ຕອນບ່າຍວັນທີ 15 ມິຖຸນາ 2021 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີມອບ-ຮັບ ວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 500.000 ຫລອດ ແລະ ອຸປະກອນການແພດຈໍານວນໜຶ່ງ ທີ່ລັດຖະບານ ສປ ຈີນ ມອບ ໃຫ້ລັດຖະບານ ສປປ ລາວ ຄັ້ງທີ4 ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ລາວ, ຕາງໜ້າມອບໂດຍ ທ່ານຈ່ຽງຈ້າຍຕຸົ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ກ່າວຮັບໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໂດຍມີພະນັກງານຂັ້ນສູງຂອງສອງຝ່າຍເຂົ້າຮ່ວມ.
ທ່ານຈ່ຽງຈ້າຍຕົ່ງ ກ່າວວ່າ: ສປ ຈີນ ຍິນດີສືບຕໍ່ໃຫ້ການຊວ່ຍເຫຼືອ ສປປ ລາວ ໃນການຕ້ານພະຍາດໂຄວິດ-19 ແລະຍິນດີໃຫ້ການຊ່ວຍເຫຼືອວັກຊີນແກ່ ພັກ-ລັດ ແລະປະຊາຊົນລາວ ອີກ 500.000 ຫຼອດ ເຊິ່ງເປັນການມອບຄັ້ງທີ 4 ລວມມີຈໍານວນວັກຊີນ 1,9 ລ້ານຫຼອດ ແລະມາຮອດປັດຈຸບັນ ກໍເຫັນວ່າມີປະຊາຊົນລາວໄດ້ຮັບການສັກກວມ 10% ຂອງປະຊາກອນແລ້ວ ເຊິ່ງໃນວັກຊີນທີ່ສັກແມ່ນວັກຊີນຂອງຈີນເປັນສ່ວນໃຫຍ່. ສະນັ້ນ, ພວກເຮົາກໍດີໃຈທີ່ໄດ້ປະກອບສ່ວນໃນການຊ່ວຍ ສປປ ລາວ ຕ້ານການລະບາດຂອງພະຍາດໂຄວິດ-19 . ນອກຈາກວັກຊີນປ້ອງກັນໂຄວິດ-19 ແລ້ວ ຜ່ານມາ ສປ ຈີນ ຍັງໄດ້ສະໜອງເຄື່ອງມື ແລະອຸປະກອນປ້ອງກັນໂຄວິດ-19, ພ້ອມກັບສົ່ງຊ່ຽວຊານແພດ ມາຊ່ວຍເຫຼືອລັດຖະບານລາວ ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ແລະຊ່ວຍໃຫ້ສັງຄົມລາວໄດ້ກັບມາດໍາລົງຊີວິດໃນສະພາບປົກກະຕິໂດຍໄວ.
ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍ້ອງຍໍ ແລະ ຕີລາຄາສູງ ຕໍ່ການຊ່ວຍເຫຼືອອັນສະເໝີຕົ້ນ ສະເໝີປາຍ ຈາກລັດຖະບານ ແລະ ປະຊາ ຊົນຈີນຕະຫຼອດໄລຍະຜ່ານມາ, ນັບແຕ່ຕົ້ນເດືອນເມສາ 2021ເປັນຕົ້ນມາ, ຢູ່ ສປປ ລາວ ພະຍາດໂຄວິດ-19 ໄດ້ແຜ່ລະບາດຮອບໃໝ່ ແລະຂະຫຍາຍອອກສູ່ວົງກວ້າງເຊິ່ງມີຄວາມຮ້າຍແຮງຫຼາຍກວ່າເກົ່າ,ແຕ່ດ້ວຍຄວາມເອົາໃຈໃສ່ຂອງລັດຖະ ບານ ສປປ ລາວ ບວກໃສ່ກັບການຊ່ວຍເຫຼືອອັນທັນການຂອງປະເທດເພື່ອນມິດ ໂດຍສະເພາະແມ່ນ ສປ ຈີນ ເຮັດໃຫ້ ສປປ ລາວ ສາມາດຄວບຄຸມການແຜ່ລະບາດຂອງພະຍາດໄດ້ດີ, ອັນໄດ້ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ລາວ ມີທ່າອ່ຽງຄ່ອຍໆຫຼຸດລົງ. ແຕ່ເຖິງຢ່າງໃດກໍຕາມ ສປປ ລາວ ກໍຍັງຕ້ອງໄດ້ເພີ່ມທະວີການເຝົ້າລະວັງ ແລະສຸມທຸກກໍາລັງແຮງເຂົ້າໃສ່ການສະກັດກັ້ນການລະບາດຕໍ່ໄປ, ແຕ່ເນື່ອງຈາກຄວາມພ້ອມໃນການຮັບມືກັບການລະບາດຂອງພະຍາດໂຄວິດ-19 ຍັງມີຄວາມຈໍາກັດ, ເປັນຕົ້ນຄວາມຫຍຸ້ງຍາກໃນການກວດຫາເຊື້ອພະຍາດໂຄວິດ-19 ໃຫ້ທົ່ວເຖິງ; ນໍ້າຢາ ແລະ ອຸປະກອນໃນການພົ່ນສີດຂ້າເຊື້ອບໍ່ພຽງພໍ ແລະຄວາມຕ້ອງການວັກຊີນ ເພື່ອນຳມາສັກໃຫ້ໄດ້ 50% ຂອງຈຳນວນພົນລະເມືອງລາວ ຕາມແຜນການລັດຖະບານ ສປປ ລາວ ວາງອອກນັ້ນ ຍັງເປັນສິ່ງທ້າທາຍຢູ່.
Loading...