ຈໍາປາສັກເປັນດິນແດນທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ແລະສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງດ້ານປະຫວັດສາດ, ທໍາມະຊາດ ແລະວັດທະນະທໍາຫລາຍແຫ່ງ ເປັນຕົ້ນຜາສາດຫີນວັດພູ, ມະຫານະທີສີພັນດອນ, ພູສ່າເຫລົ້າ, ນໍ້າຕົກຜາສ້ວມ, ຕາດເຍືອງ, ຕາດຟານ, ດອນເດດ, ດອນຄອນ, ສວນກາເຟປາກຊ່ອງ ແລະແຫ່ງອື່ນໆ
ສວນກາເຟ ແມ່ນເອກະລັກສະເພາະຂອງຊາວເມືອງປາກຊ່ອງຍ້ອນຕິດພັນກັບການດໍາລົງຊີວິດຂອງປະຊາຊົນເຜົ່າຕ່າງໆ ຫາກທ່ານເດີນທາງໄປເມືອງປາກຊ່ອງ ຢ່າລືມໄປທ່ຽວສວນກາເຟປາກຊ່ອງໄຮແລນ ເຊິ່ງແມ່ນສະຖານທ່ີທ່ອງທ່ຽວຈຸດຊົມວິວ ແລະດື່ມກາເຟສົດ ກັບບັນຍາກາດຊຸ່ມເຢັນຕະຫຼອດປີ.
ທ່ານ ນາງແສງຈັນ ແຫວນວົງສົດ ຜູ້ອໍານວຍການບໍລິສັດປາກຊ່ອງໄຮແລນໃຫສໍາພາດວ່າ: ສວນກາເຟປາກຊ່ອງໄຮແລນ ແມ່ນການລົງທຶນຂອງນັກລົງທຶນຕ່າງປະເທດ100%, ເລີ່ມດໍາເນີນກິດຈະການມາແຕ່ປີ 2001 ມີເນື້ອທີ່ທັງໝົດ 3,100 ກວ່າເຮັກຕາ, ທໍາອິດໄດ້ສຸມໃສ່ການລ້ຽງສັດ ແລະປູກພືດກະສິກໍາ ແຕ່ໃນປັດຈຸໄດ້ຫັນມາປູກກາເຟ, ປີ 2013 ບໍລິສັດໄດ້ປະສົບບັນຫາສະພາບແວດລ້ອມທີ່ຮ້າຍແຮງ ຄືເກີດໝອກເກືອ ຫລືໝອກເຄັມ ໄດ້ສ້າງຜົນເສຍຫາຍໃຫ້ແກ່ການຜະລິດ ຕົ້ນກາເຟທີ່ປູກແລ້ວຈໍານວນຫລວງຫລາຍໄດ້ຮັບຜົນເສຍຫາຍ ປະຈຸບັນສາມາດຟື້ນຄືນໄດ້ພຽງ 750 ເຮັກຕາ, ຜົນຜະລິດປີຜ່ານມາ ໄດ້ທັງໝົດ ກາເຟແດງໄດ້ 1,500 – 3,000 ໂຕນ, ໃນນັ້ນ ສົ່ງອອກຕ່າງປະເທດປະມານ 90%. ຕົ້ນຕໍແມ່ນສົ່ງໄປປະເທດໄທ, ອີກ10% ແມ່ນໃຫ້ບໍລິການແກ່ນັກທ່ອງທ່ຽວທີ່ເຂົ້າໄປທ່ຽວຊົມ ແລະຊີມກາເຟສົດ.
ທ່ານ ນາງແສງຈັນ ແຫວນວົງສົດ ໃຫ້ຮູ້ອີກວ່າ: ປະຈຸບັນພື້ນທີ່ສວນກາເຟສ່ວນໜຶ່ງໄດ້ຫັນໄປປູກຕົ້ນສົນ ,ຕົ້ນໂກໂກ້ ແລະພືດເສດຖະກິດອື່ນໆ ເພື່ອພັດທະນາໃຫ້ເປັນສະຖານທີ່ທ່ອງທ່ຽວແບບນິເວດ. ເຊິ່ງນັກທ່ອງທ່ຽວນອກຈາກໄດ້ຊີມລົດຊາດກາເຟປາກຊ່ອງແລ້ວ ຍັງໄດ້ທ່ຽວຊົມວິວ ທໍາມະຊາດທີ່ສວຍງາມ ໃນບັນຍາກາດຊຸ່ມເຢັນ ໃນອຸນຫະພູມປະມານ 25ອົງສາເຊ, ສວນກາເຟປາກຊ່ອງໄຮແລນ ໄດ້ເນັ້ນໃສ່ການສ້າງວຽກເຮັດງານທໍາໃຫ້ປະຊາຊົນໃນທ້ອງຖິ່ນໃຫ້ເຂົ້າມາມິສ່ວນຮ່ວມ ເຊິ່ງກວມເຖິງ 95%, ນອກນັ້ນ, ບໍລິສັດຍັງໄດ້ສົ່ງເສີມປະຊາຊົນປູກກາເຟ ແລະຮັບຊື້ຜົນຜະລິດທັງໝົດນໍາອີກ.


