ທີມງານຊ່ຽວຊານແພດໝໍຈີນ ຈຳນວນ 6 ທ່ານ ໄດ້ເດີນທາງມາຮອດນະຄອນຫລວງວຽງຈັນ ໃນວັນທີ 7 ກຸມພາ 2022 ໂດຍການຕ້ອນຮັບຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ.
ໂດຍຕອບສະໜອງການເຊື້ອເຊີນຈາກຂອງຝ່າຍລາວ, ລັດຖະບານ ສປ ຈີນ ຈຶ່ງໄດ້ສົ່ງໜ່ວຍງານຊ່ຽວ ຊານແພດໝໍ ຈຳນວນ 6 ທ່ານ ເຂົ້າມາປະຕິບັດວຽກງານ ໃນການແລກປ່ຽນບົດຮຽນທາງດ້ານການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ໂດຍສະເພາະຊ່ວຍຝ່າຍລາວຍົກລະດັບເຕັກນິກທາງດ້ານການກວດພະຍາດໂຄວິດ (PRC) ແລະ ຮັບປະກັນໃຫ້ຖ້ຽວບິນຈາກປະເທດລາວເຂົ້າໄປປະເທດຈີນເປັນປົກກະຕິໄດ້.
Loading...