ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 26 ມັງກອນ 2022 ທີ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ໄດ້ມີພິທີມອບ-ຮັບວັກຊີນກັນພະຍາດໂຄວິດ-19 ໄຟເຊີ ຈໍານວນ 1,6 ກວ່າລ້ານໂດສ ໃຫ້ ສປປ ລາວ ໂດຍການຊ່ວຍເຫລືອຂອງລັດຖະບານສະຫະລັດອາເມລິກາ ໂດຍຜ່ານໂຄງການ ເພື່ອການເຂົ້າເຖິງວັກຊີນໂຄວິດ-19 (COVAX Facility) ໃຫ້ກຽດເຂົ້າຮ່ວມ ແລະ ກ່າວຮັບ ຂອງ ທ່ານ ພັນຄຳ ວິພາວັນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ແລະ ກ່າວມອບ ໂດຍ, ທ່ານ ດຣ. ປີເຕີ ເຮມອນ ເອກອັກຄະລັດຖະທູດແຫ່ງສະຫະລັດອາເມິລິກາ ປະຈໍາ ສປປ ລາວ, ລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ພັນຄໍາ ວິພາວັນ ໄດ້ກ່າວວ່າ: ລັດຖະບານແຫ່ງ ສປປ ລາວ ຂໍສະ ແດງຄວາມຂອບໃຈມາຍັງສະຫະລັດອາເມລິກາ ໃນການສະໜັບ ສະໜູນອັນລ້ຳຄ່ານີ້, ການສະໜອງວັກຊີນ ຫລົ່ານີ້ ຈະເປັນການປະກອບສ່ວນອັນສຳຄັນ ເຂົ້າໃນຄວາມພະຍາຍາມຂອງລັດຖະບານລາວ ໃນການບັນ ລຸເປົ້າໝາຍ ການສັກວັກຊິນປ້ອງກັນພະຍາດແຫ່ງຊາດ ຂອງຕົນທີ່ກໍານົດໄວ້. ໂດຍຈະນໍາເອົາວັກຊິນດັ່ງ ກ່າວ, ໄປນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ໂດຍໄດ້ມີການວາງແຜນ ແລະ ດໍາເນີນການແຈກຢາຍ ໃຫ້ເຖິງ ກຸ່ມຄົນເປົ້າໝາຍ ໃນການຮັບວັກຊິນຢ່າງທົ່ວເຖິງ ແນໃສ່ບັນລຸເປົ້າໝາຍໃນການສັກວັກຊິນ ໃຫ້ປະຊາຊົນໃນຂອບເຂດທົ່ວປະເທດ ໃຫ້ໄດ້ 80% ຂອງພົນລະເມືອງລາວ ພາຍໃນ ປີ 2022 ນີ້.
ທ່ານ ດຣ. ປີເຕີ ເອັມ ເຮມອນ ໄດ້ກ່າວວ່າ: ສະຫະລັດອາເມລິກາ ມີຄວາມພູມໃຈທີ່ໄດ້ສະໜັບສະໜູນ ສປປ ລາວ ດ້ວຍວັກຊິນທີ່ສຳຄັນເຫລົ່ານີ້, ຊຶ່ງຈະຊ່ວຍຊີວິດຂອງປະຊາຊົນ ແລະ ມີຜົນກະທົບໃນທາງບວກ ຕໍ່ການເປີດໂຮງຮຽນຄືນໃໝ່ຢ່າງປອດໄພ, ໃນຂະນະທີ່ພວກເຮົາເຮັດວຽກຮ່ວມກັນເພື່ອຢຸດຕິການລະບາດຂອງພະຍາດນີ້ ພວກເຮົາຍັງຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການຫລຸດ ຜ່ອນຜົນກະທົບຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ ແລະ ສັງຄົມໃນວົງກວ້າງຕື່ມອີກ. ສະຫະລັດອາເມຣິກາ ຈະສືບຕໍ່ສະໜັບສະໜູນດ້ານທຸລະກິດ, ລະບົບການສຶກສາ, ການຮັກສາສຸຂະພາບ, ຄົນພິການ, ແລະ ດ້ານລະບຽບກົດໝາຍ ແລະ ທ່ານທູດສະຫະລັດອາເມລິກາ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມພະຍາຍາມຂອງລັດຖະບານ ແຫ່ງ ສປປ ລາວ ໃນການປະຕິບັດສັກວັກຊິນກັນພະຍາດ ແລະ ການປົກປ້ອງປະຊາຊົນລາວ ແລະ ໄດ້ຍົກໃຫ້ເຫັນການເປັນຄູ່ຮ່ວມງານແບບຮອບດ້ານ ລະຫ່ວາງສະຫະລັດອາ ເມລິກາ – ລາວ.
ວັກຊິນໄຟເຊີ Pfizer BioNTech ຈຳນວນດັ່ງກ່າວນີ້, ໄດ້ມາຮອດ ສປປ ລາວ ໃນຕົ້ນເດືອນມັງກອນ 2022, ຊຶ່ງມີການຂົນສົ່ງ 2 ຄັ້ງ ໂດຍຄັ້ງທໍາອິດ ມີ 799.110 ໂດສ ແລະ ຄັ້ງທີສອງແມ່ນມີ 899.730 ໂດສ. ມາຮອດປັດຈຸບັນ, ສະຫະລັດອາເມລິກາ ໄດ້ສະໜອງວັກຊິນກັນພະຍາດໂຄວິດ-19 ໄຟເຊີ ໃຫ້ແກ່ ສປປ ລາວ ຈຳນວນ 2.706.840 ໂດສ ແລ້ວ.
ຂ່າວ: ສົມຫວັງ