ຕອນບ່າຍວັນທີ 15 ພະຈິກ 2021, ໃນວາລະການດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະເໜີຮ່າງກົດໝາຍສ້າງໃໝ່ ວ່າດ້ວຍຊາຍແດນແຫ່ງຊາດ ເພື່ອໃຫ້ສະພາແຫ່ງຊາດ ໄດ້ຄົ້ນຄວ້າ, ຈາລະນາ ແລະ ຮັບຮອງ ເພື່ອນຳໃຊ້ໃຫ້ມີຜົນສຳເລັດໃນຕໍ່ໜ້າໄດ້. ຮ່າງກົດໝາຍສະບັບນີ້ ປະກອບມີ 9 ພາກ, 2 ໝວດ ແລະ 61 ມາດຕາ. ການສ້າງກົດໝາຍສະບັບນີ້ ເພື່ອຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນແຫ່ງຊາດ ແລະ ບໍລິເວນຊາຍແດນ ໃຫ້ມີຄວາມສະຫງົບຮຽບຮ້ອຍ ໂດຍກຳນົດພັນທະ-ໜ້າທີ່ຂອງທຸກພາກສ່ວນ ລວມທັງພັນທະ-ໜ້າທີ່ ຂອງພົນລະ ເມືອງລາວທຸກຄົນ ໃນການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນແຫ່ງຊາດ ແລະ ຫລັກໝາຍຊາຍແດນ ໃຫ້ມີຄວາມຍືນຍົງ ແລະ ຮັບປະກັນສະຖຽນລະພາບ, ອະທິປະໄຕແຫ່ງຶຊາດ ແລະ ການສ້າງຊາຍແດນກັບປະເທດໃກ້ຄຽງ ໃຫ້ເປັນຊາຍແດນແຫ່ງສັນຕິ ພາບ ແລະ ການຮ່ວມມືເພື່ອການພັດທະນາ.

ລັດຖະມົນຕີ ກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ຕະຫລອດໄລຍະຜ່ານມາ, ການຄຸ້ມຄອງເສັ້ນຊາຍແດນ ແລະ ປົກປັກຮັກສາຫລັກໝາຍຊາຍແດນ ຂອງລາວ ແມ່ນອີງໃສ່ກົດ ໝາຍສາກົນ ກໍຄື ສົນທິສັນຍາ ແລະ ອະນຸສັນຍາ ກ່ຽວກັບຊາຍແດນ ທີ່ ສປປ ລາວ ແລະ ບັນດາປະເທດໃກ້ຄຽງເປັນພາຄີ ຖືວ່າໄດ້ຮັບໝາກຜົນເປັນຢ່າງດີ ໂດຍສາມາດຄຸ້ມ ຄອງ, ປ້ອງກັນຊາຍແດນແຫ່ງຊາດ ກໍຄືປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ໄດ້ຢ່າງໝັ້ນຄົງ, ສາມາດຮັກສາສັນຕິພາບ ແລະ ສະຖຽນລະພາບ ຢູ່ບໍລິເວນຊາຍແດນ ລະຫວ່າງ ສປປ ລາວ ກັບປະເທດໃກ້ຄຽງ ໄດ້ໂດຍພື້ນຖານ. ແຕ່ເຖິງຢ່າງໃດກໍຕາມ, ຍັງມີປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຕາມເສັ້ນຊາຍ ແດນ ແລະ ບໍລິເວນຊາຍແດນ ເປັນຕົ້ນການຄ້າຂາຍເຖື່ອນ, ການຄ້າຢາເສບຕິດ, ການຄ້າມະນຸດ, ການເຂົ້າ-ອອກເມືອງ ຜິດກົດໝາຍ, ການລະເມີດລະບຽບການຊາຍແດນ ແລະ ບໍລິເວນຊາຍແດນ ດ້ວຍການເຂົ້າໄປທຳມາຫາກິນ, ລັກລອບຕັດໄມ້ ຫລື ຫາເຄື່ອງປ່າຂອງດົງ ລວມທັງປະກົດ ການທຳລາຍຫລັກໝາຍຊາຍແດນບາງຄັ້ງຄາວ. ບັນຫາດັ່ງກ່າວນີ້ ເກີດຂຶ້ນກໍ່ຍ້ອນຄວາມບໍ່ເຂົ້າໃຈ ຫລື ມີເຈດຕະນາຂອງກຸ່ມຄົນທີ່ບໍ່ຫວັງດີ ຫລື ຄວາມບໍ່ເຂົ້າໃຈຂອງປະຊາຊົນຈໍານວນໜຶ່ງ ຕໍ່ກັບບັນຫາຊາຍແດນ ກໍຄືພັນທະຂອງຕົນ ໃນການປົກປັກຮັກສາຫລັກໝາຍຊາຍແດນ. ນອກຈາກນີ້ ຜ່ານ ສປປ ລາວ ຍັງບໍ່ທັນມີນິຕິກໍາສະເພາະ ທີ່ຄຸ້ມຄອງຊາຍແດນແຫ່ງຊາດ ແລະ ຫລັກໝາຍຊາຍແດນ ເພື່ອເປັນບ່ອນອີງທີ່ຊັດເຈນ ໃຫ້ແກ່ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ແລະ ປະຕິບັດ. ພ້ອມນີ້, ພົນລະເມືອງລາວສ່ວນຫລາຍ ຍັງເຂົ້າໃຈວ່າ ວຽກງານຊາຍແດນແຫ່ງ ຊາດແມ່ນໜ້າທີ່ ແລະ ພັນທະຂອງທະຫານຊາຍແດນ ແລະ ຄະນະກຳມາທິການຊາຍແດນແຫ່ງຊາດເທົ່ານັ້ນ.
ທ່ານກ່າວຕື່ມວ່າ: ການແບ່ງປັນຄວາມຮັບຜິດຊອບ ຂອງຂະແໜງການຕ່າງໆ ລະຫວ່າງສູນກາງ ເເລະ ທ້ອງຖິ່ນ ໃນວຽກງານຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນແຫ່ງຊາດ ຍັງບໍ່ທັນມີບ່ອນອີງຢ່າງຈະແຈ້ງ, ມີການເອື່ອຍອີງ ແລະ ຖີ້ມຄວາມຮັບຜິດຊອບໃຫ້ກັນບາງຄັ້ງຄາວ. ສ່ວນງົບປະມານທີ່ຈະນຳໃຊ້ເຂົ້າໃນການເຄື່ອນໄຫວປະຕິບັດວຽກງານຊາຍແດນແຫ່ງຊາດ ກໍຍັງເອື່ອຍອີງໃສ່ແຕ່ການຂຶ້ນງົບປະມານຂອງສູນກາງ. ນອກຈາກນັ້ນ, ການພັດທະນາເສດຖະກິດ-ສັງ ຄົມ ຢູ່ບໍລິເວນຊາຍແດນໃນໄລຍະຜ່ານມາ, ບາງຄັ້ງຄາວ ຍັງບໍ່ໄດ້ຄຳນຶງເຖິງບໍລິເວນຊາຍແດນ ທີ່ເປັນເຂດຍຸດທະສາດ ເຊິ່ງຈໍາເປັນສຳລັບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ຕ້ອງສະຫງວນໄວ້ ແລະ ຍັງບໍ່ທັນມີບ່ອນອີງທີ່ເປັນເອກະພາບກັນ ໃນການອະນຸມັດບາງໂຄງການ ຢູ່ບໍລິເວນດັ່ງກ່າວ.
ພາບ: ຂປລ