທີ 5 ສິງຫາ 2021 ໂດຍການເຂົ້າຮ່ວມ ໃນພິທີ ຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກ ລັດຖະ ມົນຕີ ແລະຄະນະ, ທ່ານຈອນ ເພຍຊັນ ເອກອັກຄະຣາຊະທູດ ແຫ່ງສະຫະຣາຊະອານາຈັກອັງກິດ ແລະອຽກລັງເໜືອ ປະຈໍາ ສປປ ລາວ ພ້ອມດ້ວຍຜູ້ແທນອົງການຢູນິເຊັບ, ອົງການອະນາໄມໂລກ ແລະຄະນະ.
ທ່ານກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ກ່າວໃນພິທີວ່າ: ລັດຖະບານລາວ ຕີລາຄາສູງຕໍ່ການຊ່ວຍເຫຼືອວັກແຊັງ ແອດສຕຼາ ເຊເນກ້າ ໃຫ້ແກ່ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການສືບຕໍ່ຄວາມພະຍາຍາມຂອງລັດຖະບານ ແລະປະຊາຊົນ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ເພື່ອຊ່ວຍລັດຖະບານ ແລະ ປະຊາຊົນລາວ ໃນການສະກັດກັ້ນ ແລະ ຄວມຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ, ຊຶ່ງໃນໄລຍະຜ່ານມາ ປະເທດອັງກິດກໍ່ໄດ້ໃຫ້ການຊ່ວຍເຫຼືອ ໂດຍກົງທາງດ້ານ ອຸປະກອນການແພດຈໍານວນໜຶ່ງ ແລະວັກແຊັງແອດສຕຼາ ເຊເນກ້າ ຜ່ານໂຄງການໂຄແວັກສ ໃນຮອບທີໜຶ່ງທີ່ໄດ້ສົ່ງມາເຖິງ ສປປ ລາວ ໃນເດືອນ ມີນາ ປີນີ້. ການຮ່ວມມື ແລະ ຊ່ວຍເຫຼືອດັ່ງກ່າວນີ້ ໄດ້ສະແດງໃຫ້ເຫັນເຖິງສາຍພົວພັນທີ່ດີ ລະຫວ່າງ ສອງປະເທດ ລາວ ແລະ ອັງກິດ.
ຄືດັ່ງພວກເຮົາຮູ້ນໍາກັນດີແລ້ວວ່າ, ການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ໄດ້ສ້າງຜົນກະທົບອັນໃຫຍ່ຫຼວງຕໍ່ການດໍາລົງຊີວິດ ແລະ ເສດຖະກິດສັງຄົມ. ສະນັ້ນ, ເພື່ອປ້ອງກັນການຕິດເຊື້ອ, ນອກຈາກ ວິທີການປີດເມືອງ, ການຮັກສາໄລຍະຫ່າງ, ໝັ່ນລ້າງມື, ໃສ່ຜ້າອັດປາກ-ດັງ ແລະ ມາດຕະການອື່ນໆ, ວັກແຊັງກໍ່ເປັນສິ່ງຈຳເປັນ ໃນການປ້ອງກັນການຕິດເຊື້ອ ແລະ ເປັນການແກ້ໄຂບັນຫາ
ແບບຍືນຍົງ, ແລະສໍາຄັນຍິ່ງໄປກ່ວານັ້ນ ແມ່ນການເຂົ້າເຖິງວັກແຊັງຢ່າງທົ່ວເຖິງໃນທົ່ວໂລກ. ຖ້າບໍ່ດັ່ງນັ້ນ ການແກ້ໄຂບັນຫາການລະບາດຂອງພະຍາດໂຄວິດ-19 ກໍ່ຈະເປັນບັນຫາທ້າທາຍໃຫ້ແກ່ພວກເຮົາທຸກຄົນ ແລະ ຍາກທີ່ຈະປະສົບຜົນສໍາເລັດ,
ໃນໄລຍະຜ່ານມາ, ໂດຍໄດ້ຮັບການຊ່ວຍເຫຼືອ ໃນດ້ານຕ່າງໆ ຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ, ລວມເຖິງ ປະຊາຊົນ ທຸກຊັ້ນຄົນໄດ້ໃຫ້ການຮ່ວມມືເປັນຢ່າງດີ, ສປປ ລາວ ກໍ່ມີຄວາມສໍາເລັດໃນລະດັບດີສົມຄວນ ໃນການປ້ອງກັນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ຊຶ່ງມາຮອດປັດຈຸບັນ ມີຜູ້ເສຍຊີວິດພຽງ 7 ຄົນ ແລະ ການຕິດເຊື້ອໃນຊຸມຊົນ ກໍ່ນັບມື້ຫຼຸດລົງ,
ຍັງແຕ່ກໍລະນີນຳເຂົ້າ ແມ່ນຍັງສູງຫຼາຍໃນແຕ່ລະວັນ. ອັນນີ້, ໄດ້ສະແດງໃຫ້ເຫັນວ່າຍັງມີຄວາມສ່ຽງສູງ ທີ່ອາດຈະມີການແຜ່ລະບາດໃນຊຸມຊົນຮອບໃໝ່, ສະນັ້ນ, ການມີວັກເເຊັງສັກໃຫ້ປະຊາຊົນ ໃນອັດຕາສ່ວນສູງ ກໍ່ຈະເປັນການຊ່ວຍສ້າງພູມຄຸ້ມກັນແລະ ເຮັດໃຫ້ພວກເຮົາສາມາດກັບມາດໍາລົງຊີວິດ ປົກກະຕິແບບໃໝ່ ໄດ້ໄວຂຶ້ນ, ກໍ່ຄືເພື່ອເຮັດໃຫ້ເສດຖະກິດມີການຂະຫຍາຍຕົວ ແລະ ການໄປມາຫາສູ່ກັນໄດ້ຮັບຄວາມ
ສະດວກສະບາຍຍິ່ງຂຶ້ນ.
ຕໍ່ສະພາບການດັ່ງກ່າວ, ອັງກິດ ກໍ່ເປັນປະເທດໜຶ່ງທີ່ໄດ້ໃຫ້ການສະໜັບສະໜູນວັກແຊັງຕ້ານໂຄວິດ-19 ໃຫ້ແກ່ ປະເທດ ກໍາລັງພັດທະນາ ຮ່ວມກັບຜູ້ສະໜັບສະໜູນອື່ນໆຜ່ານໂຄງການ COVAX ພາຍໃຕ້ການຮ່ວມມືຂອງອົງການກາວີ ແລະອົງການອະນາໄມໂລກ ໂດຍໄດ້ຮັບກາສະໜັບສະໜູນທຶນ ຈາກຫລາຍປະເທດໃນໂລກ, ສະນັ້ນ ຈຶ່ງເປັນໂຄງການທີ່ສໍາຄັນຍິ່ງ ເພື່ອເຮັດໃຫ້ທຸກປະເທດໃນທົ່ວໂລກ ສາມາດເຂົ້າເຖິງວັກແຊັງໄດ້ ໂດຍສະເພາະປະເທດດ້ອຍພັດທະນາ ລວມທັງ ສປປ ລາວ. ຂ້າພະເຈົ້າມີຄວາມໝັ້ນໃຈວ່າ ການໄດ້ຮັບວັກແຊັງ ແອສຕຼາເຊເນກາ ໃນມື້ນີ້ ຍິ່ງຈະເປັນການເລັ່ງລັດການບັນລຸເປົ້າໝາຍການສັກວັກແຊັງ ໃຫ້ໄດ້ຢ່າງນ້ອຍ 50% ຂອງປະຊາຊົນລາວພາຍໃນທ້າຍປີນີ້.
ພວກຂ້າພະເຈົ້າຈະນໍາເອົາວັກແຊັງດັ່ງກ່າວ ໄປໃຊ້ໃຫ້ເກີດປະໂຫຍດສູງສຸດ ໂດຍຈະວາງແຜນ ແລະແຈກຢາຍໃຫ້ເຖິງກຸ່ມເປົ້າໝາຍໃນການຮັບວັກແຊັງຢ່າງທົ່ວເຖິງ ແລະມີປະສິດທິຜົນສູງສຸດ.
ມາຮອດປະຈຸບັນ ສປປ ລາວ ໄດ້ຮັບວັກຊິນ ແລ້ວທັງໝົດ ຈໍານວນ 3.562.620 ໂດສ ຄື: ຈອນສັນແອນຈອນສັນ 1,008,000 ໂດສ, ຊີໂນຟາມ 1.902.000ໂດສ, ແອສຕາເຊເນກາ 547.000ໂດສ, ໄຟເຊີ 100.620ໂດສ, ສະປຸກນິກ 5.000 ໂດສ
ທົ່ວປະເທດມີຜູ້ສັກ ວັກຊິນເຂັມທີ 1ແລ້ວຈໍານວນ 1.190.182ຄົນ ແລະເຂັມທີ2 ຈໍານວນ 997.018 ຄົນ.
ໂດຍ: ເຂີຍຫລ້າ

