ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເນື່ອງໃນໂອກາດສະເຫຼີມສະຫຼອງປີສາ ມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022 ກໍຄື 2 ວັນປະ ຫວັດສາດ, ວັນເຊັນສົນທິສັນຍາມິດຕະ ພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ- ຫວຽດ ນາມ ຄົບຮອບ 60 ປີ (5/9/ 1962-5 /9/2022), ກົມສິລະປະ-ວັດທະນະທໍາ (ສວທ) ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທຽ່ວ ໄດ້ກະກຽມລາຍການສະແດງເພື່ອຕ້ອນຮັບສອງວັນປະຫວັດສາດ ແລະ ງານສັບປະດາວັດທະນະທໍາລາວ-ຫວຽດນາມ, ຫວຽດນາມ -ລາວ ປີ 2022 ລະຫວ່າງວັນທີ 16 ຫາ 22 ກໍລະກົດ 2022 ທີ່ ສສ ຫວຽດນາມ.
ທ່ານ ນາງ ວັນສີ ສຸກຈະເລີນ ຮອງຫົວໜ້າກົມສິລະປະວັດທະນະທໍາ ກະຊວງ ຖວທ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະ ຊາຊົນ ໃນວັນທີ 15 ກໍລະກົດ ນີ້ວ່າ: ໃນລາຍການສະແດງເພື່ອສະເຫຼີມສະຫຼອງ 2 ວັນປະຫັວດສາດດັ່ງກ່າວ ສໍາລັບເນື້ອໃນຂອງລາຍການສະແດງໂດຍລວມ ແຕ່ລະລາຍການທີ່ໄດ້ກະກຽມສ່ວນຫຼາຍແມ່ນບົດຟ້ອນ, ບົດຮ້ອງ, ບົດຂັບ, ບົດລໍາຕ່າງໆ ເນື້ອໃນແມ່ນພັນລະນາເຖິງຄວາມສາມັກ ຄີມິດຕະພາບຂອງປະຊາຊົນລາວບັນດາເຜົ່າແຕ່ເໜືອເຖິງໃຕ້ ແລະ ການຮ່ວມມືສອງຊາດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ທີ່ມີມູນເຊື້ອມາແຕ່ດົນນານ ເຄີຍຮ່ວມທຸກຮ່ວມສຸກຮ່ວມຂຸມຄອງດຽວກັນມາແຕ່ດຶກດໍາບັນ, ມີຄວາມສາມັກຄີພິເສດ. ໃນການກະກຽມລາຍ ການສະແດງຄັ້ງນີ້, ແມ່ນໄດ້ແບ່ງອອກເປັນສອງຄະນະຄື: ຄະນະທີໜຶ່ງແມ່ນໄດ້ສະແດງຮັບໃຊ້ທີ່ນະຄອນຫຼວງວຽງຈັນ ໃນວັນທີ 17-18 ກໍລະກົດ 2022, ໃນວັນທີ 17 ກໍລະກົດ 2022 ສະແດງທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ໃນວັນທີ 18 ກໍລະກົດ 2022 ທີ່ຫໍປະຊຸມແຫ່ງຊາດ ແລະ ໃນວັນທີ 20 ກໍລະກົດ 2022 ທີ່ໂຮງແຮມເມືອງແທງ ນະຄອນ ຫຼວງວຽງຈັນ, ສໍາລັບລາຍການສະແດງຢູ່ນະຄອນຫຼວງວຽງຈັນທັງໝົດ 10 ລາຍ ການ, ມີນັກສິລະປະ 130 ກວ່າຄົນ ຊຶ່ງລາຍການສະແດງເສບພື້ນເມືອງມີ: ບົດຟ້ອນອວຍພອນ, ຮ້ອງດຽວຍິງ (ເພງລາວ-ເພງຫວຽດນາມ), ດ່ຽວແຄນ (ເພງສຽງແຄນລາວ-ເພງຫວຽດນາມ), ຟ້ອນຈໍາປາເມືອງລາວ, ຮ້ອງດ່ຽວຊາຍ (ເພງລາວ-ເພງຫວຽດນາມ), ຟ້ອນມ່ວນຊື່ນບຸນກິນຈຽງ, ຮ້ອງດ່ຽວຍິງ (ເພງລາວ-ເພງຫວຽດນາມ), ຟ້ອນຊົມຜົນເກັບກ່ຽວ, ຮ້ອງຄູ່ (ເພງລາວ-ເພງຫວຽດນາມ), ຟ້ອນເຊີ້ງສຽງແຄນ ແລະ ໃນວັນທີ 20 ກໍລະ ກົດ 2022 ໄດ້ກະກຽມລາຍການສະແດງ 7 ລາຍການເຂົ້າໃນງານສັບປະດາວັດທະນະທໍາ ລາວ-ຫວຽດນາມ ຊຶ່ງຈະໄດ້ສະແດງທີ່ນະຄອນຫຼວງວຽງຈັນ ປະກອບມີ: ບົດຟ້ອນເຜົ່າລາວຮ່ວມສໍາພັນ; ຮ້ອງດ່ຽວຍິງ ເພງ: ມິດຕະພາບລາວ-ຫວຽດ ນາມ; ຮ້ອງໝູ່ຍິງ; ບົດຟ້ອນ ງາມຜ້າປຽວ; ຮ້ອງດຽວຊາຍ; ຮ້ອງຄູ່ຍິງ-ຊາຍ ແລະ ບົດຟ້ອນປະກອບເພງລໍາວົງສາມັກຄີ.
ສໍາລັບຄະນະທີ 2 ແມ່ນໄດ້ສະແດງຢູ່ ສສ ຫວຽດນາມ ເປັນເວລາ 3 ວັນ ເລີ່ມແຕ່ ວັນທີ 18-20 ກໍລະກົດ 2022 ຊຶ່ງມີຄະ ນະນໍາ ພ້ອມດ້ວຍນັກສະແດງທັງໝົດ 50 ທ່ານ ໃນນັ້ນນັກສະແດງມີ 35 ທ່ານ ຊຶ່ງລາຍການສະແດງປະກອບມີ 12 ລາຍ ການໃຫຍ່ ປະກອບມີ: 1. ຟ້ອນປະສານ ຮ້ອງເຜົ່າລາວ ສາມັກຄີ ບົດ​ຟ້ອນນີ້ສະ​ແດງ​ເຖິງຄວາມສາມັກຄີຮັກແພງປອງ​ດອງ ຂອງປະຊາຊົນລາວບັນດາເຜົ່າທີ່ເປັນຈິດໜຶ່ງໃຈດຽວ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ພ້ອມ​ກັນ​ສ້າງສາພັດທະນາປະເທດຊາດ ອັນແສນຮັກຂອງຕົນ, 2. ຮ້ອງດຽ່ວຍິງ ເພງ: ນົກສັນຕິພາບ ເພງນີ້ພັນລະນາເຖິງ, ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ປະຊາຊົນລາວກໍໄດ້ມີສິດເສລີ ພາບ ໃນການສ້າງສາພັດທະນາປະເທດ ຊາດຢ່າງສະດວກສະບາຍ ປຽບດັ່ງນົກໃນເມື່ອກ່ອນມັນຖືກຂັງໄວ້ຢູ່ໃນກົງບໍ່ໄດ້ຮັບແສງສະຫວ່າງຈາກໂລກພາຍນອກ, ແຕ່ມາເຖິງປັດຈຸບັນນີ້ໄດ້ມີອິດສະຫຼະພາບຢ່າງສົມບູນ ແລະ ໄດ້ບິນເຈີ້ຍເຈີດໄປມາຢ່າງສະຫງ່າຜ່າເຜີຍ ແລະ ເພງ: ຕຽງຮາດເຍືອຍືງປາກບໍ້, 3. ຮ້ອງດ່ຽວຊາຍ ເພງ: ສະຫຼັກຈິດ-ມິດຕະພາບ ບົດເພງ​ນີ້ພັນ​ລະນາ​ເຖິງ ເພື່ອນມິດສະຫາຍທີ່ມີຄວາມຈິງໃຈຕໍ່ກັນ ລະຫວ່າງສອງພັກສອງລັດ ແລະ ປະຊາຊົນລາວ-ຫວຽດ ນາມ ແລະ ເພງ: ຫວຽດນາມເກ່ວເຮືອງໂຕຍ, 4. ຟ້ອນສຽງກະດີ່ງເທິງພູສູງ ບົດຟ້ອນ​ນີ້ສະ​ແດງ​ເຖິງວິຖີຊີວິດຂອງເຜົ່າອີມ້ຽນ ໃນການສະເຫຼີມສະຫຼອງບຸນກິນຈຽງ ຫຼື ເວົ້າເປັນພາສາລາວລຸ່ມແມ່ນການສະເຫຼີມສະຫຼອງບຸນປີໃໝ່ ແລະ ສະເຫຼີມສະຫຼອງຜົນລະປູກໃນແຕ່ລະປີ ໃຫ້ໄດ້ຮັບໜາກຮັບຜົນໃນທຸກໆປີ, 5. ຮ້ອງດ່ຽວຍິງ ເພງ: ເກີຍດານກີຕາ ແລະ ລຳເຕີ້ຍບ້ານນາຜາສຸກ ຊຶ່ງເປັນກອນລຳທີ່ພັນລະນາເຖິງ ວິຖີຊີວິດຂອງຄົນລາວບັນດາເຜົ່າ ທີ່ຕິດພັນກັບທຳມະຊາດ ທຳມາຫາກິນ, ຊ່ວຍ ເຫຼືອເບິ່ງແຍງ ແລະ ຮັກແພງສາມັກຄີ ກິນເຂົ້າຮ່ວມພາ ກິນປາຮ່ວມຕ່ອນ ໃຊ້ຊີວິດຢ່າງມີຄວາມສຸກ ແລະ ພໍພຽງ, 6. ກາຍຍະສິນ ໄດ້ຍິນສຽງແຄນອີ່ນອ້ອຍສາວນ້ອຍລອດທໍ່, 7. ຟ້ອນຜ້າລາຍຄາມ ບົດ​ຟ້ອນນີ້ພັນ​ລະນາ​ເຖິງ ເອກະລັກຂອງເຜົ່າຜູ້ໄທ ເວົ້າເຖິງການດໍາລົງຊີວິດ ຈຶ່ງນໍາເອົາໃບຄາມມາມັກເຮັດເປັນນ້ຳຄາມ ເພື່ອມາຍ້ອມຝ້າຍໃຫ້ເປັນສີຄາມ ແລ້ວເອົາມາຕໍ່າຫູກໃຫ້ເປັນແພສິ້ນ, ແພເສື້ອ ​ແລະ ແພບ່ຽງ ໃນເມື່ອກ່ອນຈົນສືບທອດກັນມາຈົນເຖິງປັດຈຸບັນ, 8. ດ່ຽວແຄນ ເພງ: ລົມພັດໄຜ່ ​ແລະ ​ເພງ​ເຢັນ​ສະບາຍ​ຊາວນາ (ປະກອບ​ຊຸດ​ເຄາະ) ສຽງແຄນ ເປັນມໍລະດົກນາມມະທໍາ ແມ່ນດົນຕີພື້ນເມືອງລາວ ທີ່ມີມາແຕ່ດົນ​ນານ ຢູ່ບ່ອນ​ໃດມີສຽງແຄນຢູ່​ບ່ອນ​ນັ້ນກໍມີຄົນລາວ ກິນເຂົ້າໜຽວຈໍ້າປາແດກ ແຄນສາມາດສ້າງຄວາມບັນເທີງມ່ວນຊື່ນຢູ່ໃນຊຸມຊົນ ແລະ ບຸນປະເພນີຕ່າງໆ ເປັນດົນຕີທີ່ປະກອບໃສ່ສຽງຂັບ-ສຽງລໍາ ຕັ້ງແຕ່ເໜືອຮອດໃຕ້, ສຽງແຄນຍັງປຸກລະດົມໃຫ້ຄົນລາວ ມີຈິດໃຈ​ອ່ອນ​ນ້ອມ​ທ່ອມຕົນ ແລະ ມີຄວາມຮັກໃນຄວາມເປັນລາວ ແລະ ເພງ: ຫວຽດນາມ ໂກກາຍຊໍາເໜືອ, 9. ລໍາສາລະວັນ ກອນມູນເຊື້ອສາມັກຄີ ລາວ-​ຫວຽດນາມ ກອນ​ນີ້ພັນ​ລະນາ​ເຖິງມູນເຊື້ອສາມັກຄີ ແລະ ສາຍສໍາພັນມິດຕະພາບອັນແໜ້ນແຟ້ນ ແຕ່ອະດີດເຖິງປັດຈຸບັນ ແລະ ລໍາເຕີ້ຍສາມັກຄີລາວ-ຫວຽດ, ລໍາເຕີ້ຍສາມັກຄີລາວ- ຫວຽດ: ກອນ​ນີ້ເປັນກອນລໍາທີ່ພັນລະນາເຖິງ ການເຊື່ອມສອງຊາດສອງພາສາເຂົ້າຫາກັນ ສາມາດເຮັດໃຫ້ກອນລໍາເພີ່ມທະວີຄວາມສາມັກຄີອ້າຍນ້ອງ ມີຄວາມແໜ້ນແຟ້ນຮັກແພງປອງດອງ ດັ່ງແມ່ນ້ຳຂອງຫົງ​ຮາ ທີ່ບໍ່ມີວັນເຫືອດແຫ້ງ, 10. ຟ້ອນບຸນຫົດນໍ້າ ບົດຟ້ອນ​ນີ້ສະ​ແດງ​ເຖິງ ບຸນປະຈໍາປີຂອງປະຊາຊົນລາວບັນດາເຜົ່າແຕ່ເໜືອຮອດໃຕ້, 11. ຮ້ອງຄູ່ຍິງ-ຊາຍ ເພງ: ຫວຽດນາມ ຕີ່ງກາເຕີຍບາກ ແລະ ເພງ: ລໍາວົງສາມັກຄີ (ຟ້ອນປະກອບ) ບົດເພງ​ນີ້ພັນ​ລະນາ​ເຖິງ ຄວາມສາມັກຄີ ດ້ານສິລະປະວັດທະນະທໍາອັນດີງາມ ເພື່ອສ້າງຮ້ອຍຍິ້ມ ແລະ ຄວາມເບີກບານມ່ວນຊື່ນ ດ້ວຍໄມຕີຈິດມິດຕະພາບແບບພິເສດ ລະຫ່ວາງ ສອງຊາດລາວ- ຫວຽດ ນາມ ໃຫ້​ແໜ້ນ​ແຟ້ນ ​ແລະ ຍືນ​ຍົງ​ຕະ ຫຼອດ​ໄປ, 12. ຟ້ອນມິດຕະພາບລາວ- ຫວຽດນາມ ບົດຟ້ອນນີ້ພັນ​ລະນາ​ເຖິງຄວາມສາມັກຄີ ທີ່ມີມາແຕ່ດົນນານ ລະຫ່ວາງ ສອງຊາດລາວ-ຫວຽດນາມ ໄດ້ຮ່ວມທຸກຮ່ວມສຸກ ໄດ້ຊ່ວຍເຫຼືອເບິ່ງແຍງຊຶ່ງກັນ ແລະ ກັນ ຕະຫຼອດມາ ພ້ອມ​ກັນຈັບ​ມື​ກ້າວ​ເດີນ​ໄປ ໃຕ້​ຮົ່ມທຸງ​ໄຊອັນ​ສະຫງ່າ​ງາມ​ຂອງ​ສອງ​ຊາດ​ ລາວ-​ຫວຽດນາມ, ຫວຽດນາມ-ລາວ.
ຂຽນບົດ: ຍຸພິນທອງ