ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ຢູ່ທີ່ນະຄອນໜານໜິງ, ສປ ຈີນ, ຕອນແລງຂອງວັນທີ 16 ກັນຍາ 2023 ຢູ່ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ໄດ້ພົບປະຢ່າງເປັນທາງການ ກັບສະຫາຍ ຫຼີ ສຽງ ນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປ ຈີນ, ເຊິ່ງການພົບປະຢ່າງເປັນທາງການຂອງສອງສະຫາຍຄັ້ງນີ້ ຖືວ່າເປັນຄັ້ງທໍາອິດ ພາຍຫຼັງໄດ້ຮັບການເເຕ່ງຕັ້ງເປັນນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ເເລະ ແຫ່ງ ສປ ຈີນ ເພື່ອສືບຕໍ່ຮັດເເໜ້ນການພົວພັນການຮ່ວມມືສອງຝ່າຍ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດພົບປະ, ສະຫາຍນາຍົກລັດຖະ ມົນຕີ ແຫ່ງ ສປ ຈີນ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ທີ່ໄດ້ເດີນທາງມາຢ້ຽມ ຢາມ ແລະ ເຂົ້າຮ່ວມງານ ວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ໃນການປະ ກອບສ່ວນເຂົ້າໃນສາຍພົວພັນ ການຮ່ວມມືຂອງສອງປະເທດ ນັບມື້ນັບກ້າວເຂົ້າ ສູ່ທັງລວງກວ້າງ ແລະ ລວງເລິກ. ໃນໂອກາດດຽວກັນ, ສະຫາຍ ນາຍົກ ລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ພັກ ແລະ ລັດຖະ ບານຈີນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບ ອຸ່ນໃຫ້ແກ່ຄະນະຜູ້ແທນ ສປປ ລາວ ທີ່ເດີນທາງມາເຂົ້າຮ່ວມງານວາງສະແດງໃນຄັ້ງນີ້ ພ້ອມທັງ ຕີລາຄາສູງຕໍ່ໝາກ ຜົນຂອງການພົວພັນມິດຕະພາບ ອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ -ຈີນ, ຈີນ-ລາວ ຕະຫຼອດໄລຍະຜ່ານມາ.
ໃນການພົບປະຄັ້ງນີ້, ທັງສອງຝ່າຍຕີລາຄາສູງຕໍ່ສາຍພົວພັນການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ທີ່ມີມາແຕ່ດົນນານແລ້ວ ໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ມີໝາກຜົນຕົວຈິງນັບມື້ນັບຫຼາຍຂຶ້ນ, ພິເສດການໄປມາຫາສູ່ຂອງການນໍາຂັ້ນສູງ ຂອງສອງປະເທດ ນັບມື້ນັບຫຼາຍເຊັ່ນກັນ ໂດຍສະເພາະ ໃນທ້າຍປີ 2022 ທີ່ຜ່ານມາ ຢູ່ທີ່ ນະຄອນຫຼວງປັກກິ່ງ ການພົບປະຂອງສອງສະຫາຍເລຂາທິການໃຫຍ່ ສອງປະເທດ ກໍ່ໄດ້ພ້ອມກັນຕີລາຄາຄືນ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການເປັນຄູ່ຮ່ວມຊາຕາກຳລາວ-ຈີນ ໃນໄລຍະ 2020-2023 ເເລະ ຕົກລົງ ທີ່ຈະພ້ອມກັນຮັບຮອງເອົາເເຜນເເມ່ບົດ ວ່າດ້ວຍການເປັນຄູ່ຮ່ວມ ຊາຕາກຳ ລາວ-ຈີນ ສະບັບປີ 2024-2028 ແລະ ຈະຮ່ວມກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນດ້ວຍຄຸນນະພາບສູງ ເຊິ່ງເຊື່ອໝັ້ນວ່າ ຈະເປັນການຊຸກຍູ້ເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ມີເນື້ອໃນເລິກເຊິ່ງຂຶ້ນ; ສໍາລັບການພົວພັນຮ່ວມມືຂອງສອງຝ່າຍ ເຫັນໄດ້ວ່າ ສາມາດຮ່ວມກັນຈັດຕັ້ງປະຕິບັດຢ່າງມີໝາກຜົນຕົວຈິງ ໂດຍສະເພາະ ການເປີດນຳໃຊ້ ລົດໄຟ ລາວ-ຈີນ ກໍ່ຄືການເປີດຂະບວນລົດໄຟສາຍສາກົນ ວຽງຈັນ-ຄຸນໝິງ-ວຽງຈັນ ໃນວັນທີ 13 ເມສາ 2023 ທີ່ຜ່ານມາ, ເຊິ່ງລ້ວນແຕ່ເປັນເຫດການທີ່ມີຄວາມໝາຍສໍາຄັນ, ສະແດງອອກໃຫ້ເຫັນຢ່າງຈະແຈ້ງ ເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນແໜ້ນແຟ້ນຂອງສອງປະເທດ ນັບມື້ກ້າວສູ່ລະດັບສູງກວ່າເກົ່າ, ການຮ່ວມມືອັນແໜ້ນແຟ້ນຂອງສອງປະເທດ ໄດ້ນໍາເອົາໝາກຜົນຕົວຈິງມາສູ່ປະຊາຊົນສອງຊາດ, ທັງເປັນການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ, ການຄ້າ, ການລົງທຶນ ກໍ່ຄື ການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດ ແລະ ປະຊາຊົນ ໃນຂົງເຂດນີ້ ຫຼາຍຂຶ້ນກວ່າເກົ່າ. ນອກຈາກນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລືກັນ ກ່ຽວກັບບັນຫາອື່ນໆ ທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ. ໃນຕໍ່ໜ້າ ທັງສອງຝ່າຍຍັງຢືນຢັນຮ່ວມກັນວ່າ ຈະພ້ອມກັນສືບຕໍ່ປະຕິບັດ ບັນດາເນື້ອໃນທີ່ການນໍາພັກ-ລັດຂັ້ນສູງຂອງສອງປະເທດ ໄດ້ຕົກລົງ ເພື່ອຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາ ແລະ ສໍາເລັດຕາມແຜນການ; ສືບຕໍ່ແລກປ່ຽນຄໍາຄິດຄໍາເຫັນ, ຂໍ້ມູນຂ່າວສານ ແລະ ປະສານສົມທົບກັນຢ່າງໃກ້ຊິດ ລວມທັງ ການສືບຕໍ່ການຮ່ວມມືທາງດ້ານ ພະລັງງານ, ກະສິກໍາ ຫຼື ດ້ານອື່ນ ຢູ່ບັນດາແຂວງ ຂອງ ສປປ ລາວ ທີ່ມີທ່າແຮງບົ່ມຊ້ອນ ຕື່ມອີກ.
ໃນໂອກາດນີ້, ສະຫາຍ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ຕາງໜ້າໃຫ້ແກ່ພັກ-ລັດຖະບານ ແລະ ປະຊາ ຊົນລາວ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ພັກ-ລັດຖະບານ ແລະ ປະຊາ ຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ຢ່າງຕໍ່ເນື່ອງ ໃຫ້ແກ່ລັດຖະບານລາວ ໃນການປະກອບສ່ວນພັດທະນາພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ ແລະ ວຽກ ງານດ້ານອື່ນໆ ໃນໄລຍະຜ່ານມາ ລວມທັງ ໃຫ້ການສະໜັບສະໜູນ ເເລະ ຊ່ວຍ ເຫຼືອ ໃນການເປັນເຈົ້າພາບຈັດກອງປະຊຸມອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້, ພ້ອມທັງ ຫວັງຢ່າງຍິ່ງວ່າສອງຝ່າຍ ຈະຮ່ວມກັນຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ອາຊຽນ-ຈີນ ກໍ່ຄື ອາຊຽນຄູ່ຮ່ວມເຈລະຈາ ໃຫ້ກາຍເປັນການຮ່ວມມືຍຸດທະສາດຮອບດ້ານ.
ໃນຕອນທ້າຍ ສະຫາຍນາຍົກລັດຖະ ມົນຕີ ແຫ່ງ ສປ ຈີນ ກໍ່ໄດ້ອວຍພອນໃຫ້ສະຫາຍນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດໃນການເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ແລະ ເຄື່ອນ ໄຫວຢ້ຽມຢາມ ຢູ່ ສປ ຈີນ ຄັ້ງນີ້ ພ້ອມທັງ ເດີນທາງກັບ ສປປ ລາວ ດ້ວຍຄວາມສະຫວັດດີພາບ.
ໃນວັນດຽວກັນ ສະຫາຍ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທ່ານ Ding Yan zhang ປະທານ ກຸ່ມບໍລິສັດ China Power ພ້ອມດ້ວຍຄະນະ ແລະ ໃຫ້ສຳພາດຕໍ່ສື່ມວນຊົນ ສປ ຈີນ ຕື່ມອີກ.
ຂ່າວ ແລະ ພາບໂດຍ: ກົມປະຊາສຳພັນ, ຫສນຍ






