ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັກຊີນປ້ອງກັນພະຍາດໂຄວິດ-19 Astra Zeneca/Oxford ຊຸດໃໝ່ ຈໍານວນ 523,200 ໂດສ໌ ໂດຍຜ່ານ ໂຄງການCOVAX Facility, ໄດ້ມາເຖິງສະໜາມສາກົນວັດໄຕ ນະຄອນຫລວງວຽງຈັນ ຕອນບ່າຍວັນທີ 31 ຕຸລາ 2021 ເຊຶ່ງແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), Gavi ຊຶ່ງເປັນພັນທະມິດວັກຊີນ ແລະ ອົງການອະນາໄມໂລກ (WHO), ໂດຍມີອົງການຢູນິເຊັບເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.
ໂດຍມີ ທ່ານບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຜູ້ຕາງໜ້າອົງການອະນາໄມໂລກ , ອົງການຍູນິເຊບ ແລະພາກສ່ວນກ່ຽວຂ້ອງອອກຕ້ອນຮັບທີ່ສະໜາມບິນສາກົນວັດໄຕ.
ການສົ່ງມອບວັກຊີນຄັ້ງນີ້ແມ່ນສ່ວນໜຶ່ງຂອງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງ COVAX Facility ເພື່ອຮັບປະກັນການເຂົ້າເຖິງວັກຊີນປ້ອງກັນພະຍາດໂຄວິດ-19 ຢ່າງເທົ່າທຽມກັນໃນທົ່ວໂລກ