ໃນຕອນບ່າຍວັນທີ 12 ເມສາ 2022, ສະຫາຍ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບໂທລະສັບອວຍພອນ ຈາກ ສະຫາຍ ຟ້າມ ມິງ ຈິງ, ນາ ຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ ປະຈໍາຊາດລາວ ພ.ສ 2565.

ໃນໂອກາດນີ້, ສະຫາຍ ນາຍົກລັດ ຖະມົນຕີ ຟ້າມ ມິງ ຈິງ ໄດ້ ສົ່ງຄໍາອວຍພອນປີໃໝ່ ອັນອົບອຸ່ນທີ່ສຸດ ມາຍັງ ສະຫາຍ ນາຍົກລັດຖະ ມົນຕີ ພັນຄໍາ ວິພາວັນ ພ້ອມທັງຝາກຄວາມອວຍພອນປີໃໝ່ ຂອງ ການນໍາຂັ້ນສູງພັກ ລັດ ແຫ່ງ ສສ ຫວຽດນາມ ສົ່ງເຖິງ ການນໍາຂັ້ນສູງພັກ-ລັດ ແຫ່ງ ສປປ ລາວ.
ພ້ອມທັງສະແດງຄວາມຊົມເຊີຍ ຜົນສໍາເລັດ ຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຂອງພັກ ປະຊາຊົນ ປະຕິວັດລາວ ຄັ້ງທີ XI ກໍ່ຄື ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 9, ເຫັນວ່າ ພາຍໃຕ້ການນໍາພາ ອັນສະຫຼາດສ່ອງໄສ ຂອງພັກປະຊາຊົນປະຕິວັດລາວປະຊາຊົນ ລາວ ອ້າຍນ້ອງ ຍາດໄດ້ຜົນສໍາເລັດໃໝ່ຫຼາຍດ້ານ, ສ້າງປະເທດລາວ ຮຸ່ງເຮືອງ ສີວິໄລ, ຖານະບົດບາດຂອງ ຂອງ ສປປ ລາວ ໃນເວທີ ພາກພື້ນ ແລະ ສາກົນ ນັບມື້ນັບສູງເດັ່ນຂຶ້ນ.

ໃນທ່າມກາງບັນຍາດກາດ ແຫ່ງບຸນປີໃໝ່ລາວ ກໍ່ຄື ບັນຍາກາດ ການສະເຫຼີມສອງຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບ ຮອບ 60 ປີ ແລະ ວັນເຊັນສົນ ທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບ ຮອບ 45, ສອງນາຍົກລັດຖະ ມົນຕີ ມີຄວາມເບີກບານມ່ວນຊື່ນ ຮ່ວມກັນຕີລາຄາສູງ ການຂະ ຫຍາຍຕົວຂອງການພົວພັນສອງຝ່າຍ ລາວ-ຫວຽດນາມ ຕະຫຼອດໄລຍະຜ່ານມາ, ບໍ່ວ່າຈະໃນເວລາໃດ ກໍ່ຄືສະພາບການໃດ ມິດຕະ ພາບ ອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ ຫວຽດ ນາມ-ລາວ ກໍ່ສືບຕໍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ.
ສອງຝ່າຍ ໄດ້ສະແດງຄວາມເພິ່ງ ພໍໃຈ ທີ່ເຫັນວ່າ ບົນພື້ນຖານ ການຕົກລົງຂອງການນໍາຂັ້ນສູງສອງຝ່າຍ ກໍ່ຄື ຜົນການພົບປະຂອງສອງນາຍົກລັດຖະມົນຕີ ໃນໂອ ກາດ ການຢ້ຽມຢາມ ສສ ຫວຽດ ນາມ ຢ່າງເປັນທາງການ ກໍ່ຄື ການເຂົ້າຮ່ວມກອງປະຊຸມ ຄະນະກໍາ ມະການຮ່ວມມືທະວິພາຄີ ລາວ- ຫວຽດນາມ ຄັ້ງທີ 44 ໃນເດືອນມັງກອນ 2022 ທີ່ນະຄອນຫຼວງຮ່າໂນ້ຍ, ທີ່ສອງນາຍົກລັດຖະ ມົນຕີ ໄດ້ຕັດສິນໃຈຢ່າງເດັດຂາດ ໃນການຊຸກຍູ້ການພົວພັນຮ່ວມມື ດ້ານເສດຖະກິດ ລະຫວ່າງສອງປະເທດ ໃຫ້ມີປະສິດທິຜົນຂຶ້ນສູ່ລະດັບສູງໃໝ່, ຂະແໜງການກ່ຽວຂ້ອງໄດ້ເອົາໃຈ ຈັດຕັ້ງປະ ຕິບັດຢ່າງຕັ້ງໜ້າ ສະແດງອອກ ຜ່ານການເຮັດວຽກຮ່ວມກັນ ທັງແບບເຊິ່ງໜ້າ ແລະ ແບບທາງໄກ ໃນໄລຍະ 3 ເດືອນຜ່ານມາ, ໂດຍສະແດງອອກ ຜ່ານການເດີນທາງມາຢ້ຽມຢາມເຮັດວຽກຂອງຄະ ນະຜູ້ແທນຂັ້ນສູງ ກະຊວງ ແຜນ ການ ແລະ ການລົງທຶນ, ຄະນະກໍາມະການຮ່ວມມື ຫວຽດ ນາມ- ລາວ, ເລຂາພັກນະຄອນຫຼວງຮ່າໂນ້ຍ ກໍ່ຄື ກະຊວງອຸດສາຫະກໍາ ແລະ ການຄ້າ ໃນມໍ່ໆນີ້.
ສອງຝ່າຍໄດ້ເປັນເອກະພາບກັນສືບຕໍ່ ຮ່ວມກັນຈັດກິດຈະກໍາສະເຫຼີມສະຫຼອງ ປີສາມັກຄີ ມິດ ຕະພາບ ລາວ-ຫວຽດນາມ ຮ່ວມ ກັນ ຢ່າງເປັນຂະບວນຟົດຟື້ນ, ສືບຕໍ່ແລກປ່ຽນຄະນະຮ່ວມກັນໃນທຸລະດັບ, ສືບຕໍ່ຈັດຕັ້ງຜັນຂະຫຍາຍການຕົກລົງຂອງການນໍາຂັ້ນສູງສອງຝ່າຍ, ສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະ ກິດ-ສັງຄົມ ການເຊື່ອມໂຍງພື້ນຖານໂຄງລ່າງ ໃຫ້ນັບມື້ນັບມີປະສິດທິຜົນຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ສືບຕໍ່ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃນຖັນແຖວພະນັກງານ ແລະ ປະຊາຊົນ ເປັນຕົ້ນແມ່ນຖັນແຖວຊາວໜຸ່ມ-ເຍົາວະຊົນຂອງສອງປະເທດ; ສືບຕໍ່ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ໃນໂອກາດນີ້, ສະຫາຍ ພັນຄໍາ ວິພາວັນ ກໍໄດ້ສະແດງຄວາມຂອບ ໃຈ ມາຍັງສະຫາຍ ຟ້າມ ມິງ ຈິງ ທີ່ໄດ້ໂທລະສັບມາອວຍພອນປີໃໝ່ປະຈຳຊາດລາວ ໃນຄັ້ງນີ້, ຊຶ່ງສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດ ສະໜົມ ແລະ ຄວາມສາມັກຄີພິເສດຂອງສອງຊາດ, ພ້ອມທັງຕ່າງໜ້າການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ຝາກຄວາມຂອບໃຈ ໄປຍັງ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສສ ຫວຽດນາມ ຕໍ່ກັບຄໍາອວຍພອນປີໃໝ່ອັນອົບ ອຸ່ນທີ່ສຸດ. ພ້ອມນີ້ເນື່ອງໃນໂອ ກາດປີໃໝ່ລາວທີ່ຈະມາເຖິງນີ້, ສະຫາຍ ພັນຄໍາ ວິພາວັນ ກໍໄດ້ອວຍພອນໃຫ້ ສະຫາຍ ຟ້າມ ມິງ ຈິງ ພ້ອມຄອບຄົວ ກໍ່ຄື ຝາກຄໍາອວຍພອນໄປຍັງ ການນໍາຫວຽດນາມ ຈົ່ງມີແຕ່ຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ, ສືບຕໍ່ນໍາພາປະເທດຫວຽດນາມ ພັດທະນາ, ຮຸ່ງເຮືອງ, ສີວິໄລ ຍິ່ງໆຂຶ້ນ ແລະ ໄດ້ເຊື້ອເຊີນສະຫາຍ ຟ້າມ ມິງ ຈິງ ພ້ອມດ້ວຍພັນລະຍາ ມາຢ້ຽມ ຢາມ ລາວ ໃນເວລາອັນຄວນ ອີກດ້ວຍ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ.