ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 10 ພະຈິກ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ທ່ານ ວຽງສະຫວັດ ສີພັນດອນ, ລັດຖະ ມົນຕີກະຊວງໂຍທາທິການ ແລະ ຂົນ ສົ່ງ ໄດ້ຂຶ້ນຜ່ານຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ ເຊີ່ງເປັນຮ່າງກົດໝາຍທີ່ສ້າງຂຶ້ນໃໝ່. ທ່ານໄດ້ຍົກໃຫ້ເຫັນສະພາບລວມວຽກງານຄຸ້ມຄອງຍານພາຫະນະທາງບົກ ເຊີ່ງເປັນວຽກງານຫນຶ່ງທີ່ສໍາຄັນໃນການຄຸ້ມຄອງດ້ານມາດຕະຖານເຕັກນິກການນໍາເຂົ້າ, ຜະລິດ, ປະກອບ, ຂຶ້ນທະບຽນ, ນໍາໃຊ້ຍານພາຫະນະທາງບົກ ເພື່ອຮັບປະກັນໃຫ້ມີຄວາມສະດວກ, ປອດໄພ, ເປັນມິດຕໍ່ສິ່ງແວດລ້ອມ, ສອດຄ່ອງຕາມກົດຫມາຍ ແລະ ລະບຽບການກໍານົດ, ປັດຈຸບັນ ການເພີ່ມຂຶ້ນຂອງຍານພາຫະນະທາງບົກ ໃນແຕ່ລະປີ ສະເລ່ຍ 10-12%, ສະຖິຕິການຂຶ້ນທະບຽນສະສົມທົ່ວປະເທດຮອດເດືອນ 6 ປີ 2021 ມີຈໍານວນ 2.393.993 ຄັນ, ອັດຕາການເພີ່ມຂຶ້ນຂອງຍານພາຫະນະມັນໄດ້ສະແດງເຖິງການເຕີບໂຕທາງດ້ານເສດຖະກິດຂອງປະເທດ. ຢ່າງໃດກໍຕາມ ໃນໄລຍະຜ່ານມາການຄຸ້ມຄອງຍານ ພາຫະນະທາງບົກຍັງບໍ່ທັນຮັດກຸມ, ລວມສູນ ແລະ ຍັງມີຊ່ອງຫວ່າງ ເຮັດໃຫ້ລັດເສຍຜົນປະໂຫຍດທີ່ຈະໄດ້ຮັບຈາກຍານພາຫະນະເປັນຈໍານວນຫຼວງຫຼາຍ. ໃນດ້ານການຄຸ້ມຄອງວຽກງານດັ່ງກ່າວ ຜ່ານມາ ກະຊວງໂຍທາທິການ ແລະ ຂົນສົ່ງ ມີ 3 ກົດຫມາຍທີ່ກ່ຽວຂ້ອງ ຄື: ກົດ
ຫມາຍວ່າດ້ວຍການຈະລາຈອນທາງບົກ, ກົດຫມາຍວ່າດ້ວຍການຂົນສົ່ງທາງບົກ ແລະ ກົດຫມາຍວ່າ ດ້ວຍການຂົນສົ່ງຫຼາຍຮູບແບບ ແຕ່ກົດຫມາຍທັງ 3 ສະບັບ ຍັງບໍ່ທັນກວມລວມ ແລະ ເຈາະຈົງກ່ຽວກັບການຄຸ້ມຄອງວຽກ ງານຍານພາຫະນະ.
ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຍົກໃຫ້ເຫັນຕື່ມວ່າ: ເພື່ອໃຫ້ແທດເຫມາະ ກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ການຮ່ວມມືໃນວຽກງານຂົນສົ່ງກັບບັນດາປະເທດໃນອະນຸພາກພື້ນ ແລະ ສາກົນ ສາມາດເຊື່ອມໂຍງເຊື່ອມຈອດເທື່ອລະກ້າວ, ໂດຍສະເພາະ ປະຈຸບັນ ສປປ ລາວ ໄດ້ລົງນາມໃນກອບສົນທິສັນຍາວ່າດ້ວຍການຮັບຮູ້ຊຶ່ງກັນ ແລະ ກັນ ດ້ານມາດຕະຖານ ເຕັກນິກຍານພາຫະນະຂອງອາຊຽນ ສະນັ້ນ ການສ້າງກົດຫມາຍຍານພາຫະນະທາງບົກ ຈື່ງມີຄວາມສໍາຄັນ ແລະ ຈໍາເປັນຢ່າງຍີງ ເພາະຜ່ານມາລາວເຮົາບໍ່ທັນມີກົດ ຫມາຍສະເພາະກ່ຽວກັບວຽກງານຄຸ້ມຄອງຍານພາຫະນະທາງບົກ; ນິຕິກໍາ ທີ່ມີໃນປັດ ຈຸບັນ ຍັງບໍ່ທັນ ກໍານົດລະອຽດ, ຮັດກຸມ ແລະ ກວມເອົາບາງວຽກງານທີ່ສໍາຄັນກ່ຽວກັບຍານພາຫະນະທາງບົກ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ; ເພື່ອເປັນເຄື່ອງມືໃນການຄຸ້ມຄອງຍານພາຫະນະທາງບົກ ຕາມແນວທາງນະ ໂຍບາຍຂອງພັກດ້ວຍການຄຸ້ມຄອງລັດແຫ່ງກົດຫມາຍ, ແກ້ໄຂຂໍ້ຄົງຄ້າງ ສ້າງລະບົບຄຸ້ມຄອງຍານພາຫະນະທາງບົກ ໃຫ້ລວມສູນ, ທັນສະໄຫມ, ເປັນມິດຕໍ່ສິ່ງແວດລ້ອມ, ມີການແບ່ງຂັ້ນຄຸ້ມຄອງຊັດເຈນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ມີກົນໄກປະສານງານ ແລະ ຕິດຕາມກວດກາໄດ້ຢ່າງທັນການ; ຮັບປະກັນການຈັດຕັ້ງປະຕິບັດສັນຍາ ແລະ ອະນຸສັນຍາ ກັບອະນຸພາກພື້ນ ແລະ ສາກົນ ທີ່ ສປປລາວ ເປັນພາຄີ ແລະ ເພື່ອປະກອບສ່ວນສ້າງ ລາຍຮັບເຂົ້າງົບປະມານແຫ່ງຊາດ.
ສໍາລັບຮ່າງກົດຫມາຍ ວ່າດ້ວຍຍານພາຫະນະທາງບົກ ປະກອບມີ XIII ພາກ, 12 ໝວດ, 91 ມາດຕາ.
ຂ່າວ: ມົດແດງນ້ອຍ
ພາບ: ຂປລ