ພິທີເປີດບັ້ນຫັດແອບ, ຝຶກຊ້ອມຊ່ວຍເຫຼືອມະນຸດສະທຳ ແລະ ກິດຈະກໍາບໍລິການທາງການແພດ ຂະບວນລົດໄຟສັນຕິພາບ ປີ 2022 ຂອງສອງກອງທັບ ລາວ-ຈີນ
ໄດ້ຈັດຂຶ້ນຢ່າງເປັນທາງການ ວັນທີ 25 ກໍລະກົດ 2022 ຢູ່ສະຖານີລົດໄຟ ເມືອງໂພນໂຮງ ແຂວງວຽງຈັນ ມີພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີ
ກະຊວງປ້ອງກັນປະເທດຂອງລາວ,ພັນເອກພິເສດ ເສິນ ຊຸນມິງ ຮອງຫົວໜ້າເສນາຮັກ ກົມຮັບປະກັນພະລາທິການ ຂອງຄະນະກໍາມະການທະຫານສູນກາງຂອງຈີນ,
ຫົວໜ້າຄະນະຂະບວນລົດໄຟສັນຕິພາບ 2022 ກອງທັບປົດປ່ອຍປະຊາຊົນຈີນ,ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາ
ລວມ ການຫັດແອບ, ຝຶກຊ້ອມກອບກູ້ໄພພິບັດ ເພື່ອຊ່ວຍເຫຼືອມະນຸດສະທໍາດ້ານການແພດ ແລະ ກິດຈະກໍາບໍລິການດ້ານການແພດ ຂະບວນລົດໄຟສັນຕິພາບ
ປີ 2022 ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ, ມີທີ່ປຶກສາທູດປ້ອງກັນຊາດຈີນປະຈໍາລາວ, ພ້ອມດ້ວຍຄະນະຊີ້ນໍາລວມ, ອະນຸກໍາ
ມະການ, ພະນັກງານການແພດເຫຼົ່າຮົບເສນາຮັກຂອງກອງທັບລາວ – ຈີນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍພົນຈັດຕະວາ ຄໍາແພງ ພູມມະແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ໄດ້ລາຍງານກ່ຽວກັບຄວາມພ້ອມຂອງການຫັດແອບ, ຝຶກຊ້ອມ
ໃນຄັ້ງນີ້ວ່າ: ຂະບວນລົດໄຟສັນຕິພາບລາວ-ຈີນ ເລີ່ມຈັດຕັ້ງປະຕິບັດກັນມາແຕ່ປີ 2017 ມາຮອດປີ 2019 ເນື່ອງຈາກມີການແຜ່ລະບາດຂອງພະຍາດ covid-19 ກິດ
ຈະກໍາດັ່ງກ່າວຈຶ່ງໄດ້ຢຸດເຊົາຊົ່ວຄາວ ແລະ ມາຮອດປີ 2022 ນີ້ ແມ່ນໄດ້ສືບຕໍ່, ພິເສດ ປີນີ້ກອງທັບປົດປ່ອຍປະຊາຊົນຈີນ ໄດ້ນໍາເອົາລົດໄຟການແພດມາຈາກ ສປ ຈີນ
25 ຕູ້ ປະກອບມີ: ລະບົບເຊີດຊູຄົນເຈັບ, ໂຮງໝໍສະໜາມ, ອຸປະກອນການແພດ ແລະ ຫ້ອງວິເຄາະ PCR ມາຈໍາລອງເຫດການ, ການບໍລິການທາງດ້ານການແພດ
ແລະ ເພື່ອຊ່ວຍເຫຼືອຜູ້ບາດເຈັບ ຫຼື ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ແລະ ນໍາສົ່ງໄປໂຮງໝໍແນວຫຼັງ ໃນນີ້ທັງສອງຝ່າຍໄດ້ເອກະພາບທາງດ້ານເນື້ອໃນຫັດ
ແອບ, ການກະກຽມສະຖານທີ່ ສະໜາມຝຶກຊ້ອມ, ໂຮງໝໍສະໜາມຂັ້ນ 2, ມີຈໍານວນພົນເຂົ້າຮ່ວມທັງໝົດ 418 ສະຫາຍ, ກໍາລັງຝ່າຍລາວ 274 ສະຫາຍ, ໃນນັ້ນມີ
ນັກຝຶກຊ້ອມ 100 ສະຫາຍ, ຝ່າຍຈີນເຂົ້າຮ່ວມ 149 ສະຫາຍ ກ່ອນເຂົ້າຝຶກຊ້ອມ 28 ວັນ ນັກຝຶກຊ້ອມຕ້ອງໄດ້ຮັບວັກຊີນອີກເຂັມໜຶ່ງ, ໄດ້ເຂົ້າກັກໂຕ 14 ວັນ ຕາມ
ມາດຕະການປ້ອງກັນພະຍາດໂຄວິດ 19 ແລະ ລະບຽບການຝຶກຊ້ອມຢ່າງເຂັ້ມງວດ. ຮັບປະກັນຄວາມປອດໄພ, ພາຫະນະຮັບໃຊ້ທາງດ້ານການແພດ ແລະ ວຽກງານ
ດ້ານອື່ນໆ ເຊິ່ງມີຄວາມພ້ອມຮອບດ້ານ 100% ສໍາລັບເນື້ອໃນຝຶກຊ້ອມ ຈະໄດ້ຈໍາລອງເຫດການໄພພິບັດທີ່ເກີດຈາກໄພພິບັດທໍາມະຊາດ: ມີຝົນຕົກໜັກ ເກີດມີພະຍຸ
ລົມແຮງແບບກະທັນຫັນ, ມີກໍລະນີທີ່ໄດ້ຮັບຜົນກະທົບເປັນຈໍານວນຫຼາຍ, ໃນນັ້ນມີພໍ່ແມ່ປະຊາຊົນຂາດທີ່ຢູ່ອາໄສ, ຖືກບາດເຈັບແຂນຫັກ, ຂາຫັກ, ກະທົບຫົວ, ກະທົບ
ທ້ອງ, ກະທົບເອິກ, ຊຸດໂຊມລະບົບຫາຍໃຈ ເຊິ່ງການຝຶກຊ້ອມຈະໃຊ້ເວລາ 10 ວັນຈຶ່ງຈະສໍາເລັດ.
ໂອກາດນີ້ສະຫາຍພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາລວມ ການຫັດແອບ, ຝຶກຊ້ອມ ໄດ້ມີຄໍາ
ເຫັນກ່າວເປີດພິທີບັ້ນຝຶກຊ້ອມເພື່ອຊ່ວຍເຫຼືອມະນຸດສະທໍາດ້ານການແພດ ແລະ ກິດຈະກໍາບໍລິການທາງການແພດ ຂະບວນລົດໄຟສັນຕິພາບ ຂອງສອງກອງທັບ
ລາວ-ຈີນ ເພື່ອສືບຕໍ່ຂະຫຍາຍການພົວພັນອັນມີມູນເຊື້ອລະຫວ່າງສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຈີນ ເວົ້າລວມເວົ້າສະເພາະແມ່ນເປັນການ
ຍົກລະດັບຂີດຄວາມສາມາດໃນການແກ້ໄຂເຫດການໄພພິບັດທາງທຳມະຊາດຮ່ວມກັນ ລະຫວ່າງສອງເຫຼົ່າຮົບເສນາຮັກກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍ
ປະຊາຊົນຈີນ ເຊິ່ງບັນຫາໄພພິບັດທຳມະຊາດ ແລະ ບັນຫາພະຍາດລະບາດ ລ້ວນແຕ່ເປັນໄພຄຸກຄາມຕໍ່ມວນມະນຸດຊາດທີ່ພວກເຮົາຈະຕ້ອງຮ່ວມມືກັນແກ້ໄຂ ໂດຍສະ
ເພາະການລະບາດພະຍາດໂຄວິດ-19 ສະນັ້ນການຮ່ວມຫັດແອບຝຶກຊ້ອມເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດຈາກທຳມະຊາດດ້ານການແພດ ກໍ່ຍິ່ງມີຄວາມສຳຄັນ ເພື່ອ
ກຽມຄວາມພ້ອມຮັບມືກັບເຫດການຕ່າງໆ ທີ່ອາດຈະເກີດ ຂຶ້ນໃນຕໍ່ໜ້າ ເເລະອື່ນໆ.
ໃນພິທີເປີດບັ້ນຫັດແອບ, ຝຶກຊ້ອມຊ່ວຍເຫຼືອມະນຸດສະທຳ ແລະ ກິດຈະກໍາບໍລິການທາງການແພດ ຂະບວນລົດໄຟສັນຕິພາບ ປີ 2022 ຂອງສອງກອງທັບ ລາວ-ຈີນ
ຍັງໄດ້ຮັບຟັງການປະກອບຄໍາເຫັນກ່າວເປີດບັ້ນຫັດແອບ, ຝຶກຊ້ອມໃນຄັ້ງນີ້ຂອງ ສະຫາຍພົນຕີ ເສີນ ຊື້ ຮອງຫົວໜ້າກົມຮັບປະກັນພະລາທິການ, ຄະນະກໍາມະການທະ
ຫານສູງກາງຂອງຈີນ ຜ່ານລະບົບ ວີດີໂອ ທາງໄກ ຈາກ ສປ ຈີນ ໂດຍທັງສອງຝ່າຍຍັງໄດ້ມອບຂອງຂວັນທີ່ລະນຶກເຊິ່ງກັນ ແລະ ກັນ, ຝ່າຍຈີນໄດ້ມອບເຄື່ອງຊ່ວຍເຫຼືອ
ທາງດ້ານການແພດ ໃຫ້ກອງທັບປະຊາຊົນລາວຕື່ມອີກ ຈາກນັ້ນສະຫາຍພັນເອກພິເສດ ເສິນ ຊຸນມິງ ຮອງຫົວໜ້າເສນາຮັກ ກົມຮັບປະກັນພະລາທິການ ຂອງຄະນະກໍາ
ມະການທະຫານສູນກາງແຫ່ງ ສປ ຈີນ, ຫົວໜ້າຄະນະຂະບວນລົດໄຟສັນຕິພາບ 2022 ຂອງກອງທັບປົດປ່ອຍປະຊາຊົນຈີນ ໄດ້ຂຶ້ນຍິງປືນ ສັ່ງສັນຍານ ເລີ່ມການຫັດ
ແອບຢ່າງເປັນທາງການ.