ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 9 ສິງຫາ 2021, ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີປະດັບຫຼຽນໄຊຂອງລັດຖະບານ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃຫ້ແກ່ກົມກອງລວມໝູ່ ແລະ ການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຄົບຮອບ 60 ປີ.
+ ພິທີດັ່ງກ່າວ, ເປັນກຽດເຂົ້າຮ່ວມ ແລະ ຕາງໜ້າໃຫ້ລັດຖະບານ ສສ ຫວຽດນາມ ປະດັບຫຼຽນໂດຍ ສະຫາຍ ພົອ ສຈ ປອ ໂຕເລິມ ກໍາມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງສາທາລະນະລັດ ສັງຄົມ ນິຍົມ ຫວຽດນາມ, ມີ ພົທ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນ ກາງພັກ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະ ຫງົບ ແຫ່ງ ສປປ ລາວ, ມີຄະນະພັກ, ຄະນະນໍາ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດ ນາມ, ພ້ອມດ້ວຍນາຍຕໍາຫຼວດຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບລາວ ເຂົ້າຮ່ວມ.
+ ໃນພິທີ, ສະຫາຍ ພົຕ ຫງຽນ ແທ໋ງເຊີນ ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ໄດ້ຜ່ານລັດຖະດໍາລັດ ຂອງປະທານປະເທດແຫ່ງ ສສ ຫຼວຽດນາມ ວ່າດ້ວຍການມອບຫຼຽນໄຊເອກະລາດ ຊັ້ນ I, ຊັ້ນ II ແລະ ຊັ້ນ III ໃຫ້ກົມກອງລວມໝູ່ ແລະ ບຸກຄົນ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ຄົບຮອບ 60 ປີ ( 5 ເມສາ 1961 – 5 ເມສາ 2021); ໃນນັ້ນ,ປະທານປະເທດ ແຫ່ງ ສສ ຫວຽດນາມ ຕົກລົງມອບຫຼຽນ ໄຊເອກະລາດ ຊັ້ນ I ໃຫ້ກະຊວງປ້ອງກັນຄວາມສະຫງົບປະຊາຊົນລາວ 1 ໜ່ວຍ; ບຸກຄົນ 1 ສະ ຫາຍ ຊັ້ນ II ໃຫ້ກົມກອງລວມໝູ່ 3 ກົມກອງ, ບຸກ ຄົນ ຈໍານວນ 3 ສະຫາຍ, ຊັ້ນ III ໃຫ້ກົມກອງລວມໝູ່ 3 ກົມກອງ ແລະ ບຸກຄົນ 7 ສະຫາຍ.
+ ນອກນັ້ນ, ຍັງໄດ້ມອບຫຼຽນໄຊແຮງງານ ຊັ້ນ I ໃຫ້ກົມກອງລວມໝູ່ 2 ກົມກອງ, ບຸກຄົນ ຈໍານວນ 7 ສະຫາຍ; ຊັ້ນ II ຈໍານວນ 2 ກົມກອງ, ບຸກຄົນຈໍານວນ 11 ສະຫາຍ, ຊັ້ນIII 5 ກົມກອງ ແລະ ບຸກ ຄົນ ຈຳນວນ 12 ສະຫາຍ. ພ້ອມກັນນີ້, ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ຍັງໄດ້ມອບອຸປະກອນຊ່ວຍເຫຼືອຮັບໃຊ້ວຽກງານວິຊາສະເພາະ ໃຫ້ແກ່ກະຊວງປ້ອງກັນຄວາມສະຫງົບ ລາວ.
+ ທ່ານລັດ ຖະມົນຕີກະຊວງປ້ອງກັນຕາມສະ ຫງົບ ສສ ຫວຽດນາມ ໄດ້ຢັ້ງຍືນຄືນກ່ຽວກັບຄວາມສາມັກຄີພິເສດລະຫວ່າງສອງຊາດ-ສອງກຳລັງໃນການປົກປັກຮັກສາຄວາມສະຫງົບຢ່າງມີຜົນສໍາເລັດໂດຍຕະຫຼອດ 60 ປີຜ່ານມາ.
+ ໃນໂອກາດດັ່ງກ່າວ, ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ກໍໄດ້ກ່າວສະແດງຄວາມປິຕິຍີນດີຕ້ອນຮັບການມາຢ້ຽມ ຢາມຂອງສະຫາຍລັດຖະມົນຕີກະ ຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໃນຄັ້ງນີ້, ພ້ອມທັງກ່າວວ່າ ການຍ້ອງຍໍຈາກພັກ, ລັດຖະບານ ກໍຄື ກຳລັງປ້ອງກັນຄວາມສະຫງົບຫວຽດນາມ ໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບລາວ ແມ່ນມີຄວາມໝາຍສຳຄັນຍິ່ງ ເພາະມັນສະແດງໃຫ້ເຫັນເຖິງການເຕີບໃຫຍ່ ເຂັ້ມແຂງຂອງກຳລັງປ້ອງກັນຄວາມສະຫງົບຂອງພວກເຮົາ; ສະແດງໃຫ້ເຫັນວ່າ ຕະຫຼອດໄລຍະຜ່ານມາສອງຊາດ-ສອງກຳລັງໄດ້ຄຽງບ່າຄຽງໄລ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ, ທັງເປັນການເສີມຂະຫຍາຍທາດແທ້ມູນເຊື້ອສາຍພົວພັນແບບພິ ເສດຮອບດ້ານລະຫວ່າງສອງຊາດ ກໍຄື ສອງກຳລັງປ້ອງກັນຄວາມສະຫງົບ ແລະ ຢຶນຢັນຈະພ້ອມກັນສືບຕໍ່ຮັກສາ ແລະ ປົກປ້ອງຄວາມສະຫງົບຂອງສອງຊາດ ຕະຫຼອດໄປ.
Cr: ຄວາມສະຫງົບລາວ