ປັກກິ່ງ ແມ່ນນະຄອນຫລວງ ແຫ່ງ ສປ ຈີນ ທີ່ມີສະຖານ ທີ່ທ່ອງທ່ຽວທັງທາງດ້ານປະຫວັດສາດ, ທໍາມະຊາດ, ວັດທະນະທໍາ ແລະ ສະຖານທີ່ທ່ອງທ່ຽວອື່ນໆ ຢ່າງຫລາກຫລາຍ ເຊີ່ງສາມາດດຶງດູດໃຈນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຕ້ອງໄດ້ໄປສໍາຜັດ ຫລື ທ່ຽວຊົມເມື່ອໄດ້ເດີນທາງມາເຖີງສະຖານທີ່ແຫ່ງນີ້ ໂດຍສະເພາະແມ່ນສວນສາທາລະນະ ຖືເປັນອີກສະຖານທີ່ພັກຜ່ອນໜຶ່ງທີ່ໃຫ້ນັກທ່ອງທ່ຽວໄປພັກຜ່ອນເພື່ອສໍາຜັດກັບທີວທັດທໍາມະຊາດ ແລະ ອາກາດທີ່ສົດຊື່ນ.
ສວນສາທາລະນະປ່າຮ່ອງຫລວງ (The Grand Canal Forest Park) ແມ່ນສະຖານທີ່ແຫ່ງໜຶ່ງທີ່ຕັ້ງຢູ່ເມືອງ Tongzhou ໃນນະຄອນຫລວງປັກກິ່ງ ທີ່ໄດ້ຮັບຄວາມສົນໃນຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເປັນຢ່າງດີ.
ເມື່ອບໍ່ດົນມານີ້, ສື່ມວນຊົນຫລາຍກວ່າ 40 ຄົນ ຈາກປະ ເທດໃນອາຊີປາຊີຟຼິກ ແລະ ອາຟຼິກກາ ໄດ້ເດີນທາງໄປຢ້ຽມຊົມສະຖານທີ່ດັ່ງກ່າວ, ພ້ອມທັງຂີ່ລົດຖີບທ່ຽວຊົມ ເພື່ອສໍາຜັດກັບກັບທໍາມະຊາດທີ່ສວຍງາມ, ລວມເຖີງຮຽນຮູ້ກ່ຽວ ກັບຄວາມເປັນມາ ແລະ ການພັດທະນາລະບົບນິເວດຂອງສວນສາທາລະນະແຫ່ງນີ້ທີ່ຂຽວງາມໄປດ້ວຍປ່າໄມ້, ມີຮ່ອງຫລວງໄຫລຜ່ານ. ຕະຫລອດໄລຍະທາງເກືອບ 3 ກິ ໂລແມັດທີ່ຜູ້ສື່ຂ່າວທັງຫມົດຂີ່ລົດຖີບທ່ຽວຊົມສວນແຫ່ງນີ້ ນອກຈາກໄດ້ຊົມທີວທັດທາງທໍາມະຊາດ ທີ່ດ້ານໜຶ່ງແມ່ນຮ່ອງຫລວງໄຫຼຜ່ານ, ແສງແດດໄດ້ສ່ອງໃສ່ສາຍນໍ້າເປັນປະ ກາຍທີ່ສວຍງາມຕາ, ສ່ວນອີກດ້ານໜຶ່ງແມ່ນປ່າໄມ້ທີ່ຂຽວງາມ, ບວກກັບມີສາຍລົມພັດຜ່ານຕະຫລອດເວລາເຮັດໃຫ້ມີຄວາມຊົດຊື່ນໃຈດີ. ທຸກຄົນລ້ວນແຕ່ມີຄວາມເບິກບານມ່ວນຊື່ນ ແລະ ໄດ້ພາກັນຖ່າຍຮູບເກັບໄວ້ເປັນທີ່ລະນຶກວ່າຄັ້ງໜຶ່ງເຄີຍໄປສໍາຜັດກັບສະຖານທີ່ສວຍງາມແຫ່ງນີ້.
ສວນສາທາລະນະປ່າຮ່ອງຫລວງ ແມ່ນໜຶ່ງໃນຫລາຍຈຸດຊົມວີວທີ່ສໍາຄັນຂອງເມືອງ Tongzhou ທີ່ປະກອບມີ: ໜຶ່ງແມ່ນໍ້າ, ສອງຝັ່ງ ແລະ ຫລາຍກວ່າ 10 ຈຸດຊົມວີວ, ຖືເປັນເຂດອາກາດທີ່ບໍ່ຄືເຂດອື່ນພາຍໃນເມືອງ ແລະ ສະຖານທີ່ແບບນີ້ມີທີ່ນີ້ພຽງແຫ່ງດຽວໃນນະຄອນຫລວງປັກກິ່ງ.
ເນື່ອງຈາກສວນສາທາລະນະດັ່ງກ່າວ ມີຮ່ອງຫລວງທີ່ມີຄວາມຍາວຫລາຍກວ່າ 8,6 ກິໂລແມັດໄຫລຜ່ານ ເຮັດໃຫ້ນັກທ່ອງທ່ຽວ ນອກຈາກໃຊ້ການຍ່າງ, ຂີ່ລົດຖີບ ແລະ ຂີ່ລົດໄຟຟ້າ ຍັງສາມາດຂີ່ເຮືອລ່ອງເພື່ອຊົມທໍາມະຊາດທີ່ສວຍງາມຂອງສວນສາທາລະນະແຫ່ງນີ້ໄດ້ຢ່າງມີຄວາມສຸກ ແລະ ເບີກບານໃຈ.
ຢ່າງໃດກໍຕາມ ສວນສາທາລະນະດັ່ງກ່າວ ມີເນື້ອທີ່ກວ້າງຂວາງ, ມີຄວາມສະຫງົບປອດໄພ ແລະ ມີທີວທັດທໍາມະຊາດທີ່ສວຍງາມ, ຖ້ານັກທ່ອງທ່ຽວຕ້ອງການໄປພັກຜ່ອນ ແລະ ມີຄວາມສຸກຢູ່ສະຖານທີ່ແຫ່ງນີ້ ຕ້ອງໄດ້ສະຫລະເວລາຢ່າງໜ້ອຍເຄີ່ງມື້ເຖີງຈະໄດ້ມີຄວາມສຸກກັບທໍາມະຊາດຢູ່ສະຖານທີ່ດັ່ງກ່າວໄດ້ຢ່າງເຕັມທີ່.
May be an image of grass
Loading...