ການານດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 12 ພະຈິກ 2021 ທີ່ຫໍສະພາແຫ່ງຊາດ, ນະຄອນຫລວງວຽງ ຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ, ຮອງປະທານສະພາແຫ່ງ ຊາດ. ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຂຶ້ນສະ ເໜີຮ່າງກົດໝາຍວ່າດ້ວຍການຄວບຄຸມຢາສູບ ສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດຄົ້ນຄ້ວາ ແລະ ປະກອບຄໍາເຫັນ.
ດຣ. ບຸນແຝງ ພູມມະໄລສິດ ຍົກໃຫ້ເຫັນວ່າ: ເຫດຜົນ ແລະ ຄວາມຈໍາເປັນທີ່ຕ້ອງປັບປຸງໝາຍວ່າດ້ວຍການຄວບຄຸມຢາສູບ ວ່າ: ຜ່ານການຈັດຕັ້ງປະຕິບັດກົດຫມາຍວ່າດ້ວຍການຄວບຄຸມຢາສູບ ສະບັບປີ 2009 ຄຽງຄູ່ກັບ ດ້ານດີ ກໍ່ດີຜົນສໍາເລັດ, ການຈັດຕັ້ງປະຕິບັດກົດຫມາຍດັ່ງກ່າວຍັງເຫັນວ່າ ມີບາງບັນຫາທີ່ຈະຕ້ອງໄດ້ປັບປຸງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຄວບຄຸມຢາສູບມີປະສິດທິພາບ ແລະ ປະສິດທິຜົນແນໃສ່ຫຼຸດຜ່ອນການຊົມໃຊ້ຢາສູບ ແລະ ເພື່ອໃຫ້ມີຄວາມສອດ ຄ່ອງກັບສະພາບຕົວຈິງໃນປັດຈຸບັນ ເປັນຕົ້ນ: ການກໍານົດກ່ຽວກັບນິຍາມຊະນິດຜະລິດຕະພັນຢາສູບຍັງເຫັນວ່າບໍ່ສາມາດກວມເອົາທຸກຊະນິດ ຂອງຜະລິດຕະພັນຢາສູບ ເປັນຕົ້ນ: ຢາສູບໄຟຟ້າ, ຢາສູບລະເຫີຍອາຍ, ຢາສູບຊີຊາ ຫຼື ບາຣາກູ ທີ່ກໍາລັງໄດ້ຮັບຄວາມນິຍົມຈາກກຸ່ມໄວໜຸ່ມໃນປັດຈຸບັນ ລວມທັງ ຢາສູບປະເພດອື່ນທີ່ຈະຖືກຜະລິດອອກມາເພື່ອຜົນປະໂຫຍດທາງດ້ານການຄ້າ, ກົດໝາຍວ່າດ້ວຍການຄວບ ຄຸມຢາສູບ ສະບັບປີ 2009 ຍັງບໍ່ທັນໄດ້ກໍານົດເອົາເນື້ອໃນຈິດໃຈທັງໝົດຂອງສົນທິສັນຍານວ່າດ້ວຍການຄວບຄຸມຢາສູບເຂົ້າໃນເນື້ອໃນກົດໝາຍດັ່ງກ່າວ, ເພື່ອກໍານົດຄໍາເຕືອນສຸຂະພາບເປັນຮູບພາບ ແລະ ສະຫຼາກ ເຂົ້າໃນກົດຫມາຍ ເພື່ອໃຫ້ການບັງຄັບໃຊ້, ມີປະສິດທິຜົນສູງ, ໃຫ້ບໍລິສັດຢາສູບ ທີ່ຜະລິດພາຍໃນ ແລະ ນໍາເຂົ້າ ລາຍງານເປັນເປັນລາຍລັກອັກສອນກ່ຽວກັບສ່ວນປະກອບ, ສ່ວນປະສົມຂອງຜະລິດຕະພັນຢາສູບ, ສານທີ່ເກີດຈາກການເຜົາໄຫມ້ຢາສູບ ແລະ ຕົ້ນທຶນການຜະລິດຢາສູບ, ການຈໍາຫນ່າຍ ຊື້-ຂາຍຍ່ອຍຜະລິດຕະພັນຢາສູບຕ້ອງມີສິ່ງປົກປີດ ເພື່ອປົບງກັນຄວາມສົນໃຈຂອງເດັກນ້ອຍ ແລະ ໄວຫນຸ່ມ ແລະ ອື່ນໆ.
ລັດຖະມົນຕີກະຊວງສາທາລະນະສຸກ ຍົກໃຫ້ເຫັນຕື່ມວ່າ: ທົ່ວໂລກ ມີຜູ້ເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບ ປະມານ 8 ລ້ານຄົນຕໍ່ປີ ແລະ ຖ້າຂາດມາດຕະການຄວບຄຸມຢາສູບທີ່ມີປະສິດທິຜົນຈະສືບຕໍ່ເພີ່ມຂຶ້ນເປັນ 10 ລ້ານຄົນຕໍ່ປີ ພາຍໃນປີ 2030. ສໍາລັບ ສປປ ລາວ ມິຜູ້ເສຍຊີວິດປະມານ 2.700 ຄົນຕໍ່ປີ ຫຼື ປະມານ 18 ຄົນຕໍ່ມື້.
ສໍາລັບກົດໝາຍວ່າດ້ວຍການຄວບຄຸມຢາສູບ ປີ 2009 ທີ່ນໍາໃຊ້ມາຮອດປັດຈຸ ບັນນີ້ ປະກອບ ມີ IX ພາກ, 14 ໝວດ, 69 ມາດຕາ. ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຄັ້ງທີ IX ໄດ້ປັບປຸງເປັນ XI ພາກ, 10 ໝວດ, 63 ມາດຕາ.
ຂ່າວ: ມົດແດງນ້ອຍ
ພາບ: ຂປລ