ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 9 ໃນຕອນບ່າຍວັນທີ 10 ພະຈິກ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ສະມາຊິກສະພາແຫ່ງຊາດ ໄດ້ພ້ອມ ກັນຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍໂທລະຄົມມະນາຄົມ ສະບັບປັບປຸງ ທີ່ສະເໜີໂດຍ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ.

ທ່ານ ບໍ່ວຽງຄໍາ ວົງດາລາ ຍົກໃຫ້ເຫັນວ່າ: ກົດຫມາຍວ່າດ້ວຍການໂທລະຄົມມະ ນາຄົມ ສະບັບ ເລກທີ 09/ສພຊ, ລົງວັນທີ 21 ທັນວາ 2011 ໄດ້ ຖືກຮັບຮອງ ແລະ ປະກາດໃຊ້ ມາໄດ້ 10 ປີ ແລ້ວ, ປະຈຸບັນນີ້, ໂລກໄດ້ເລີ່ມເຂົ້າສູ່ຍຸກ ເສດຖະກິດ ແລະ ສັງຄົມ ດິຈິຕອນ, ສະພາບການພັດທະ ນາເຕັກໂນໂລຊີໃຫມ່ຂອງໂລກ ມີການຂະຫຍາຍຕົວຢ່າງວ່ອງໄວ ໄດ້ເກີດມີເຕັກໂນໂລຊີ ການສື່ສານທີ່ທັນສະໄຫມ ເຊັ່ນ: ລະບົບສື່ສານ 4ຈີ, 5ຈີ (5G), ການໃຫ້ບໍລິການເສີມ(Over The Top), ລະບົບ ປັນຍາປະດິດ(Artificial Inteligence and Data Analysis ), ອິນເຕີເນັດຂອງສັບພະສິ່ງ ( Internet of thing), ສູນຂໍ້ມູນ (Cloud Computing), ຂໍ້ມູນຂະຫນາດໃຫຍ່(Big Data), ລະບົບອັຕຕະໂນມັດ ແລະ ຫຸ່ນຍົນ (Automation and Robotics), ເຕັກໂນໂລຊີບ່ອກເຊັ່ນ (Blockchain), ການພິມສາມມິຕິ(Three dimensional printing), ການພັດທະນາອຸປະກອນດ້ານໂທລະຄົມ ກໍ່ມີການປັບປຸງປ່ຽນ ແປງຫຼາຍອັນ.
ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໃຫ້ຮູ້ກ່ຽວກັບເປົ້າຫມາຍ, ເຫດຜົນ ແລະ ຄວາມຈໍາເປັນ ຕ້ອງໄດ້ມີການປັບປຸງກົດໝາຍດັ່ງກ່າວວ່າ: 1). ເປົ້າຫມາຍ: ເພື່ອໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດ, ແຜນພັດທະນາເສດຖະກິດສັງຄົມຂອງປະເທດເຮົາໃນໄລຍະໃຫມ່, ສອດຄ່ອງກັບລະບຽບການຂອງສາກົນ, ສົນທິສັນຍາ ແລະ ສັນຍາ ສາກົນ ທີ່ ສປປ ລາວ ເປັນພາຄີ, ໃຫ້ສາມາດຄຸ້ມຄອງ ເຕັກໂນໂລຊີ ແລະ ຮູບແບບການດໍາເນີນທຸລະກິດ, ສົ່ງເສີມ ແລະ ດຶງດູດການລົງທືນ ເພື່ອຂະຫຍາຍຕາຫນ່າງການບໍລິການໂທລະຄົມມະນາຄົມໃຫ້ທົ່ວເຖີງ. 2). ເຫດຜົນ: ຕົ້ນຕໍແມ່ນເຕັກໂນໂລຊີທາງດ້ານໂທລະຄົມມະນາຄົມ ມີການປ່ຽນແປງຢ່າງໄວວາ ເຮັດໃຫ້ເກີດມີຫຼາຍຮູບບແບບການດໍາເນີນທຸລະກິດ ແລະ ລະບຽບການຂອງສາກົນ, ສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ ກໍ່ມີການປັບປຸງປ່ຽນແປງໃຫ້ເຂົ້າກັບສະພາບການແປງປ່ຽນເຊັ່ນກັນ. 3). ຄວາມຈໍາເປັນ: ເພື່ອເຮັດໃຫ້ເຄື່ອງມືໃນການຄຸ້ມຄອງວຽກງານໂທລະຄົມມະນາຄົມ ຢູ່ພາຍໃນ ສປປ ລາວຂອງພວກເຮົາ ໃຫ້ສາມາດຄຸ້ມຄອງການດໍາເນີນທຸລະກິດ ໂທລະຄົມມະນາຄົມ, ການຈັດສັນຊັບພະຍາກອນໂທລະຄົມ, ການແຂ່ງຂັນດ້ານໂທລະຄົມ, ການປົກປ້ອງຜູ້ໃຫ້ ແລະ ຜູ້ໃຊ້ ບໍລິການ, ການກໍານົດມາດຕະຖານເຕັກນິກ, ການກວດກາຄຸນນະພາບຂອງການບໍລິການ, ການຕິດຕັ້ງ ແລະ ນໍາໃຊ້ ພື້ນຖານໂຄງລ່າງ ໃຫ້ມີປະສິດທິພາບ, ປະສິດທິຜົນ ຫຼາຍຂື້ນ ແລະ ທຽບເທົ່າກັບສາກົນໄດ້.
ສະຫຼຸບລວມແລ້ວ ການປັບປຸງກົດຫມາຍຄັ້ງນີ້ ແມ່ນມີຄວາມຈໍາເປັນຢ່າງຍິ່ງ ເພື່ອເປັນເຄື່ອງມືທີ່ສໍາຄັນໃນ ການຄຸ້ມຄອງວຽກງານໂທລະຄົມມະນາຄົມ ຢູ່ພາຍໃນ ສປປລາວ ແລະ ໃຫ້ສາມາດເຊື່ອມໂຍ່ງກັບສາກົນ ໃນການ ຫັນເປັນດີຈີຕອນ ຂອງຍຸກອຸດສະຫະກໍາ 4.0 ທີ່ເປັນທ່າອ່ຽງລວມຂອງໂລກປະຈຸບັນ ແລະ ອານາຄົດ.
ສໍາລັບຮ່າງກົດໝາຍວ່າດ້ວຍໂທລະຄົມມະນາຄົມ ສະບັບປັບປຸງ ປະກອບມີທັງໝົດ XII ພາກ, 5 ໝວດ, 59 ມາດຕາ ເຊີ່ງໃນນັ້ນ ໄດ້ປັບປຸງເນື້ອໃນ 46 ມາດຕາ, ເພີ່ມໃໝ່ 12 ມາດຕາ ຄື: ມາດຕາ 9,10,20,21, 26.27,29,30, 31,32,33,34 ແລະ ຮັກສາເນື້ອໃນໄວ້ 4 ມາດຕາ.
ຂ່າວ: ມົດແດງນ້ອຍ
ພາບ: ຂປລ