ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນຕອນເຊົ້າວັນທີ 15 ພະຈິກ 2021 ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງ ຍຸຕິທຳ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການປະຕິບັດຄຳຕັດສິນຂອງສານ ສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ຄົ້ນຄວ້າພິຈາລະນາ ປະກອບຄຳເຫັນ. ຮ່າງກົດໝາຍດັ່ງກ່າວ ປະກອບມີ 13 ພາກ, 8 ໝວດ ແລະ 115 ມາດຕາ ໃນນັ້ນ, ເພີ່ມເຂົ້າໃໝ່ 70 ມາດຕາ, ປັບປຸງເນື້ອໃນ 43 ມາດຕາ.
ທ່ານ ໄພວີ ສີບົວລິພາ ຍົກໃຫ້ເຫັນວ່າ: ກົດໝາຍວ່າດ້ວຍ ການປະຕິບັດຄໍາຕັດສິນຂອງສານ ສະບັບທໍາອິດໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 2004 ປະກອບມີ 7 ພາກ, 6 ໝວດ ແລະ 51 ມາດຕາ ເຊິ່ງໄດ້ກຳນົດກົງຈັກການຈັດຕັ້ງຢູ່ຂັ້ນສູນກາງ ມີກົມປະຕິບັດຄໍາຕັດສິນຂອງສານ, ສ່ວນຢູ່ຂັ້ນທ້ອງຖິ່ນ ໄດ້ສ້າງຕັ້ງເປັນຫ້ອງການ ແລະ ໜ່ວຍງານປະຕິບັດຄໍາຕັດສິນຂອງສານ. ຕໍ່ມາໃນປີ 2008 ກົດໝາຍສະບັບດັ່ງກ່າວໄດ້ຮັບການປັບປຸງ ແລະ ໄດ້ນຳໃຊ້ມາຈົນເຖິງປັດຈຸ ບັນ. ຜ່ານການຈັດຕັ້ງປະຕິບັດ ກົດໝາຍສະບັບປັບປຸງດັ່ງກ່າວມາເປັນເວລາ 13 ປີ ເຫັນວ່າ ວຽກງານປະຕິບັດຄໍາຕັດສິນຂອງສານ ກໍໄດ້ຮັບການປັບປຸງທາງດ້ານການຈັດຕັ້ງ, ແບບແຜນວິທີເຮັດວຽກ ເຮັດໃຫ້ການປະຕິບັດ ຄໍາຕັດສິນຂອງສານ ໄດ້ຮັບການຍົກສູງທາງດ້ານປະລິມານ ແລະ ຄຸນນະພາບ ທັງເປັນການເພີ່ມທະວີຄວາມສັກສິດຂອງກົດໝາຍ ເຮັດໃຫ້ຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດຈໍານວນຫລວງຫລາຍ ໄດ້ຮັບການຈັດຕັ້ງປະຕິ ບັດຢ່າງມີຜົນສຳເລັດ, ສາມາດເກັບກູ້ໜີ້ສິນມອບໃຫ້ຄູ່ຄວາມ, ເກັບຄ່າອາກອນ, ຄ່າປັບໄໝ ແລະ ຊັບທີ່ສານຕັດສິນຮິບເປັນຂອງລັດ ມອບເຂົ້າງົບປະມານຈໍານວນບໍ່ໜ້ອຍ.
ຢ່າງໃດກໍຕາມ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າເນື້ອໃນກົດໝາຍວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ ຍັງມີຫລາຍບັນຫາທີ່ຈະຕ້ອງໄດ້ປັບປຸງ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ການເພີ່ມຂຶ້ນຂອງຄະດີ ຈິ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງຮ່າງກົດໝາຍສະບັບນີ້ຄືນໃໝ່.
ພາບ: ຂປລ
Loading...