ບັນດານັກຊ່ຽວຊານກ່າວວ່າ: ຄວາມຕ້ອງ ການຂອງຈີນໃນການເປີດປະເທດສູ່ໂລກພາຍນອກໃນລະດັບສູງ ຈະສ້າງຄວາມໝັ້ນໃຈໃຫ້ນັກລົງທຶນຕ່າງປະເທດນັບມື້ເພີ່ມຂຶ້ນ ແລະ ແບ່ງປັນຜົນປະໂຫຍດໃນສ່ວນທີ່ເຫລືອຂອງໂລກ ເຖີງວ່າມີບາງກະແສການປົກປ້ອງພາຍໃນປະເທດເພີ່ມຂຶ້ນກໍຕາມ.
ໃນໂອກາດກ່າວປາໄສຕໍ່ພິທີເປີດກອງປະ ຊຸມສຸດຍອດຜູ້ນຳກຸ່ມປະເທດບຣິກຄັ້ງທີ 14 (14th BRICS Summit) ທີ່ປະກອບມີ: ເບຼຊິນ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຼິກກາໃຕ້ ຈັດຂຶ້ນຜ່ານລະບົບອອນລາຍເມື່ອບໍ່ດົນມານີ້ ໂດຍແມ່ນຈີນເປັນເຈົ້າພາບ, ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງສປຈີນ ກ່າວວ່າ: ຈະສືບຕໍ່ດໍາເນີນການເປີດກວ້າງມາດຕະຖານທີ່ສູງ ຂຶ້ນ, ພັດທະນາລະບົບໃຫມ່ສໍາລັບເສດ ຖະກິດແບບເປີດກວ້າງທີ່ມີມາດຕະຖານສູງຂຶ້ນ, ສົ່ງເສີມສະພາບແວດລ້ອມທາງດ້ານທຸລະກິດທີ່ອີງໃສ່ຫຼັກການຕະຫຼາດ, ປົກຄອງດ້ວຍກົດຫມາຍ ແລະ ຕາມມາດ ຕະຖານສາກົນ, ພ້ອມນີ້ທ່ານໄດ້ຊຸກຍູ້ໃຫ້ນັກທຸລະກິດເຂົ້າໄປລົງທຶນ ແລະ ພັດທະ ນາຢູ່ ສປ ຈີນ, ເພີ່ມທະວີການຮ່ວມມືດ້ານ ການຄ້າ ແລະ ເສດຖະກິດ, ພ້ອມທັງແບ່ງປັນໂອກາດໃນການພັດທະນາ.
ອີງຕາມບົດຄວາມຈາກ ວາລະສານໜັງສືພິມປະຊາຊົນລາຍວັນຂອງຈີນ ທີ່ພິມເຜີຍແຜ່ໃນວັນພຸດ ວັນທີ 22 ມິຖຸນານີ້ ເຊີ່ງຂຽນໂດຍທ່ານ He Lifengຫົວຫນ້າ ຄະນະກໍາມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນໄດ້ຂຽນວ່າ: ຄວາມຄິດຂອງ ທ່ານ ສີ ຈິ້ນຜິງ ກ່ຽວກັບການສ້າງເສດຖະກິດສັງຄົມນິຍົມທີ່ມີລັກ ສະນະພິເສດຂອງຈີນສໍາລັບຍຸກໃໝ່ ເຮັດໃຫ້ເຫັນໄດ້ຢ່າງຈະແຈ້ງວ່າ:ການຂະຫຍາຍການເປີດກວ້າງຢ່າງຮອບດ້ານ ແມ່ນ “ອາວຸດວິເສດ” ທີ່ສໍາຄັນສໍາລັບການພັດທະນາເສດຖະກິດຂອງຈີນ.ທ່ານ ສີ ຈິ້ນຜິງ ກ່າວວ່າ: “ພວກເຮົາຕ້ອງປະຕິບັດນະໂຍບາຍພື້ນຖານຂອງພາກລັດຢ່າງຫນັກແຫນ້ນໃນການເປີດກວ້າງສູ່ໂລກພາຍນອກ, ສ້າງລະບົບໃຫມ່ເພື່ອໃຫ້ເສດ ຖະກິດເປີດກວ້າງສູ່ລະດັບສູງ, ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງຂອງຂໍ້ລິ ເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ (Belt and Road Initiative)”ແລະຊຸກຍູ້ໃຫ້ເສດຖະກິດມີການຂະຫຍາຍຕົວທີ່ເປີດກວ້າງກວ່າເກົ່າ, ຄວບຄຸມ, ມີຄວາມສົມດຸນ ແລະ ໄດ້ຮັບຜົນປະໂຫຍດຮ່ວມ ກັນ”.
ບັນດານັກຊ່ຽວຊານ ກ່າວຢໍ້າວ່າ: ຄໍາຫມັ້ນສັນຍາທີ່ບໍ່ຫວັ່ນໄຫວໃນການເປີດກວ້າງຂອງຈີນ ແມ່ນໄດ້ຮັບການສະໜັບສະໜູນຈາກຄວາມພະຍາຍາມຂອງປະເທດໃນການຂັບເຄື່ອນການພັດທະນາທີ່ມີຄຸນ ນະພາບສູງ ແລະ ເສີມ ສ້າງຄວາມຫມັ້ນໃຈໃຫ້ແກ່ບັນດານັກລົງທຶນຕ່າງປະເທດໃນປະເທດເສດຖະກິດທີ່ໃຫຍ່ເປັນອັນດັບສອງຂອງໂລກທີ່ມີຄວາມພະຍາຍາມປ້ອງກັນບໍ່ໃຫ້ເສດຖະກິດຊຸດໂຊມລົງ.
ຈີນໄດ້ປະກາດແນວທາງໃນເດືອນເມສາປີນີ້ກ່ຽວກັບການເລັ່ງລັດການສ້າງຕັ້ງຕະຫຼາດແຫ່ງຊາດທີ່ເປັນເອກະພາບ,ມີປະສິດທິຜົນສູງ, ມີກົດລະບຽບ, ຍຸຕິທໍາໃນການແຂ່ງຂັນ ແລະ ເປີດກວ້າງ. ນອກຈາກນີ້ ຍັງໄດ້ເລັ່ງປັບປຸງໃຫມ່ບັນດາບັນຊີລາຍຊື່ອຸດສາຫະກໍາທີ່ຊຸກຍູ້ການລົງທຶນຈາກຕ່າງປະເທດ.
ທ່ານ HuoJianguoຮອງຜູ້ອໍານວຍການສະມາຄົມເພື່ອການສຶກສາອົງການການຄ້າໂລກຂອງຈີນ ກ່າວວ່າ: “ຈີນແມ່ນເຮັດໄດ້ດີຫຼາຍໃນດ້ານຂະຫຍາຍການເຂົ້າເຖິງຕະຫຼາດ, ສິ່ງທີ່ສໍາຄັນກວ່ານີ້ແມ່ນໃນເວລານີ້ ກໍຄື ການສ້າງລະບົບການຄ້າ ທີ່ມີຄວາມໂປ່ງໃສ, ຄາດຄະເນໄດ້ ແລະ ເຮັດໃຫ້ລະບົບການຄ້າທີ່ອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດຈາກການເຂົ້າມາໃນຕະຫລາດຕາມສິດທິທີ່ໄດ້ຮັບ.
ໃນຖານະເປັນຕະຫຼາດຜູ້ບໍລິໂພກໃຫຍ່ເປັນອັນດັບສອງຂອງໂລກ ແລະ ມີນັກຄ້າຂາຍສິນຄ້າໃຫຍ່ທີ່ສຸດ, ຈີນໄດ້ເຊັນສັນຍາຂໍ້ຕົກລົງການຄ້າເສລີ 19 ສະບັບກັບ 26 ປະເທດ ພ້ອມທັງໄດ້ທົດລອງສ້າງຕັ້ງເຂດການຄ້າເສລີ 21 ແຫ່ງ ແລະ ເຂດການຄ້າເສລີຢູ່ທ່າເຮືອໄຫຫລໍາ, ໂດຍມີສິນຄ້າໃນລາຍການລົບຂອງເຂດການຄ້າແຫ່ງຊາດ ແລະ ເຂດການຄ້າເສລີຖືກຫລຸດຂະໜາດລົງເຫລືອພຽງແຕ່ 31 ແລະ 27 ລາຍການ. (ລາຍການລົບຫມາຍເຖິງມາດຕະການບໍລິຫານພິເສດທີ່ຫ້າມການລົງທຶນຈາກຕ່າງປະເທດໃນບາງອຸດສາຫະກໍາຫຼືບາງເຂດ.)
ທາງການຈີນ ຍັງໄດ້ພະຍາຍາມຢ່າງເອົາຈິງເອົາຈັງເພື່ອຫລຸດຜ່ອນພາລະແບກຫາບຂອງວິສາຫະກິດຕ່າງປະເທດ ແລະ ຕອບສະຫນອງຄວາມຮຽກຮ້ອງຕ້ອງ ການຂອງເຂົາເຈົ້າຕໍ່ສະພາບແວດລ້ອມທີລວມເຖິງການປັບປຸງການເຄື່ອນໄຫວດ້ານໂລຈິສຕິກ ແລະ ດ້ານບຸກຄະລາກອນເພື່ອຮັບປະກັນການດໍາເນີນງານຕາມປົກກະຕິ ແລະ ຮັກສາຄວາມຄາດຫວັງຂອງພວກເຂົາໄວ້ໃຫ້ໝັ້ນຄົງ.
ບັນດານັກວິເຄາະກ່າວວ່າ: ທ່ານ ສີ ຈິ້ນຜິງ ໄດ້ກ່າວຢໍ້າໃນຫລາຍໂອກາດເຖິງຄວາມມຸ່ງຫມັ້ນຂອງຈີນຕໍ່ການເປີດກວ້າງລະດັບສູງ ເຊີ່ງຊີ້ໃຫ້ເຫັນວ່າ:ຈີນຈະລົງເລິກການປະຕິຮູບພາຍໃນປະເທດໃຫ້ສອດຄ່ອງກັບມາດຕະຖານສາກົນລະດັບສູງ ແລະ ຍົກລະດັບສະຫນາມແຂ່ງຂັນໃນຂະນະທີ່ມີການເສີມຂະຫຍາຍຂອດບໍລິການຂອງລັດຖະບານສໍາລັບບັນດາອົງກອນການຕະຫຼາດແມ່ນສອດຄ່ອງກັບການຮັບຮູ້ຈຸດຢືນຊີ້ຂາດຂອງການຕະ ຫລາດໃນການແບ່ງປັນຊັບ ພະຍາກອນ. ໃນຂະນະການໃຫ້ລັດຖະບານໄດ້ເຂົ້າມາມີສ່ວນຮ່ວມຫລາຍຂຶ້ນ ແມ່ນຄຸນລັກສະນະສໍາຄັນ ແລະ ຫລັກການພື້ນຖານຂອງຄວາມຄິດສີຈິ້ນຜິງ ກ່ຽວກັບຄວາມຄິດການສ້າງເສດຖະກິດສັງຄົມນິຍົມທີ່ມີລັກສະນະພິເສດຂອງຈີນສໍາລັບຍຸກໃຫມ່.
Source: LIU ZHIHUA and CHENG YU (China Daily) 11:18, June 27, 2022