ພາຍຫລັງສໍາເລັດກອງປະຊຸມ ສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ ວັນທີ 17 ພະຈິກ 2021 ນີ້, ໃນຕອນບ່າຍຂອງວັນດຽວກັນ ຄະນະຜູ້ແທນກອງປະ ຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ນຳໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ເດີນທາງໄປຢ້ຽມຢາມໂຄງການລົດໄຟລາວ-ຈີນ.
ໃນໂອກາດນີ້, ຄະນະຜູ້ແທນດັ່ງກ່າວໄດ້ຢ້ຽມຢາມແລະ ທົດລອງຂີ່ລົດໄຟຂະບວນລ້ານຊ້າງ ຈາກສະຖານີນະຄອນຫລວງວຽງຈັນ ເຖິງສະຖານີວັງວຽງ ແຂວງວຽງຈັນ ໂດຍມີ ທ່ານ ຄໍາພັນ ສິດ ທິດໍາພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍການນໍາຂອງແຂວງໃຫ້ການຕ້ອນຮັບ.
ສະຖານີລົດໄຟວັງວຽງຕັ້ງຢູ່ບ້ານພູດິນແດງ,ເມືອງວັງວຽງປະເທດລາວ, ເນື້ອທີ່ກໍ່ສ້າງມີລວມທັງໝົດປະມານ 5.000 ຕາແມັດ, ສາມາດຮອງຮັບໄດ້ 600 ຄົນຫຼາຍທີ່ສຸດ. ປັດຈຸບັນ, ສະຖານີລົດໄຟແຫ່ງນີ້ ໄດ້ເລີ່ມກວດຮັບແລ້ວ ແລະພວມກະກຽມວຽກງານການທົດລອງແບບປະສານກັນຕາມພາຍຫຼັງ, ຄາດວ່າຈະເປີດການບໍລິການໃນເດືອນທັນວາປີນີ້.
ສໍາລັບທາງລົດໄຟລາວ-ຈີນແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ ເຊິ່ງເລີ່ມຈາກນະຄອນຄຸນໝິງ ແຂວງຢຸນນານຂອງຈີນມາສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ, ມີຄວາມຍາວ ທັງໝົດ 422,6 ກິໂລແມັດ, ທາງລົດໄຟສາຍນີ້ສ້າງຕາມມາດຕະຖານການບໍລິຫານ ແລະມາດຕະຖານເຕັກນິກຂອງຈີນ, ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ສະເພາະໄລຍະເວລາການກວດກາເຕັກນິກເຄື່ອນທີ່ນັ້ນ, ລົດໄຟຈະເລີ່ມທົດລອງແລ່ນໃນຄວາມໄວ 80 ກິໂລ ແມັດຕໍ່ຊົ່ວໂມງ ແລະ ຄ່ອຍຍົກລະດັບຄວາມໄວຂຶ້ນຕາມການອອກແບບ ຈົນຮອດຄວາມໄວສູງສຸດ 176 ກິໂລ ແມັດຕໍ່ຊົ່ວໂມງ. ສະເພາະ ລົດໄຟຂະບວນລ້ານຊ້າງ, ມີທັງໝົດ 9 ຕູ້, ເຊິ່ງລວມມີ: ຕູ້ລົດ ໄຟທີ່ຂັບເຄືື່ອນໄດ້ເອງ 1 ຕູ້, ຕູ້ລົດໂດຍສານຊັ້ນ 1 ແລະ ຕູ້ຫ້ອງອາຫານ 1 ຕູ້, ຕູ້ລົດໂດຍສານຊັ້ນສອງ 6 ຕູ້, ທັງໝົດສາມາດບັນຈຸໄດ້ 720 ຄົນ ແລະ ສາມາດເຊື່ອມຕໍ່ສອງຂະບວນລົດໄຟໄດ້ໃນເວລາທີ່ຕ້ອງການ.
ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີສະຖານີລົດໄຟທັງໝົດ 33 ສະຖານີ. ໃນນີ້, ມີສະຖານີໂດຍສານ ແລະ ສິນຄ້າລວມຢູ່ນຳກັນ 11 ແຫ່ງ, ສະຖານີສິນຄ້າສະເພາະ 1 ແຫ່ງຢູ່ນະຄອນຫລວງວຽງຈັນ ເຊີ່ງຕາມແຜນການ.ຈະເປີດໃຫ້ບໍລິການໃນເດືອນທັນວາປີ 2021.
ຂ່າວ: ບຸນຕຽ ງຈັນທະວົງ
ພາບ: ຢຸພິນ


