ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ສອງວັນປະຫວັດສາດຄື: ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ-ຫວຽດນາມຄົບຮອບ 60 ປີ (ວັນທີ 5 ກັນຍາ 1962- ວັນທີ 5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບແລະການຮ່ວມມືຄົບຮອບ 45 ປີ (ວັນທີ 18 ກໍລະກົດ 1977-ວັນທີ 18 ກໍລະກົດ 2022).
ທ່ານ ຄໍາແພງ ໄຊສົມແພງ, ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 27 ພຶດສະພາ 2022. ທ່ານໄດ້ຍົກໃຫ້ເຫັນບັນດາກິດຈະກໍາປິ່ນອ້ອມ ທີ່ສອງກະຊວງ ອຸດສາຫະກໍາ ແລະ ການຄ້າລາວ ແລະ ຫວຽດນາມ ໄດ້ຮ່ວມກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ພວມຈັດຕັ້ງປະຕິບັດ ເພື່ອປະກອບສ່ວນໃຫ້ແກ່ການຈັດຕັ້ງຜັນຂະຫຍາຍສັນຍາການຄ້າຊາຍແດນ ແລະ ສັນຍາການຄ້າສອງຝ່າຍລາວ-ຫວຽດນາມ ທັງເປັນທານປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສະ ເຫຼີມສະຫຼອງ ປີສາມັກຄີມິດຕະພາບ ສອງວັນປະຫວັດສາດ ຂອງສອງຊາດ ມີ 07 ກິດຈະກໍາຫຼັກ ຄື:
– ສໍາເລັດການຈັດກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ ລາວ-ຫວຽດ ນາມ ຄັ້ງທີ XIIໃນວັນທີ 11ເມສາ 2022 ທີ່ນະຄອນຫຼວງວຽງຈັນ ເພື່ອເປັນເວທີສໍາຄັນ ໃຫ້ແກ່ທັງສອງຂະແໜງການອຸດສາຫະກໍາ ແລະ ການຄ້າ ແລະ ພາກສ່ວນກ່ຽວ ຂ້ອງຂອງທັງສອງປະເທດລາວ-ຫວຽດນາມ ໃນການຮ່ວມກັນຕີລາຄາຄືນສະພາບ ການຮ່ວມມືພັດທະນາການຄ້າຊາຍແດນໃນໄລຍະຜ່ານມາ ແລະ ຮ່ວມກັນປຶກສາຫາລືຊອກຫາແນວທາງໃນການແກ້ໄຂຂໍ້ຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນໃຫ້ຫຼຸດໜ້ອຍຖອຍລົງພ້ອມທັງຮ່ວມກັນວາງແຜນການຮ່ວມມືໃນຕໍ່ໜ້າເພື່ອເຮັດໃຫ້ວຽກງານການຄ້າ ເວົ້າລວມ, ເວົ້າສະເພາະແມ່ນການຄ້າຊາຍແດນສາມາດປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການຮ່ວມມືຮອບດ້ານຂອງສອງຊາດ.
– ການພົບປະ 3 ກະຊວງ (ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງພະລັງ ງານ ແລະ ບໍ່ແຮ່ ສປປ ລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດ ນາມ) ຢູ່ ສສ ຫວຽດນາມ (ຄາດວ່າຈະຈັດຂຶ້ນໃນລະຫວ່າງເດືອນ ກໍລະກົດ ຫຼື ສິງຫາ 2022), ໃນການພົບປະຄ້ັງນີ ຈະໄດ້ ປັບປຸງ ແລະ ເຊັນສັນຍາການຄ້າສອງຝ່າຍ ລາວ-ຫວຽດນາມ ສະບັບປັບປຸງ;
– ງານວາງສະແດງສິນຄ້າປະຈໍາປີ ລາວ-ຫວຽດນາມ (ຄາດວ່າຈະຈັດຂຶ້ນໃນລະຫວ່າງວັນທີ 25-29 ສິງຫາ 2022, ທີ່ນະຄອນຫຼວງວຽງຈັນ);
– ການຮ່ວມມືໃນການສ້າງຕຶກໃໝ່ຂອງ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ;
– ຈັດກອງປະຊຸມສໍາມະນາ, ປາຖະກະຖາ, ເຜີຍແຜ່ ແລະ ສ້າງກິດຈະກໍາສົ່ງເສີມມູນເຊື້ອສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ທົ່ວສັງຄົມ ຂອງສອງຊາດໄດ້ຮັບຮູ້ (ຄາດວ່າຈະຈັດຂຶ້ນໃນເດືອນ ມິຖຸນາ 2022);
– ກິດຈະກໍາສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ ຂອງສອງປະເທດ ພ້ອມທັງສ້າງຂະບວນການແຂ່ງຂັນຍ້ອງຍໍ ຜູ້ທີ່ມີຜົນງານດີເດັ່ນໃນການຊຸກຍູ້-ສົ່ງເສີມ ການຮ່ວມມືລາວ-ຫວຽດນາມ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ (ຄາດວ່າຈະຈັດຂຶ້ນໃນເດືອນ ມິຖຸນາ ຫຼື ກໍລະກົດ 2022).
– ສອງຝ່າຍ ລາວ-ຫວຽດນາມກໍຍັງໄດ້ຮ່ວມມືກັນແກ້ໄຂບັນຫາຕ່າງໆທີ່ຕິດພັນກັບສະພາບຂໍ້ຫຍຸ້ງຍາກດ້ານການຄ້າ ແລະ ການລົງທຶນ ເປັນຕົ້ນແມ່ນ: ການອໍານວຍຄວາມສະດວກໃຫ້ແກ່ຄົນ, ພາຫະນະ ແລະ ສິນຄ້າ ຜ່ານດ່ານຊາຍແດນ ແລະ ການຮ່ວມມືໃນວຽກງານການຕ້ານການຄ້າຂາຍນອກລະບົບ ແລະ ການສໍ້ໂກງດ້ານການຄ້າ.
ທ່ານ ຄໍາແພງ ໄຊສົມແພງ ຍັງໄດ້ຍົກໃຫ້ເຫັນ ຍອດມູນຄ່າການຄ້າສອງຝ່າຍລາວ-ຫວຽດນາມ ໃນປີ 2021 ຜ່ານມາ ສາມາດບັນລຸໄດ້ຫຼາຍກວ່າ 1,37 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 33,32% ທຽບໃສ່ປີ 2020 ເຊິ່ງເປັນມູນຄ່າການຄ້າສອງຝ່າຍທີ່ສູງທີ່ສຸດໃນຮອບ 10 ປີ. ສ່ວນຄາດໝາຍສູ້ຊົນ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ ລວມມີ:
– ສູ້ຊົນຊຸກຍູ້ພາກເອກະຊົນໃຫ້ສາມາດຮັກສາອັດຕາການເພີ່ມຂຶ້ນຂອງມູນຄ່າການຄ້າສອງຝ່າຍໃຫ້ໄດ້ຕາມເປົ້າໝາຍທີ່ລັດຖະບານວາງອອກ ຄືເພີ່ມຂຶ້ນ8-10% ຕໍ່ປີໃນໄລຍະປີ 2022-2025;
– ສືບຕໍ່ຈັດຕັ້ງປະຕິບັດສັນຍາວ່າດ້ວຍການຮ່ວມມືທະວິພາຄີລະຫວ່າງລັດຖະບານແຫ່ງສປປລາວແລະລັດຖະບານແຫ່ງສສຫວຽດນາມໄລຍະ 2021-2025ແລະຂໍ້ຕົກ ລົງວ່າດ້ວຍການຮ່ວມມືລະຫວ່າງສອງລັດຖະບານໃນແຕ່ລະໄລຍະທີ່ນອນໃນຂະແໜງອຸດສາຫະກຳແລະການຄ້າ;
– ສືບຕໍ່ຈັດກອງປະຊຸມແຜນການຮ່ວມມື ລະຫວ່າງ ສອງກະຊວງ ອຸດສາຫະກຳ ແລະ ການຄ້າ ລາວ ແລະ ຫວຽດນາມ ປະຈຳປີ ໃນແຕ່ລະປີ ໄລຍະ 2021-2030 ເພື່ອປຶກສາຫາລືການຊຸກຍູ້, ສົ່ງເສີມການຄ້າ ແລະ ຊອກຫາວິທີທາງແກ້ໄຂ ບັນຫາ ແລະ ອຸປະສັກ ຮ່ວມກັນ ໃຫ້ແກ່ພາກທຸລະກິດຂອງສອງປະເທດ ໄດ້ຮັບຜົນປະໂຫຍດ;
– ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຂັ້ນສູນກາງ, ທ້ອງຖິ່ນ ແລະ ຝ່າຍຫວຽດ ນາມ ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກ ກອງປະຊຸມການຮ່ວມມືພັດທະ ນາການຄ້າຊາຍແດນ ລະຫວ່າງ ລາວ-ຫວຽດນາມ ຄັ້ງທີ XII ໃນປີ 2022; ການກວດກາສະພາບການຈັດຕັ້ງປະຕິບັດຂໍ້ຕົກລົງ ຮ່າໂນ້ຍ 2007 ກ່ຽວກັບການອໍານວຍຄວາມສະດວກ ໃຫ້ແກ່ຄົນ, ພາຫະນະ ແລະ ສິນຄ້າເຂົ້າ-ອອກ ຜ່ານດ່ານ ລະຫວ່າງ ສອງປະເທດ ແລະ ປັບປຸງຂໍ້ຕົກລົງ ໃຫ້ສະດວກກວ່າເກົ່າ;
– ສືບຕໍ່ຕິດຕາມສະພາບການຈັດຕັ້ງປະຕິບັດບັນດາເນື້ອໃນຂອງແຜນການຮ່ວມມື ໂດຍສະເພາະການແກ້ໄຂບັນຫາຕ່າງໆ ຕາມການລາຍງານຂອງບັນດາແຂວງ ແລະ ການສ່ອງແສງຈາກພາກທຸລະກິດ ໃນວຽກງານການຈັດຕັ້ງປະຕິບັດສັນຍາການຄ້າສອງຝ່າຍ ແລະ ການຄ້າຊາຍແດນ ລະຫວ່າງ ລາວ ແລະ ຫວຽດນາມ ເພື່ອຊຸກຍູ້-ສົ່ງເສີມ,ອຳນວຍຄວາມສະດວກ ໃຫ້ແກ່ພາກທຸລະກິດນຳເຂົ້າ-ສົ່ງອອກສິນຄ້າ, ແລະ ເປັນການເພີ່ມມູນຄ່າການຄ້າສອງຝ່າຍ ທີ່ສອງລັດຖະບານ ໄດ້ວາງເປົ້າໝາຍໄວ້.
– ທົບທວນຄືນ ແລະ ປັບປຸງເນື້ອໃນຂອງສັນຍາການຄ້າສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຫວຽດນາມ ໃຫ້ສອດຄ່ອງກັບສະພາບເສດຖະກິດການຄ້າໃນປະຈຸບັນ ແນໃສ່ເພື່ອຊຸກຍູ້ສົ່ງເສີມການຄ້າສອງຝ່າຍໃຫ້ເພີ່ມຂຶ້ນໃນຕໍ່ໜ້າ.