ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 9 ໃນຕອນບ່າຍວານທີ 11 ພະຈິກ 2021 ພາຍໃຕ້ການເປັນປະທານ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ. ສະມາຊິກສະພາແຫ່ງຊາດສໍາເລັດການຄົ້ນຄ້ວາ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍການສ້າງນິຕິກໍາ ສະບັບປັບປຸງ ທີ່ສະເໜີ ໂດຍ ທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທໍາ.
ທ່ານ ໄພວີ ສີບົວລິພາ ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດຫມາຍ ວ່າ: ຜ່ານການຈັດຕັ້ງປະຕິບັດກົດຫມາຍວ່າດ້ວຍການສ້າງນິຕິກໍາ ສະບັບປີ 2012 ໂດຍຄຽງຄູ່ກັບດ້ານດີ ກໍຄື ຜົນສໍາເລັດທີ່ໄດ້ກ່າວມາຂ້າງເທິງນັ້ນ, ການຈັດຕັ້ງປະຕິບັດກົດຫມາຍດັ່ງກ່າວ ຍັງເຫັນວ່າ ມີບາງບັນຫາທີ່ຈະຕ້ອງໄດ້ ປັບປຸງ ເພື່ອໃຫ້ມີຄວາມສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ ເປັນຕົ້ນ: ໃນປີ 2015 ລັດຖະທໍາມະນູນ ແຫ່ງ ສປປ ລາວ ໄດ້ຮັບການປັບປຸງໃຫມ່ ຊຶ່ງໃນນັ້ນອົງການທີ່ມີສິດສະເຫນີ ສ້າງຮ່າງກົດຫມາຍ ໄດ້ເພີ່ມເຂົ້າຕື່ມຈາກ VI ພາກສ່ວນ ມາເປັນ VII ພາກ ສ່ວນ ຄື ໄດ້ເພີ່ມ “ອົງການກວດສອບແຫ່ງ ລັດ”, ດ້ວຍເຫດນີ້ ຈຶ່ງຕ້ອງໄດ້ກໍານົດອົງການດັ່ງກ່າວ ເຂົ້າໃນກົດຫມາຍວ່າດ້ວຍການສ້າງນິຕິກໍາ ແລະ ໃນປີດຽວກັນ ສະ ພາແຫ່ງຊາດ ໄດ້ຮັບຮອງເອົາກົດຫມາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ຊຶ່ງອີງຕາມສິດ ແລະ ຫນ້າທີ່ ໄລຍະ ຜ່ານມາ ສະພາດັ່ງກ່າວ ກໍ່ໄດ້ອອກນິຕິກໍາຈໍານວນຫນຶ່ງຂອງຕົນ, ຈຶ່ງຕ້ອງໄດ້ກໍານົດປະເພດນິຕິກໍາຂອງສະພາປະຊາຊົນດັ່ງກ່າວ ໃສ່ໃນກົດຫມາຍວ່າດ້ວຍການສ້າງນິຕິກໍາ ເຊັ່ນ ມະຕິກອງປະຊຸມສະພາປະຊາຊົນຂັ້ນແຂວງ ແລະ ມະຕິຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ; ການຜັນຂະຫຍາຍກົດຫມາຍ ກໍຄືການຜັນຂະຫຍາຍນິຕິກໍາຂັ້ນເທິງໃຫ້ເປັນອັນລະອຽດ ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດເທົ່າທີ່ຄວນ.
ລັດຖະມົນຕີກະຊວງຍຸຕິທໍາ ຍົກໃຫ້ເຫັນຕື່ມວ່າ: ນອກຈາກນີ້ ການກໍານົດກ່ຽວກັບບັນຫາທີ່ຄວນສ້າງເປັນນິຕິກໍາແຕ່ລະລະດັບ ຍັງບໍ່ໄດ້ກໍານົດໃສ່ໃນກົດຫມາຍສະບັບປີ 2012 ເພາະໄລຍະຜ່ານມາ ເຫັນວ່າ ບັນດາກະຊວງ, ອົງການ ຍັງມີຄວາມເຂົ້າໃຈບໍ່ເປັນເອກະພາບວ່າ ບັນຫາໃຫຍ່, ນ້ອຍ ແນວໃດ ຄວນສ້າງເປັນ ກົດຫມາຍ, ລັດຖະບັນຍັດ, ດໍາລັດ ຫຼື ເປັນນິຕິກໍາໃຕ້ກົດຫມາຍອື່ນ ຈຶ່ງຈະມີຄວາມເຫມາະ ສົມໃນການຄຸ້ມຄອງ ແລະ ດັດປັບບັນຫາດັ່ງກ່າວ, ການສ້າງແຜນການສ້າງ ແລະ ປັບປຸງກົດຫມາຍ ໃນໄລຍະຜ່ານມາ ບໍ່ໄດ້ມີການປະເມີນຜົນກະທົບ ແລະ ບໍ່ໄດ້ ສ້າງນະ ໂຍບາຍໃນການສະເຫນີສ້າງກົດຫມາຍຢ່າງລະອຽດ ຈຶ່ງບໍ່ສາມາດເຫັນໄດ້ເຖິງບັນຫາ, ຈຸດປະສົງ, ລະດັບຄາດຫມາຍ ແລະ ວິທີທາງໃນການແກ້ໄຂບັນຫາ ຈຶ່ງເຮັດໃຫ້ການສ້າງຮ່າງກົດຫມາຍບໍ່ມີທິດທາງ ແລະ ເປົ້າຫມາຍທີ່ຊັດເຈນ ຊຶ່ງໄລຍະ ຜ່ານມາການສ້າງຮ່າງກົດຫມາຍ ຈຶ່ງບໍ່ມີຄວາມພ້ອມ ຊຶ່ງເຫັນວ່າມີການຂໍເລື່ອນ ຫຼື ໂຈະ ຮ່າງກົດຫມາຍ ຕໍ່ຄະນະປະຈໍາ ສະພາແຫ່ງຊາດ ແລະ ອື່ນໆ.
ສໍາລັບຮ່າງກົດໝາຍ ວ່າດ້ວຍການສ້າງນິຕິກໍາ ສະບັບປັບປຸງ ປະກອບມີ IX ພາກ 16 ໝວດ 128 ມາດຕາ.
ຂ່າວ: ມົດແດງນ້ອຍ
ພາບ: ຂປລ
Loading...