ວັນທີ 22 ກັນຍາ 2021 ຢູ່ທີ່ສາລາວັດບ້ານດົງຂ່າ ຂຶ້ນກັບກຸ່ມບ້ານໂນນສະຫວັນ ເມືອງຊະນະຄາມ ແຂວງວຽງຈັນ ທ່ານ ພັທ ບຸນນຳ ຈັນທອງສີ ສະມາຊິກສະພາແຫ່ງຊາດຊຸດທີ IX ຄະນະປະຈຳສະພາ ແຂວງວຽງຈັນ ປະທານຄະນະກຳມາທິການຍຸຕິທຳປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີທ່ານ ດອນ ລາດຊະວົງ ຮອງເລຂາພັກເມືອງ ສະມາຊິກສະພາປະຊາຊົນ ແຂວງວຽງຈັນ,ໄດ້ລົງພົບປະໂອ້ລົມປະຊາຊົນກຸ່ມບ້ານ ໂນນສະຫວັນເມືອງຊະນະຄາມ ໂດຍມີບັນດາເລຂາພັກບ້ານ, ນາຍບ້ານພາຍໃນກຸ່ມບ້ານ ແລະ ປະຊາຊົນເຂົ້າຮ່ວມ237ຄົນ, ຍິງ 146 ຄົນ.
ໃນໂອກາດດັ່ງກ່າວ ທ່ານເລຂາພັກບ້ານ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ການຈັດຕັ້ງປະຕິບັດວຽກງານຢູ່ພາຍໃນບ້ານ,ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ ແລະ ດ້ານຄົງຄ້າງ, ພ້ອມທັງໄດ້ຊີ້ແຈງບັນດາຂ້ອງໃຈຂອງປະຊາຊົນໃນການຈັດຕັ້ງເຄື່ອນໄຫວວຽກງານໄລຍະຜ່ານມາ, ເຊິ່ງຕະຫຼອດໄລຍະຜ່ານມາປະຊາຊົນໄດ້ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະປະຕິບັດຕາມຄຳສັ່ງ, ແຈ້ງການ, ລະບຽບກົດໝາຍຂອງລັດ ທີ່ພົວພັນເຖິງການດຳລົງຊີວິດ ຂອງປະຊາຊົນ, ສັງຄົມມີຄວາມສະຫງົບ ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະກັນ, ປະຊາຊົນມີຄວາມດຸໝັ່ນໃນການຜະລິດເປັນສິນຄ້າ, ພ້ອມກັນສ້າງເສດຖະກິດຄອບຄົວໃຫ້ຮັ່ງມີເຂັ້ມແຂງ. ໃນໂອກາດດັ່ງກ່າວ ຍັງໄດ້ຮັບຟັງການນໍາສະເໜີ ແລະ ການປະກອບແນວຄວາມຄິດ-ຄຳເຫັນຂອງປະຊາຊົນພາຍໃນບ້ານ ເປັນຕົ້ນບັນຫາທີ່ຄົ້ງຄ້າງ ແລະ ສິ່ງທ້າທາຍໃນການພັດທະນາເປັນຕົ້ນ: ບັນດາປະກົດການຫຍໍ້ທໍ້, ບັນຫາສິນຄ້າອຸປະໂພກ-ບໍລິໂພກມີລາຄາແພງ ແລະ ບັນຫາພື້ນຖານການກໍ່ສ້າງພື້ນຖານໂຄງລ່າງ.
ໃນໂອກາດສໍາຄັນດັ່ງກ່າວ, ສະມາຊິກສະພາແຫ່ງຊາດຍັງໄດ້ແຈ້ງຜົນສໍາເລັດຂອງກອງປະຊຸມ ວິສາມັນເທື່ອທີ I ຂອງສະມາຊິກສະພາແຫ່ງຊາດໂດຍສັງເຂບເຊັ່ນ: ການແກ້ໄຂບັນຫາາງດ້ານເສດຖະກິດການເງິນ, ການແກ້ໄຂບັນຫາຢາເສບຕິດ, ການປັບປຸງກົດໝາຍຕ່າງໆໃຫ້ມີຄວາມສອດຄ່ອງກັບສະພາບການ ແລະ ເງື່ອນໄຂ ເພື່ອເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສັງຄົມມີຄວາມຜາສຸກ.
ຂ່າວ: ເມືອງຊະນະຄາມ


