ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ນາງ ຄໍາພອນ ພິມມະຈັນ ສະມາ ຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ທັງເປັນຮອງປະທານສະພາປະຊາຊົນແຂວງ ໃຫ້ສໍາພາດສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ວ່າ: ໃນໄລຍະຜ່ານມາໄດ້ເຄື່ອນໄຫວວຽກງານ ຈຳນວນໜຶ່ງທີ່ພົ້ນເດັ່ນ ໂດຍສະເພາະ ພາລະບົດບາດດ້ານນິຕິບັນຍັດ, ພາລະບົດບາດດ້ານການຕົກລົງບັນຫາສໍາຄັນຂອງຊາດ ແລະ ດ້ານການຕິດຕາມກວດກາ.
ດ້ານພາລະບົດບາດດ້ານນິຕິບັນຍັດ ໄດ້ເປັນເຈົ້າການທາບທາມ ປະກອບຄໍາຄິດເຫັນໃສ່ບັນດາຮ່າງກົດຫມາຍ ຈໍານວນ 17, ໄດ້ຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງ ຊາດ ຊຸດທີ IX ຈໍານວນ 5 ສະບັບ, ໄດ້ເຂົ້າຮ່ວມຄົ້ນຄວ້າ ປະກອບຄຳຄິດຄຳເຫັນ ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ອີກຈໍານວນ 11 ສະບັບ (ກົດໝາຍສ້າງໃໝ່ 4 ສະບັບ ແລະ ກົດໝາຍສະບັບປັບປຸງ 7 ສະບັບ) ແລະ ຍັງໄດ້ປະກອບຄໍາເຫັນໃສ່ບັນດາຮ່າງນິຕິກໍາໃຕ້ກົດໝາຍ ໂດຍສະເພາະມະຕິຂອງຄະນະປະຈໍາສະພາແຫ່ງຊາດ ຈໍານວນ 4 ສະບັບ.
ນອກຈາກນີ້, ຢູ່ຂັ້ນແຂວງ ຍັງໄດ້ປະກອບຄໍາເຫັນໃສ່ບັນດານິຕິກໍາໃຕ້ກົດໝາຍຂອງແຂວງ ແລະ ຂອງສະພາປະຊາຊົນແຂວງ ເປັນຕົ້ນ ປະກອບຄໍາເຫັນໃສ່ຮ່າງຕົກຂໍ້ລົງຂອງທ່ານເຈົ້າແຂວງ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ແລະ ສັງຄົມສົງເຄາະ (ສະບັບປັບປຸງ), ຮ່າງຂໍ້ຕົກລົງຮ່ວມ ວ່າດ້ວຍການພົວພັນລະຫວ່າງ ສະພາປະຊາຊົນແຂວງ ກັບອົງການປົກຄອງແຂວງ ແລະ ຮ່າງມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງອຸດົມໄຊ ຈໍານວນ 5 ສະບັບ.
ສຳລັບພາລະບົດບາດ ດ້ານການຕົກລົງບັນຫາສໍາຄັນຂອງຊາດ ໄດ້ເປັນເຈົ້າການຄົ້ນຄວ້າ ພິຈາລະນາ ແລະ ຮັບ ຮອງເອົາບັນຫາສໍາຄັນຂອງປະເທດ ໂດຍສະເພາະ ໂຄງປະກອບບຸກຄະລາກອນ ຂອງສະພາແຫ່ງຊາດ ຊຸດທີ IX, ບຸກຄະລາກອນຂອງລັດຖະບານ, ບຸກຄະລາກອນອົງການສານປະຊາຊົນສຸງສຸດ ແລະ ອົງການໄອຍະການປະຊາຊົນສູງ ສຸດ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ, ພິຈາລະນາ ແລະ ຮັບຮອງແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 (2016-2020) ແລະ ການຈັດຕັ້ງແຜນງົບປະມານແຫ່ງລັດ 5 ປີ (2016- 2020), ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ແຜນງົບປະມານແຫ່ງລັດ 5 ປີ (2021-2025) ແລະ ຮັບຮອງເອົາແຜນການເຄື່ອນໄຫວ 5 ປີ ຂອງພາກສ່ວນຕ່າງໆ.
ສ່ວນດ້ານການຕິດຕາມກວດກາ ສະພາປະຊາຊົນແຂວງອຸດົມໄຊ ໄດ້ເປັນເຈົ້າການໃນການຕິດຕາມກວດກາ ການເຄົາລົບລັດຖະທໍາມະນູນ, ກົດໝາຍ, ການຈັດຕັ້ງປະ ຕິບັດ ບັນດາມະຕິກອງປະຊຸມສະພາແຫ່ງຊາດ, ການຈັດ ຕັ້ງປະຕິບັດໜ້າທີ່ຂອງບຸກຄະລາກອນ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ບັນດາໂຄງການລົງທຶນຂອງລັດ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ເປັນຕົ້ນແມ່ນການກໍ່ສ້າງ ແລະ ການຊົດເຊີຍຜົນກະທົບໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຢູ່ບັນດາຈຸດຕ່າງໆຂອງເມືອງ ທີ່ມີການກໍ່ສ້າງ, ການຂຸດຄົ້ນແຮ່ທາດຂອງບໍລິສັດ ເຊັ່ນ: ການຂຸດຄົ້ນຄໍາ ແລະ ການຈັດສັນທີ່ຢູ່ອາໄສໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະ ທົບຈາກໂຄງການຂຸດຄົ້ນຄໍາຂອງບໍລິສັດ ລາວ-ຊິນຫລົງ ບຸກເບີກອຸດສາຫະກໍາບໍ່ແຮ່ ຈໍາກັດ ແລະ ການຕິດຕັ້ງເຄື່ອງເກັບກູ້ ແລະ ຂຸດຄົ້ນແຮ່ຄໍາຕົກຂ້ອນ ຂອງບໍລິສັດ NKB ກໍ່ສ້າງເຄຫາສະຖານ ແລະ ຂົວທາງຈໍາກັດ ຢູ່ເມືອງປາກແບງ, ການປູກກ້ວຍຫອມຂອງນັກລົງທຶນຊາວຈີນ ຢູ່ເມືອງຮຸນ, ການກໍ່ສ້າງຕ້ານເຈື່ອນ ຂອງໂຄງການພັດທະນາແຄມນໍ້າກໍ ເທດສະ ບານເມືອງໄຊ, ຕິດຕາມກວດກາການກໍ່ສ້າງເສັ້ນທາງ ແລະ ການຈັດຕັ້ງປະຕິບັດໜ້າທີ່ ຂອງເຈົ້າໜ້າທີຄ້າຍຂຸມຂັງ-ດັດສ້າງ ຢູ່ໃນຂອບເຂດທົ່ວແຂວງ ໄດ້ທັງໝົດ 15 ຈຸດ. ນອກຈາກນີ້, ສສຊ ປະຈຳເຂດເລືອກຕັ້ງທີ 4 ຍັງສູ້ຊົນຂຽນໂຄງການ ເພື່ອຂໍທຶນສົ່ງເສີ່ມວິຊາການ ແລະ ໄດ້ຮັບການອານຸມັດທຶນໂຄງການດັ່ງກ່າວ ຈາກລັດຖະບານ ເປັນໂຄງການຕິດຕາມກວດກາ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງແຂວງ ໃນປີ 2021 ຢູ່ 7 ເມືອງຂອງແຂວງອຸດົມໄຊ.
ຂ່າວ: ມະນີທອນ