ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2ຂອງສະພາແຫ່ງຊາດ ຊຸດທີ 9 ໃນຕອນວັນທີ 11 ພະຈິກ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ສຸວອນ ເລືອງບຸນມີ, ຮອງປະທານສະພາແຫ່ງຊາດ. ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນຜ່ານຮ່າງກົດໝາຍວ່າດ້ວຍການສໍາຫລວດວັດແທກ ແລະ ສ້າງແຜນທີ່ ເຊີ່ງເປັນຮ່າງກົດໝາຍສ້າງຂຶ້ນໃໝ່ ປະກອບມີ X ພາກ 16 ໝວດ 92 ມາດຕາ ເພື່ອໃຫ້ສະມາຊິກສະພາແຫ່ງຊາດໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນ.
ທ່ານ ທອງຈັນ ມະນີໄຊ ໃຫ້ຮູ້ວ່າ: ຂໍ້ມູນສໍາຫຼວດວັດແທກ, ພາບຖ່າຍ, ແຜນ ທີ່ ແລະ ຂໍ້ມູນຂ່າວສານພູມສາດ ມີ ຄວາມສໍາຄັນ ແລະ ຈໍາເປັນ ສໍາລັບທຸກໆປະເທດ ບໍ່ວ່າປະເທດ ຈະເປັນປະເທດທີ່ມີເສດຖະກິດຂະຫຍາຍຕົວສູງ, ກໍາລັງຂະຫຍາຍຕົວ ແລະ ປະເທດດ້ອຍພັດທະນາກໍຕາມ ຂໍ້ມູນດັ່ງກ່າວແມ່ນມີຄວາມຈໍາເປັນ ແລະ ສໍາຄັນ ເພາະວ່າ ເປັນຂໍ້ມູນ ພື້ນຖານ ເພື່ອນໍາໃຊ້ ເຂົ້າໃນ ການວາງແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາຄົ້ນຄ້ວາວິທະຍາສາດ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ນອກຈາກນີ້ ຂໍ້ມູນສໍາຫຼວດວັດແທກ, ພາບຖ່າຍທາງອາກາດ ແລະ ແຜນທີ່ ຍັງເປັນເອກະສານຫຼັກຖານທີ່ສໍາຄັນ ທາງດ້ານກົດຫມາຍ ໃນການເຈລະຈາຕໍ່ລອງໃນການກໍານົດເສັ້ນ ແລະ ປັກຫຼັກຫມາຍຊາຍແດນແຫ່ງຊາດ ກັບບັນດາປະເທດອ້ອມ ຂ້າງ, ນອກຈາກນີ້ ຂໍ້ມູນ ແຜນທີ່ ຍັງເປັນເອກະສານຫນຶ່ງ ທີ່ສໍາຄັນສໍາລັບການສຶກສາຄົ້ນຄວ້າກ່ຽວກັບ ຮູບຮ່າງຂອງ ຫນ່ວຍໂລກ, ລະບົບຈັກກະວານ, ພື້ນທີ່ ແລະ ຂອບເຂດ ການປົກຄອງຂອງລັດ, ສະນັ້ນ ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດ ຈຶ່ງໄດ້ສຶກສາຄົ້ນຄ້ວາວາງນະໂຍບາຍ, ລະ ບຽບກົດ ຫມາຍ, ຂໍ້ກໍານົດ, ມາດຕະຖານເຕັກນິກອອກ ເພື່ອການຄຸ້ມຄອງ, ຕິດ ຕາມກວດກາ, ຊຸກຍູ້ສົ່ງເສີມ ຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ ແມ່ນ ມີຄວາມຈໍາເປັນຕ້ອງໄດ້ຄົ້ນຄວ້າສ້າງຮ່າງກົດຫມາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ໃຫ້ມີເນື້ອໃນຮັດກຸມ, ຄົບຖ້ວນ ແລະ ສາມາດຈັດຕັ້ງ ປະຕິບັດໄດ້ ແຕ່ສູນກາງຈົນຮອດທ້ອງຖິ່ນ ເພື່ອນໍາສະເຫນີຕໍ່ລັດຖະ ບານ ແລະ ສະພາແຫ່ງຊາດພິຈາລະນາຮັບຮອງ.
ລັດຖະມົນຕີກະຊວງພາຍໃນ ໃຫ້ຮູ້ຕື່ມວ່າ: ຮ່າງກົດໝາຍດັ່ງກ່າວ ຖ້າຫາກຜ່ານການຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຈະເປັນບ່ອນອີງທີ່ຫນັກແຫນ້ນໃນການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດກ່ຽວກັບວຽກງານສໍາຫຼວດວັດແທກ ແລະ ສ້າງແຜນທີ່ ເຮັດໃຫ້ສາມາດແກ້ໄຂບັນຫາ ທີ່ຍັງບໍ່ທັນເປັນລະບົບເອກະພາບໃນຂອບເຂດທົ່ວປະເທດ ແລະ ເປັນຂໍ້ມູນຍຸດທະສາດສໍາຄັນ ທີ່ພົວພັນເຖິງຄວາມລັບ, ຄວາມປອດໄພ ແລະ ຄວາມຫມັ້ນຄົງຂອງຊາດ, ພ້ອມນີ້ ຈະເປັນເຄື່ອງມືທີ່ສໍາຄັນໃຫ້ແກ່ການຄຸ້ມຄອງລັດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຄຸ້ມຄອງການ ເຄື່ອນ ໄຫວວຽກງານສໍາຫຼວດວັດແທກ, ຖ່າຍພາບ ແລະ ສ້າງແຜນທີ່ ຖືກຕ້ອງຕາມແນວທາງນະໂຍບາຍ, ລັດຖະທໍາມະນູນ, ລະບຽບກົດຫມາຍ ແລະ ນິຕິກໍາຕ່າງໆ ທີ່ພັກ-ລັດ ວາງອອກ, ສາມາດຄຸ້ມຄອງ ການເຄື່ອນໄຫວວຽກງານ ດັ່ງກ່າວ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະຕ່າງປະເທດຢ່າງມີປະສິດທິຜົນດີກວ່າເກົ່າ ແລະ ອື່ນໆ.
ຂ່າວ: ມົດແດງນ້ອຍ
ພາບ: ຂປລ
Loading...